Money Pile 00 dollar bills

15 ປະເທດ ທີ່ມີມະຫາເສດຖີ ແລະ ຊັບສົມບັດຫຼາຍທີ່ສຸດໃນໂລກ…

ໃນ 15 ປະເທດມີເສດຖີຄິດເປັນ 76% ຂອງມະຫາເສດຖີໃນໂລກ ແລະ 80% ຂອງຊັບສົມບັດໃນໂລກ, ຕາມລາຍງານຂອງ Wealth-X’s 2020 Billionaire Census report. ທຸກປະເທດຍົກເວັ້ນສະຫະລັດອາເມລິກາ, ເຫັນເຖິງການເພິ່ມຂຶ້ນຂອງເສດຖີ ແລະ ມະຫາເສດຖີພັນລ້ານ ສະຫະລັດອາເມລິກາຄອງອຳນາດດ້ວຍມະຫາເສດຖີ 788 ຄົນ ກຸ່ມຄົນທີ່ມີຄວາມລ້ຳລວຍຫຼາຍກວ່າ 3 ພັນຕື້ໂດລາສະຫະລັດ. 15 ປະເທດເດັ່ນທີ່ມີເສດຖີ ແລະ ຊັບສົມບັດຫຼາຍທີ່ສຸດ ຕາມລາຍງານຂອງ Wealth-X’s 2020 Billionaire Census report.

ເຊິ່ງໄດ້ວິເຄາະຂໍ້ມູນຈາກຖານຂໍ້ມູນທົ່ວໂລກຂອງ Wealth-X’s ເຊິ່ງມີຂໍ້ມູນຂອງຄົນທີ່ລວຍທີ່ສຸດໃນໂລກຫຼາຍກວ່າໜຶ່ງລ້ານໂດລາສະຫະລັດ ເຊິ່ງໄດ້ບັນທຶກ 3/4 ຂອງປະຊາກອນມະຫາເສດຖີຂອງໂລກອາໄສຢູ່ໃນ 15 ປະເທດທີ່ລະບຸໄວ້. ໂດຍລວມແລ້ວມະຫາເສດຖີໃນປະເທດເຫຼົ່ານີ້ມີຊັບສິນໂດຍລວມ 7,6 ພັນຕື້ໂດລາສະຫະລັດເຊິ່ງຄິດເປັນຊັບສິນ 80% ຂອງຊັບສົມບັດທັງໝົດໃນໂລກໃນປີ 2019, ທຸກໆປະເທດຍົກເວັ້ນສະຫະລັດເອມິເຣດ, ເຫັນເຖິງການເພິ່ມຂຶ້ນຂອງເສດຖີ ແລະ ມະຫາເສດຖີພັນລ້ານໃນປີທີ່ຜ່ານມາ. ສະຫະລັດອາເມລິກາໄດ້ຄອບຄອງ 28% ຂອງມະຫາເສດຖີໃນໂລກ ແລະ 36% ຂອງຊັບສົມບັດໂດຍລວມທັງໜົດ.

ອັນດັບທີ 15: ປະເທດສິງກະໂປ

ການເຕີບໂຕຂອງເສດຖະກິດພັນລ້ານຂອງສິງກະໂປໃນປີທີ່ຜ່ານມາ.
• ຈໍານວນຂອງມະຫາເສດຖີ: 45 ຄົນ
• ຊັບສົມບັດໂດຍລວມ: $87 ພັນລ້ານໂດລາສະຫະລັດ
ສິງກະໂປເປັນໜຶ່ງໃນປະເທດທີ່ລໍ້າລວຍທີ່ສຸດໃນໂລກ: ສັບສົມບັດສ່ວນບຸກຄົນທັງໝົດຂອງຜູ້ຄົນທີ່ອາໄສຢູ່ມີຈໍານວນຫຼາຍກ່ວາ 1 ລ້ານໂດລາສະຫະລັດ. ລາຍງານຈາກ Business Insider’s Katie Warren. ນອກຈາກນີ້, ຍັງເປັນປະເທດທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກ.

