ຈີນພ້ອມຕອບໂຕ້ ປະທານາທິບໍດີ ໂດນັລ ທຣໍາ ຫຼັງຈາກຖອນສະຖານະພິເສດຮົງກົງ…

ການຕອບໂຕ້ລະຫວ່າງຈີນ-ສະຫະລັດອາເມລິກາເລີ່ມແຮງຂຶ້ນເລື້ອຍໆ ຫຼັງປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນກົດໝາຍຂ້ວມບາດຈີນ ແລະ ຖອນສະຖານະພິເສດຂອງຮົງກົງຢ່າງເປັນທາງການ, ຈີນປະກາດໂຕ້ກັບສະຫະລັດາເມລິກາ ເລື່ອງແຊກແຊງກິດຈະການພາຍໃນປະເທດຂອງຈີນ.

ໃນວັນທີ 14 ກໍລະກົດ ຜ່ານມາ ຈີນປະກາດລົງໂທດບໍລິສັດ Lockheed Martin ຂອງສະຫະລັດອາເມລິກາທີ່ຂາຍອາວຸດໃຫ້ໄຕ້ຫວັນ ໂດຍບໍ່ໄດ້ໃຫ້ລາຍລະອຽດຫຼາຍກ່ຽວກັບບົດລົງໂທດທີ່ Lockheed Martin ຈະໄດ້ຮັບ ແຕ່ຍໍ້າວ່າ “ຖ້າຫາກບໍ່ຕ້ອງການໃຫ້ຄວາມສໍາພັນສອງຝ່າຍລະຫວ່າງ ຈີນ-ສະຫະລັດອາເມລິກາ ເສື່ອມລົງໄປຫຼາຍກວ່ານີ້, ສະຫະລັດຈະຕ້ອງເຊົາຂາຍອາວຸດໃຫ້ໄຕ້ຫວັນ ລວມທັງໃຫ້ການສະໜັບສະໜຸນທາງການທະຫານແກ່ໄຕ້ຫວັນ”, ຄັ້ງນີ້ ສໍານັກຂ່າວ CNA ສື່ໃຫຍ່ຂອງໄຕ້ຫວັນລາຍງານວ່າ ໃນໄລຍະສະຕະວັດທີ່ຜ່ານມາກະຊວງການຕ່າງປະເທດສະຫະລັດອາເມລິກາໄດ້ອະນຸຍາດຄໍາຂໍຂອງລັດຖະບານໄຕ້ຫວັນ ທີ່ຈະຊືື້ຂີປະນາວຸດມູນຄ່າ 620 ລ້ານໂດລາສະຫະລັດ.

ແທ້ຈິງແລ້ວ ຄວາມສໍາພັນລະຫວ່າງ ຈີນ-ສະຫະລັດ ນັ້ນໄດ້ຫຼຸດລົງສູ່ລະດັບຕໍ່າສຸດອີກຄັ້ງ ໂດຍທັງສອງຝ່າຍໄດ້ນໍາມາດຕະການຕອບໂຕ້ ມາໃຊ້ໃສ່ກັນໄປມາໄດ້ໄລຍະໜຶ່ງແລ້ວ ກ່ອນໜ້ານີ້ສະຫະລັດໄດ້ເພິ່ມມາດຕະການກົດດັນບໍລິສັດ HUAWEI ຍັກໃຫຍ່ດ້ານເຕັກໂນໂລຊີຂອງຈີນ ລວມທັງບໍລິສັດອື່ນໆໃນເຄືອ. ໃນຂະນະທີ່ຈີນເອງກໍເພິ່ມການຂ້ວມບາດເຈົ້າໜ້າທີ່ລັດຖະບານສະຫະລັດອາເມລິກາ ເຊິ່ງລວມເຖິງບັນດາວຸດທິສະມາຊິກ ໂທດຖານແຊກແຊງກິດຈະການພາຍໃນຂອງຈີນ ເຊິ່ງລວມເຖິງຮົງກົງ.

