ສາຍການບິນດັງໄທ ປະກາດໃຫ້ພະນັກງານສະມັກໃຈລາອອກ ພ້ອມຈ່າຍເງິນຊົດເຊີຍໃຫ້ 20 ເດືອນ

ເນື່ອງຈາກສະຖານະການບັນຫາໂຄວິດ-19 ໄດ້ສົ່ງຜົນກະທົບກັບທຸລະກິດດ້ານຂະແໜງການທ່ອງທ່ຽວຢ່າງໜັກ ລວມໄປເຖິງທຸລະກິດສາຍການບິນອີກດ້ວຍ ເຊິ່ງປີນີ້ເປັນປີທີ່ສາຍການບິນຫຼາຍສາຍຕ້ອງປະເຊີນກັບບັນຫາທີ່ໜັກໜ່ວງ. ຫຼ້າສຸດ ສາຍການບິນດັງໄທຢ່າງ bangkok airways ກໍໄດ້ອອກມາປະກາດແຈ້ງພະນັກງານ ໂດຍລະບຸວ່າ ບໍລິສັດ ມີຄວາມຈໍາເປັນຕ້ອງໄດ້ປັບໂຄງສ້າງຂອງອົງກອນໃໝ່ໃຫ້ມີຈໍານວນບຸກຄະລາກອນຢູ່ໃນລະດັບທີ່ເໝາະສົມ ເພື່ອໃຫ້ສອດຄ່ອງກັບສະພາວະເສດຖະກິດ ລວມເຖິງຈໍານວນທ່ຽວບິນ ແລະ ເສັ້ນທາງບິນທີ່ຫຼຸດລົງ ສະນັ້ນ, ບໍລິສັດຈື່ງເປີດ ໂຄງການຮ່ວມໃຈຈາກອົງກອນປີ 2563 ຫຼືໂຄງການກະສຽນອາຍຸກ່ອນກຳນົດ (Early Retirement).

Company Information - Bangkok Airways

ໂດຍໂຄງການຮ່ວມໃຈຈາກອົງກອນປີ 2563 ເປີດໃຫ້ພະນັກງານທີ່ປະສົງລາອອກມາຍື່ນໃບສະໝັກລາອອກ ຕັ້ງແຕ່ວັນທີ 22 ມິຖຸນາ ທີ່ຜ່ານມາ ແລະ ເປີດໃຫ້ພະນັກງານທີ່ສົນໃຈມາຍື່ນສະມັກໃຈໄດ້ຈົນຮອດວັນທີ 20 ກໍລະກົດນີ້ ໂດຍມີເງື່ອນໄຂການຈ່າຍເງິນຊົດເຊີຍ ຕາມກົດໝາຍແຮງງານ ແລະ ອາຍຸການທີ່ເຮັດວຽກຕັ້ງແຕ່ 1-13 ເດືອນ ບວກກັບຄ່າບອກກ່າວເວລາລ່ວງໜ້າ 1 ເດືອນ ແລະ ໃຫ້ເງິນຕອບແທນພິເສດເພີ່ມໃຫ້ອີກຕາມອາຍຸການຕັ້ງແຕ່ 1-5 ເດືອນ. ນອກຈາກນີ້, ພະນັກງານທີ່ລາອອກດ້ວຍຄວາມສະໝັກໃຈຍັງຈະໄດ້ຮັບເງິນສູງສຸດ 20 ເດືອນ.

Announcements - Bangkok Airways

ມີການກຳນົດຫຼັກເກນຂອງຜູ້ທີ່ຕ້ອງການລາອອກດ້ວຍຄວາມສະມັກໃຈ ໂດຍລະບຸເຖິງຜົນປະໂຫຍດທີ່ຜູ້ເຂົ້າຮ່ວມໂຄງການຈະໄດ້ຮັບຄ່າຊົດເຊີຍຕາມກົດໝາຍຄໍານວນຈາກເງິນເດືອນ ແລະ ເງິນໄດ້ປະຈໍາເດືອນເມສາ 2020 ທີ່ຜ່ານມາ, ຄ່າຈ້າງແທນການບອກກ່າວລ່ວງໜ້າ ຄໍານວນຈາກເງິນເດືອນ ແລະ ເງິນໄດ້ປະຈໍາເດືອນເມສາ 2020, ຄ່າຈ່າຍສໍາຫຼັບວັນຢຸດພັກປະຈໍາປີ 2563 ຄົງເຫຼືອຕາມສ່ວນ, ເງິນກອງທຶນສໍາຮອງເປັນຕົ້ນ.

Comments