ອັນດັບທີ 14: ປະເທດແຄນນາດາ

ຄວາມລ້ຳລວຍຂອງແຄນນາດາກຳລັງເພິ່ມຂຶ້ນໄວກວ່າສ່ວນຂອງປະຊາກກອນ
• ຈໍານວນມະຫາເສດຖີ: 46 ຄົນ
• ສັບສົມບັດໂດຍລວມ: 96 ພັນລ້ານໂດລາສະຫະລັດ
Ricardo Tranjan ນັກວິໄຈອາວຸໂສແຫ່ງສູນນະໂຍບາຍທາງເລືອກຂອງແຄນນາດາ (CCPA), ໄດ້ກ່າວ CBC ວ່າ “ຄົນລວຍກຳລັງເພີ່ມຂຶ້ນໃນຕໍ່ໜ້າ” ຈາກຄ່າສະເລ່ຍຄົນແຄນນາດາ. ຕາມລາຍງານຂອງ CCPA, ຄອບຄົວທີ່ລໍ້າລວຍທີ່ສຸດ ມີລາຍໄດ້ສະເລ່ຍ 3 ພັນລ້ານໂດລາສະຫະລັດ ແລະ ເປັນເຈົ້າຂອງຊັບສົມບັດທັງໝົດເທົ່າກັບ 3 ແຂວງຂອງແຄນນາດາ.

ອັນດັບທີ 13: ສະຫະລັດເອມິເຣດ

ສະຫະລັດເອມິເຣດເປັນພຽງປະເທດດຽວໃນ 15 ປະເທດທີ່ມີຈໍານວນເສດຖີຫຼຸດລົງໃນປີທີ່ຜ່ານມາ.
• ຈໍານວນມະຫາເສດຖີ: 47 ຄົນ
• ຊັບສົມບັດໂດຍລວມ: 163 ພັນລ້ານໂດລາສະຫະລັດ
ສະຫະລັດເອມິເຣດຍັງເປັນອັນດັບທີ 26 ຂອງຕະຫຼາດຊັບສົມບັດທີ່ໃຫຍ່ທີ່ສຸດໃນໂລກ (ໝາຍເຖິງຊັບສົມບັດທີ່ຈັດຂຶ້ນ), ຕາມລາຍງານ “The UAE 2018 Wealth Report”. ດູໄບ ເປັນປະເທດທີ່ມີອຸດສາຫະກໍານໍ້າມັນຂະໜາດໃຫຍ່ ເປັນບ້ານຂອງມະຫາເສດຖີໃນສະຫະລັດເອມິເຣດຫຼາຍກວ່າເຄິ່ງໜຶ່ງ.

ອັນດັບທີ 12: ປະເທດ ບຣາຊິວ

ຊັບສົມບັດສະສົມຂອງປະເທດບຣາຊິວເພິ່ມຂຶ້ນເຖິງ 5%
• ຈໍານວນມະຫາເສດຖີ: 50 ຄົນ
• ຊັບສົມບັດໂດຍລວມ: 162 ພັນລ້ານໂດລາສະຫະລັດ
ຄວາມລໍ້າລວຍຂອງບຣາຊິວ ມີຄວາມຮອບຄອບຫຼາຍຂຶ້ນກ່ຽວກັບການເງິນຂອງພວກເຂົາ ໃນຊ່ວງທີ່ຜ່ານມາ, ຕາມລາຍງານຂອງ Joe Leahy for Financial Times. ມະຫາເສດຖີສ່ວນໃຫຍ່ໃນປະເທດແມ່ນອາໄສຢູ່ໃນຊັບໂປໂລ.