ກະຊວງການຕ່າງປະເທດຂອງຈີນຖະແຫຼງການ ໃນວັນທີ 15 ກໍລະກົດ ຜ່ານມາວ່າ ລັດຖະບານປັກກິ່ງຈະອອກມາດຕະການຕອບໂຕ້ຕໍ່ “ບຸກຕົນ ແລະ ສະຖາບັນ” ໃນສະຫະລັດອາເມລິກາເພື່ອຕອບໂຕ້ທີ່ສະຫະລັດອາເມລິກາອອກກົດໜາຍ ເນັ້ນເປົ້າໄປທີ່ບັນດາທະນາຄານທີ່ເຮັດທຸລະກິດກັບເຈົ້າໜ້າທີ່ຈີນ, ຄໍາຖະແຫຼງຄັ້ງນີ້ ມີຂຶ້ນຫຼັງຈາກທີ່ ປະທານາທິບໍດີ ໂດນັລ ທຣໍາ ໄດ້ລົງນາມໃນຄໍາສັ່ງຂອງຝ່າຍບໍລິຫານວ່າຈະຢຸດຕິການປະຕິບັດທາງເສດຖະກິດເປັນພິເສດແກ່ຮົງກົງ ນອກຈາກນີ້ ປະທານາທິບໍດີ ໂດນັລ ທຣໍາ ຍັງໄດ້ລົງນາມໃນກົດໝາຍທີ່ກອງປະຊຸມໃຫຍ່ອະນຸມັດໃຫ້ລົງໂທດທະນາຄານທີ່ເຮັດທຸລະກໍາກັບເຈົ້າໜ້າທີ່ຈີນ ທີ່ກ່ຽວຂ້ອງກັບການອອກກົດໝາຍຄວາມໝັ້ນຄົງໃໝ່ໃນຮົງກົງ.

ອີງຕາມຄໍາສັ່ງຂອງຝ່າຍບໍລິຫານ (Executive Order) ທີ່ ປະທານາທິບໍດີ ໂດນັລ ທຣໍາ ລົງນາມນັ້ນ ຈະໃຫ້ມີການລະງັບຊັບສິນໃນສະຫະລັດອາເມລິກາ ຂອງບຸກຄົນທີ່ຕ້ອງຮັບຜິດຊອບ ຫຼືກ່ຽວຂ້ອງຕໍ່ການກະທໍາ ຫຼືນະໂຍບາຍທີ່ບັ່ນທອນຂະບວນການທາງປະຊາທິປະໄຕ ຫຼືສະຖາບັນໃນຮົງກົງ. ນອກຈາກນີ້, ຍັງສັ່ງໃຫ້ເຈົ້າໜ້າທີ່ຍົກເລີກຂໍ້ຍົກເວັ້ນໃນການອະນຸຍາດໃຫ້ສົ່ງອອກໄປທີ່ຮົງກົງ, ລວມເຖິງຍົກເລີກການປະຕິບັດເປັນພິເສດແກ່ຜູ້ຖືໜັງສີເດີນທາງຮົງກົງອີກດ້ວຍ. ບໍ່ມີພຽງເທົ່ານັ້ນ ໃນອີກດ້ານໜຶ່ງສະຫະລັດອາເມລິກາ ແລະ ຈີນກໍາລັງປະເຊີນໜ້າກັນກ່ຽວກັບການທີ່ຈີນພະຍາຍາມປະກາດກໍາມະສິດການຖືຄອງພື້ນທີ່ ໃນທະເລຈີນໃຕ້ອີກດ້ວຍ, ເຊິ່ງສະຫະລັດອາເມລິກາພະຍາຍາມສ້າງແຮງກົດດັນຕໍ່ຈີນດ້ວຍການໃຫ້ຄວາມສະໜັບສະໜຸນປະເທດທີ່ມີຂໍ້ຂັດແຍງກັບຈີນເລື່ອງນີ້ ແລະ ດຶງນານາປະເທດເຂົ້າມາເປັນແນວຮ່ວມກົດດັນຈີນ. ການປະເຊີນໜ້າດັ່ງກ່າວ ຍັງເກີດຂຶ້ນທ່າມກາງບົດບາດຂອງຄວາມສໍາພັນທີ່ສະຫະລັດອາເມລິກາກ່າວຫາຈີນເປັນຕົ້ນເຫດຂອງການລະບາດໄປທົ່ວໂລກຂອງໄວຣັສໂຄໂລນາ “ໂຄວິດ-19” ແລະ ຈີນກໍຕອບໂຕ້ດ້ວຍການອອກຂ່າວວ່າໄວຣັສດັ່ງກ່າວ ອາດມາຈາກຫ້ອງທົດລອງທາງວິທະຍາສາດຂອງສະຫະລັດອາເມລິກາເອງທີ່ກະຈາຍຢູ່ໃນຫຼາຍປະເທດ.