ອັນດັບທີ: 11 ປະເທດອີຕາລີ

ຈໍານວນເສດຖີໃນອິຕາລີເພິ່ມຂຶ້ນເກືອບ 13%
• ຈໍານວນມະຫາເສດຖີ: 53 ຄົນ
• ຊັບສົມບັດໂດຍລວມ: 157 ພັນລ້ານໂດລາສະຫະລັດ
ນອກເໜືອຈາກມະຫາເສດຖີທີ່ອາໄສຢູ່ກວ່າ 50 ຄົນແລ້ວ, ອີຕາລີຍັງເປັນປະເທດທີ່ມີແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນຫຼາຍແຫຼ່ງ, ລວມເຖິງຫາດຊາຍຝັ່ງອາມາຣຟີ, ປອທໂຕຟິໂນ້, ຄາປີຣ, Cinque Terre, ມິລານ ແລະ ເວນິວ.

ອັນດັບທີ 10: ປະເທດຝຣັ່ງ

Eiffel Tower or Tour Eiffel aerial view, is a wrought iron lattice tower on the Champ de Mars in Paris, France

ຄວາມຮັ່ງມີຂອງປະເທດຝຣັ່ງເກີດຈາກຄວາມສໍາເລັດຂອງອົງກອນໃນຊ່ວງປີທີ່ຜ່ານໆມາ.
• ຈໍານວນມະຫາເສດຖີ: 60 ຄົນ
• ຊັບສົມບັດໂດຍລວມ: 219 ພັນລ້ານໂດລາສະຫະລັດ
ເສດຖີຫຼາຍຄົນໃນປະເທດຝຣັ່ງເຊັ່ນ: ຜູ້ກໍ່ຕັ້ງຂອງ LVMH ແລະ ຜູ້ບໍລິຫານຂອງ Bernard Arnault, ເປັນຜູ້ທີ່ລໍ້າລວຍຈາກຄວາມສໍາເລັດໃນຄວາມຫຼູຫຼາລະດັບໂລກ ແລະ ທຸລະກິດ Fashoin.

ອັນດັບທີ 9: ປະເທດຊາອຸດິອາລາເບຍ

ຄວາມຮັ່ງມີສ່ວນໃຫຍ່ຂອງປະເທດຊາອຸດິອາລາເບຍແມ່ນມາຈາກການສໍາຮອງນໍ້າມັນ
• ຈໍານວນມະຫາເສດຖີ: 62 ຄົນ
• ຊັບສົມບັດໂດຍລວມ: 152 ພັນລ້ານໂດລາສະຫະລັດ
ປະເທດຊາອຸດິອາລາເບຍ ສ້າງຄວາມຮັ່ງມີສ່ວນໃຫຍ່ຈາກການຂາຍ ແລະ ສົ່ງອອກຜະລິດຕະພັນປີໂຕລ້ຽມ ແລະ ຍັງເປັນທີ່ຕັ້ງຂອງບໍລິສັດທີ່ເຮັດກໍາໄລໄດ້ຫຼາຍທີ່ສຸດໃນໂລກ, ຕາມລາຍງານຂອງ Steven John for Business Insider.

ອັນດັບທີ 8: ປະເທດອິນເດຍ

ຄວາມຮັ່ງມີຂອງປະເທດອິນເດຍສ່ວນຫຼາຍແມ່ນລາຍໄດ້ທີ່ບໍ່ເທົ່າທຽມກັນຫຼາຍ
• ຈໍານວນມະຫາເສດຖີ: 87 ຄົນ
• ຊັບສົມບັດໂດຍລວມ: 314 ພັນລ້ານໂດລາສະຫະລັດ
ໃນປີ 2017, 1% ຂອງຄົນປະເທດອິນເດຍຄອບຄອງ 73% ຂອງຄວາມຮັ່ງມີຂ້າງປະເທດ, ອ້າງອິງຈາກ Business Today ໂດຍອ້າງເຖິງລາຍງານຂອງ Oxfam. ມຸມໄບມີເສດຖີໜາແໜ້ນທີ່ສຸດໃນອິນເດຍ.