ນັກວິເຄາະກ່າວວ່າ ການຍົກເລີກສະຖານະພິເສດຂອງຮົງກົງ ອາດຈະສົ່ງຜົນກະທົບຕໍ່ສະຫະລັດອາເມລິກາເອງເຊັ່ນກັນ, ເນື່ອງຈາກຂໍ້ມູນຂອງສໍານັກຄົ້ນຄວ້າປະຊາກອນສະຫະລັດອາເມລິກາຊີ້ແຈງວ່າ: ຮົງກົງນັ້ນເປັນດິນແດນທີ່ເຮັດໃຫ້ສະຫະລັດອາເມລິກາໄດ້ດຸນການຄ້າສິນຄ້າໃນລະດັບທະວີບຫຼາຍສຸດໃນປີທີ່ຜ່ານມາເຖິງ 26.100 ລ້ານໂດລາສະຫະລັດ. ນອກຈາກນີ້, ຂໍ້ມູນຂອງກະຊວງການຕ່າງປະເທດສະຫະລັດອາເມລິກາຍັງຊີ້ວ່າ ຜູ້ທີ່ມີສັນຊາດອາເມລິກາອາໄສຢູ່ໃນຮົງກົງ 85.000 ຄົນ (ຂໍ້ມູນປີ 2018) ແລະ ມີບໍລິສັດເຮັດທຸລະກິດໃນຮົງກົງຫຼາຍກວ່າ 1.300 ບໍລິສັດ ເຊິ່ງລວມເຖິງບໍລິສັດການເງິນລາຍໃຫຍ່ຂອງສະຫະລັດອາເມລິກາເກືອບທຸກບໍລິສັດ ແລະ ຮົງກົງ ຍັງເປັນຈຸດໝາຍປາຍທາງທີ່ສໍາຄັນສໍາຫຼັບການບໍລິການທາງກົດໝາຍ ແລະ ບັນຊີຂອງສະຫະລັດອາເມລິກາ. ດັ່ງນັ້ນ, ການຍົກເລີກສິດທິ ແລະ ສະຖານະພິເສດທີ່ເຄີຍໃຫ້ກັບຮ່ົງກົງນັ້ນ ຈະສົ່ງຜົນກະທົບຕໍ່ພົນລະເມືອງ ແລະ ບໍລິສັດເອກກະຊົນຂອງສະຫະລັດອາເມລິກາເອງຢ່າງແນ່ນອນ, ແຕ່ໃນຂະນະດຽວກັນຄວາມເຄື່ອນໄຫວຂອງສະຫະລັດອາເມລິກາໃນເລື່ອງນີ້ ກໍຈະສົ່ງຜົນຕໍ່ສະຖານະຂອງຮົງກົງໃນຖານະເມືອງທ່າສູນກາງການຄ້າ ແລະ ສູນກາງການເງິນຂອງໂລກ.