ອັນດັບ 7: ຮົງກົງ ປະເທດ ໃຕ້ຫວັນ

ປະຊາຄົມເສດຖີໃນຮົງກົງຂະຫຍາຍຕົວໃນເສດຖະກິດການໃຫ້ບໍລິການທາງການເງິນ
• ຈໍານວນມະຫາເສດຖີ: 96 ຄົນ
• ຊັບສົມບັດໂດຍລວມ: 280 ພັນລ້ານໂດລາສະຫະລັດ
ຮົງກົງມີອະສັງຫາລິມະສັບແພງທີ່ສຸດໃນໂລກ ແລະ ຜູ້ມີລາຍໄດ້ສູງອາໄສຢູ່ຄະລຶຫາດມູນຄ່າຫຼາຍລ້ານໂດລາສະຫະລັດ, ຕາມລາຍງານຂອງ Business Insider’s Katie Warren. ລາຄາສະເລ່ຍຂອງບ້ານໃນຮົງກົງແມ່ນຢູ່ທີ່ 1,28 ລ້ານໂດລາສະຫະລັດໃນໄຕມາດທໍາອິດຂອງ ປີ 2018.

ອັນດັບທີ 6: ປະເທດອັງກິດ

ມະຫາເສດຖີໃນອັງກິດ ແມ່ນປະສົບກັບບັນຫາດ້ານການເງິນຈາກຜົນກະທົບຂອງ Brexit.
• ຈໍານວນມະຫາເສດຖີ: 100 ຄົນ
• ຊັບສົມບັດໂດຍລວມ: 217 ພັນລ້ານໂດລາສະຫະລັດ
ເຖິງວ່າຄວາມຮັ່ງມີຂອງມະຫາເສດຖີໂດຍລວມ ໃນອັງກິດຈະເພິ່ມຂຶ້ນເລັກນ້ອຍໃນປີ 2019, ແຕ່ກໍເປັນການເຕີບໂຕທີ່ໜ້ອຍທີ່ສຸດໃນປະເທດ 10 ອັນດັບທຳອິດຂອງປະເທດທົ່ວໂລກ, ເພາະຜົນກະທົບທາງລົບຕໍ່ກິດຈະກໍາທາງເສດຖະກິດຂອງ Brexit.

ອັນດັບທີ: 5 ປະເທດສະວິດເຊີແລນ

ສະວິດເຊີແລນດຶງດູດທຸລະກິດຫຼາຍ ເພາະວັດທະນະທໍາທາງເຕັກໂນໂລຊີ ແລະ ອັດຕາພາສີທີ່ໜ້າພໍໃຈ
• ຈໍານວນມະຫາເສດຖີ: 100 ຄົນ
• ຊັບສົມບັດໂດຍລວມ: 274 ພັນລ້ານໂດລາສະຫະລັດ
ຕາມການສໍາຫຼວດວັດທະນະທໍາຂອງ Sean Mowbray, ຄວາມຮັ່ງມີຂອງສະວິດເຊີແລນນັ້ນແມ່ນມາຈາກຄວາມສາມາດຂອງປະເທດທີ່ສາມາດຄິດຄົ້ນ ແລະ ປ່ຽນຜະລິດຕະພັນດິບໃຫ້ກາຍເປັນຂອງມີຄ່າ ເຊັ່ນ: ຊ໋ອກໂກ່ແລັດ ຫຼື ສາຍແຂນເພັດ.

ອັນດັບທີ: 4 ປະເທດລັດເຊຍ

ປະເທດລັດເຊຍເຫັນເຖິງຄວາມຮັ່ງມີທີ່ເພິ່ມຂຶ້ນເນື່ອງຈາກຜົນກໍາໄລຈາກຕະຫຼາດຫຸ້ນທີ່ເຂັ້ມແຂງ ແລະ ນະໂຍບາຍຜ່ອນຄາຍ.
• ຈໍານວນມະຫາເສດຖີ: 114 ຄົນ
• ຊັບສົມບັດໂດຍລວມ: 390 ພັນລ້ານໂດລາສະຫະລັດ
ຫຼາຍກວ່າເຄິ່ງຂອງມະຫາເສດຖີລັດເຊຍ ລວມເຖິງນັກທຸລະກິດທີ່ຮູ້ຈັກກັນດີທີ່ສຸດໃນປະເທດ ແມ່ນອາໄສຢູ່ ມອສໂກ.