ກ່ອນໜ້ານີ້, ໄລຍະທີ່ຈີນກຽມບັງຄັບໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ໃນຮົງກົງຕາມກົດໝາຍສະຫະລັດເມື່ອທ້າຍເດືອນ ມິຖຸນາ ແລະ ຢຸດສົ່ງອອກເຄື່ອງອຸປະໂພກບໍລິໂພກ ລວມທັງຈໍາກັດການເຂົ້າເຖິງສິນຄ້າເຕັກໂນໂລຊີຂັ້ນສູງຂອງຮົງກົງ. ລະດັບຂອງຄວາມສໍາພັນທີ່ຖົດຖອຍເຊິ່ງສວນທາງກັບຄວາມຕຶງຄຽດທີ່ເພິ່ມຂຶ້ນ ເຮັດໃຫ້ບໍລິສັດເອກະຊົນສະຫະລັດອາເມລິກາເລີ່ມເໜັງຕີງໃນເລື່ອງນີ້ແລ້ວ, ໂດຍການສໍາຫຼວດຫຼ້າສຸດ (ເດືອນ ກໍລະກົດ 2020) ຂອງຫໍການຄ້າອາເມລິກາພົບວ່າຫຼາຍກວ່າ 30% ຂອງບໍລິສັດອາເມລິກາ ທີ່ເຮັດທຸລະກິດຢູ່ໃນຮົງກົງຍອມຮັບວ່າກໍາລັງມີແຜນຍ້າຍທຸລະກິດອອກຈາກຮົງກົງ ທັງໃນໄລຍະສັ້ນເຖິງໄລຍະຍາວ ແລະ ຫຼ້າສຸດ “New York Times” ປະກາດກຽມຍ້າຍສໍານັກງານໃນຮົງກົງບາງສ່ວນໄປທີ່ນະຄອນຫຼວງເຊອຸນ ເພາະຄິດວ່າກົດໝາຍຄວາມໝັ້ນຄົງໃນຮົງກົງສະບັບໃໝ່ ຈະຄວບຄຸມ ແລະ ບັ່ນທອນເສລີພາບຂອງສື່
ທັງນີ້ New York Times ເປີດເຜີຍວ່າ ພະນັກງານໄດ້ພົບກັບບັນຫາໃນການ ຂໍໃນອະນຸຍາດການເຮັດວຽກ ແລະ ຈະຍ້າຍທີມນັກຂ່າວດິຈິຕອລ ເຊິ່ງມີຈຳນວນ 1/3 ຂອງພະນັກງານໃນຮົງກົງ ໄປຍັງນະຄອນຫຼວງເຊອຸນໃນປີໜ້າ.

ການເຄື່ອນໄຫວດັ່ງກ່າວ ນັບວ່າກະທົບຕໍ່ສະຖານະຂອງຮົງກົງ ໃນຖານະທີ່ເປັນສູນກາງການສື່ສານມວນຊົນໃນອາຊີ ແລະ ມີຂຶ້ນໃນຂະນະທີ່ຈີນ ແລະ ສະຫະລັດອາເມລິກາ ໄດ້ເປີດເສິກກັນ. ໃນຂະນະທີ່ສະຫະລັດອາເມລິກາເອງ ກໍກົດດັນການເຮັດວຽກຂອງສື່ມວນຊົນຈີນ ໃນສະຫະລັດອາເມລິກາ ໂດຍເມື່ອບໍ່ດົນມານີ້ເຊັ່ນກັນ ໂດຍໄດ້ປະກາດກໍານົດໃຫ້ບໍລິສັດສື່ຂອງຈີນ 4 ລາຍມີສະຖານະເປັນ “ຄະນະຜູ້ແທນຕ່າງຊາດ” ຫຼື “foreign mission” ຕາມກົດໝາຍເຮັດໃຫ້ສື່ຈີນຕ້ອງຢູ່ພາຍໃຕ້ຂໍ້ກໍານົດຫຼາຍປະການ ລວມທັງຕ້ອງຍື່ນຂໍ້ມູນກ່ຽວກັບພະນັກງານ ແລະ ຊັບສິນທີ່ຖືຄອງຢູ່ໃນສະຫະລັດອາເມລິກາອີກດ້ວຍ. ຖືໄດ້ວ່າສົງຄາມ ຈີນ-ສະຫະລັດອາເມິການັ້ນ ເລີ່ມດຸເດືອດຂຶ້ນໃນທຸກໆດ້ານ ແລະ ຄາດວ່າຈະຮ້ອນແຮງຂຶ້ນເລື້ອຍໆ ໄປຈົນກວ່າຈະເຖິງມື້ເລືອກຕັ້ງປະທານາທິບໍດີສະຫະລັດ ທີ່ກໍາລັງຈະມີຂຶ້ນໃນເດືອນ ພະຈິກ ນີ້.

ແຫຼ່ງຂໍ້ມູນ: https://www.facebook.com/216002825085947/posts/3569291503090379/?d=n

Comments