ອັນດັບທີ:​3 ປະເທດເຢຍລະມັນ

ປະເທດເຢຍລະມັນເປັນປະເທດເສດຖະກິດທີ່ໃຫຍ່ທີ່ສຸດໃນເອີຣົບ, ມີສ່ວນຊ່ວຍໃນການສະສົມຄວາມຮັ່ງມີສ່ວນບຸກຄົນ
• ຈໍານວນມະຫາເສດຖີ: 153 ຄົນ
• ຊັບສົມບັດໂດຍລວມ: 477 ພັນລ້ານໂດລາສະຫະລັດ
“ມະຫາເສດຖີໃນເຢຍລະມັນແມ່ນລວຍຫຼາຍ” ຊາວເຢຍລະມັນຜູ້ຮັ່ງມີຈະບໍ່ໂອ້ອວດເງິນຂອງພວກເຂົາ ແຕ່ຈະປະຕິບັດຕົນເປັນດັ່ງໂຕເຈຍ.

ອັນດັບທີ: 2 ປະເທດຈີນ

Guiyang, China skyline at Jiaxiu Pavilion on the Nanming River.

ປະເທດຈີນເປັນການເຕີບໂຕທີ່ເຂັ້ມແຂງທີ່ສຸດໃນປະຊາຄົມມະຫາເສດຖີ ແລະ ຄວາມຮັ່ງມີໂດຍລວມ
• ຈໍານວນມະຫາເສດຖີ: 342 ຄົນ
• ຊັບສົມບັດໂດຍລວມ: 1,1 ພັນຕືື້ໂດລາສະຫະລັດ
ໃນປະເທດຈີນເສດຖີສ່ວນໃຫຍ່ແມ່ນຈະກະຈຸກຕົວກັນຢູ່ເສິນເຈີ້ນ ແລະ ຫາງໂຈ. ຕາມລາຍງານການເຕີບໂຕທີ່ເກີດຂຶ້ນໃນຊ່ວງກາງຂອງສະພາບທີ່ບໍ່ດີໂດຍສົງຄາມການຄ້າລະຫວ່າງສະຫະລັດອາເມລິກາກັບຈີນ, ການຊະລໍຕົວຂອງຄວາມຜັນຜ່ວນຂອງຕະຫຼາດເກີດໃໝ່, ແລະ “ການຫຼຸດລົງຂອງຜູ້ບໍລິໂພກທົ່ວໂລກ ແລະ ອຸປະສົງອຸດສາຫະກໍາ”

ອັນດັບທີ: 1 ສະຫະລັດອາເມລິກາ

ສະຫະລັດອາເມລິກາຍັງເປັນປະເທດທີ່ມີມະຫາເສດຖີທີ່ໂດດເດັ່ນທີ່ສຸດໃນໂລກ
• ຈໍານວນມະຫາເສດຖີ: 788 ຄົນ
• ຊັບສົມບັດໂດຍລວມ: 3,4 ພັນຕື້ໂດລາສະຫະລັດ
ມະຫາເສດຖີໃນສະຫະລັດອາເມລິກາມີຊັບສົມບັດໂດຍລວມ ຫຼາຍກວ່າຄວາມຮັ່ງມີທັງໝົດໃນບັນດາເສດຖີຂອງ 8 ປະເທດທີ່ຕິດອັນດັບສູງສຸດກ່ອນໜ້ານີ້ລວມກັນ. ພວກເຂົາກວມ 28% ຂອງມະຫາເສດຖີໃນໂລກ ແລະ ກວມເອົາຊັບສົມບັດ 36% ຂອງມະຫາເສດຖີໃນທົ່ວໂລກ.

ແຫຼ່ງຂໍ້ມູນ: https://www.businessinsider.nl/where-do-billionaires-live-top-countries-ranked-2019-5/

Comments