ຂ່າວການຈາລະຈອນ-ເສັ້ນທາງ

ທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 90% ຄາດວ່າເປີດໃຫ້ບໍລິການ ໃນເດືອນທັນວາ 2021….

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ໜ້າວຽກໂດຍລວມ ແມ່ນສຳເລັດແລ້ວກວ່າ 90%; ໃນນັ້ນ, ສະເພາະການປູລາງລົດໄຟ ແມ່ນສຳເລັດແລ້ວ 166,6 ກິໂລແມັດ, ເທົ່າກັບ 40%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ໂດຍແມ່ນກຸ່ມບໍລິສັດວິສະວະກຳທາງລົດໄຟ ເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງ ແລະ ຕິດຕັ້ງປູລາງລົດໄຟ. ສ່ວນໜ້າວຽກການຜະລິດໝອນຮອງລາງລົດໄຟ ໂດຍແມ່ນກຸ່ມບໍລິສັດ ທາງລົດໄຟເລກທີ 15 ເປັນຜູ້ຮັບເໝົາຜະລິດ, ມາຮອດປັດຈຸບັນ ການຜະລິດສຳເລັດແລ້ວ 60% ແລະ ຄາດວ່າ ຈະໃຫ້ສຳເລັດ 100% ໃນທ້າຍເດືອນເມສາ 2021 ແລະ ຄາດວ່າ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດຈະສຳເລັດ ແລະ ເປີດໃຫ້ບໍລິການຈະລາຈອນ ໃນເດືອນທັນວາ 2021. ທ່ານ ຫລີ ລົງເຊິງ (Li Long Cheng) ຫົວໜ້າວິສະວະກອນ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 2 ສປ ຈີນ ...

Read More »

ສະພາ ຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ….

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 3 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີລາຍງານກ່ຽວກັບການຄົ້ນຄວ້າ ແລະ ປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ III ໂດຍໄດ້ລາຍງານກ່ຽວກັບຄວາມເປັນມາຂອງການສ້າງແຜນຜັງລວມຕົວເມືອງ ນວ; ການປະເມີນຜົນການຈັດຕັ້ງປະຕິບັດ ແຜນຜັງຕົວເມືອງ ສະບັບທີ I ແລະ II ວ່າ: ແຜນຜັງລວມຕົວເມືອງ ນວ ສະບັບທີ I ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1991 ໂດຍ ມີເນື້ອທີ່ວາງແຜນ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ສ່ວນແຜນຜັງລວມຕົວເມືອງ ...

Read More »

ເກີດເຫດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ…

ຕາມແຫຼ່ງຂ່າວ CNN ລາຍງານໃຫ້ຮູ້ວ່າ: ເກີດມີແຜ່ນດິນໄຫວຮຸນແຮງໃນທະເລ ອີຈຽນ ເມື່ອຕອນບ່າຍຂອງວັນທີ 30 ຕຸລາ ທີ່ຜ່ານມາ ໃນເມືອງ ອິສຕັນບຣູ ປະເທດ ຕວກກີີ ມີແຮງສັ່ນສະເທືອນສູງເຖິງ 7.0 ຣິກເຕີ ລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ໃນຕວກກີ ແລະ ເກຣັກ ສົ່ງຜົນໃຫ້ອາຄານຕ່າງໆຫັກພັງລົງມາ ແລະ ກໍໃຫ້ເກີດມີ “ຄື້ນສຶນາມິຂະໜາດນ້ອຍ” ເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ມີຜູ້ເສຍຊີວິດ 25 ຄົນ ໃນເຂດຊາຍຝັ່ງທາງຕາເວັນຕົກຂອງ ຕວກກີ ແລະ ພົບເດັກນ້ອຍເສຍຊີວິດອີກ 2 ຄົນ ບົນເກາະ ຊາມອດ ຂອງ ເກຣັກ. ໃນຂະນະດຽວກັນ ກຳແພງໃນຕວກກີ ຖະລົ່ມລົງມາ ມີອາຄານເສຍຫາຍຢ່າງຕໍ່າ 20 ແຫ່ງ ໃນເມືອງ ອິຊເມຍ ພຽງແຫ່ງດຽວທີ່ເສຍຫາຍຢ່າງໜັກ. ນອກນັ້ນ ຍັງມີພະຫະນະອີກຈຳນວນໜຶ່ງທີ່ຖືກຖົມຢູ່ກ້ອງອາຄານທີ່ຫັກພັງລົງມາ ແລະ ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາຜູ້ມີຊີວິດລອດຈາກຊາກຕຶກດັ່ງກ່າວ ທ່ານນາຍົກລັດຖະມົນຕີ Tunc Soyer ກ່າວ. ໃນເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພກ່າວວ່າ: ...

Read More »

ທາງດ່ວນ ນວ – ວັງວຽງ ເປີດເປັນທາງການ 2 ທັນວາ 2020 ນີ້ ໃຫ້ຜ່ານຟຮີ 2 ມື້….

ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,1 ກິໂລແມັດ, ກວ້າງ 23 ແມັດ, ເສັ້ນທາງສອງເລນແລ່ນ ໄປ-ກັບ ມີມູນຄ່າການກໍ່ສ້າງ 1,3 ຕື້ໂດລາ ຈະເປີດເປັນທາງການ 2 ທັນວາ 2020 ເປີດໃຫ້ຜ່ານຟຮີ ວັນທີ 1-2 ທັນວານີ້…!!!! ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,1 ກິໂລແມັດ, ກວ້າງ 23 ແມັດ, ເສັ້ນທາງສອງເລນແລ່ນ ໄປ-ກັບ, ປູດ້ວຍຢາງອັດສະຟານ,ມູນຄ່າການກໍ່ສ້າງ 1,3 ຕື້ໂດລາສະຫະລັດ, ມີອາຍຸສຳປະທານທັງໝົດ 50 ປີ (ລວມໄລຍະກໍ່ສ້າງ 3 ປີເປັນ 53 ປີ), ຕາມແລວທາງມີຈຸດຂຶ້ນລົງ 7 ຈຸດ, ຈຸດເກັບເງິນ 8 ຈຸດ, ມີຂົວ 39 ແຫ່ງ, ມີອຸມົງລອດພູພະຈຳນວນ 1 ແຫ່ງ (ຄວາມຍາວປະມານ 875 ແມັດ). ໂຄງການນີ້ລົງທືນກໍ່ສ້າງໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ...

Read More »

9 ເດືອນມູນຄ່າການລົງທຶນຢູ່ ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາ…

ໃນໄລຍະ 9 ເດືອນຂອງປີ 2020 ມູນຄ່າການລົງທຶນຢູ່ສປປ ລາວ ປະຕິ ບັດໄດ້ 12,98 ຕື້ໂດລາສະຫະລັດ ຂະນະທີ່ການກໍ່ສ້າງ 2 ໂຄງການໃຫຍ່ຄືບໜ້າຢ່າງຕໍ່ເນື່ອງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫລວງວຽງຈັນວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນກັນຍາ ປີ 2020 ມູນຄ່າການລົງທຶນ (ທຶນຈົດທະ ບຽນ) ປະຕິບັດໄດ້ 12,98 ຕື້ໂດລາສະຫະລັດ, ທຶນນໍາເຂົົ້າຕົວຈິງ ປະມານ 3,37 ຕື້ໂດລາສະຫະລັດ ຫຼື ປະມານ 31.185,98 ຕື້ກີບ ເທົ່າກັບປະ ມານ 156% ...

Read More »

ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 284 ຕື້ກວ່າກີບ…

ການຈັດເກັບລາຍຮັບຢູ່ດ່ານ ພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ ໃນໄລຍະ 9 ເດືອນຕົ້ນປີ 2020 ຜ່ານມາ ເຖິງວ່າຈະພົບກັບສິ່ງທ້າທາຍຫລາຍປະການກໍຕາມ ເປັນຕົ້ນແມ່ນ ການລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສົ່ງຜົນກະທົບ ຕໍ່ການຈັດເກັບລາຍຮັບເຂົ້າງົບປະມານ, ແຕ່ດ້ວຍຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຂອງຄະນະດ່ານພາສີ ເຮັດໃຫ້ການເກັບລາຍຮັບສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ, ເທົ່າກັບ 101,49% ຂອງແຜນການ, ໃນນັ້ນລາຍຮັບ 93,47% ແມ່ນໄດ້ມາຈາກນໍ້າມັນເຊື້ອໄຟ. ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ໄຊຍະບູລີ-ຈັງຫວັດ ເລີຍ ໃຫ້ຮູ້ວ່າ: ຜົນສຳເລັດດັ່ງກ່າວ ຍ້ອນສະພາບພາຍໃນດ່ານມີຄວາມສະຫງົບ, ການບໍລິການມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າບາງຊະນິດມີການເພີ່ມຂຶ້ນ, ສ່ວນລາຍຮັບທີ່ສາມາດປະຕິບັດໄດ້ 284,16 ຕື້ກວ່າກີບ ແມ່ນໄດ້ມາຈາກພາກສ່ວນພາສີ ດ້ 153,25 ຕື້ກວ່າກີບ ປະກອບມີ ຄ່າຊັກພິເສດ 87,86 ລ້ານກີບ, ພາສີຂາເຂົ້າ 29,6 ຕື້ກີບ, ຄ່າທໍານຽມຕ່າງໆ 1,65 ຕື້ກີບ, ຄ່າທໍານຽມຄັງແຮ 121,9 ...

Read More »

ກຽມສໍາຫຼວດຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ…

ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ. ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ. ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ...

Read More »

ຈີນ ແລະ ລາວເພີ່ມທະວີມິດຕະພາບຜ່ານຈາກໂຄງການຮ່ວມມືທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ…

ຫວ່າງບໍ່ດົນມານີ້, ອຸໂມງປ່ຽນແລວນ້ຳຫຼັກຂອງເຂື່ອນໄຟຟ້ານ້ຳຕົກນ້ຳຊື່ມ 4 ຂອງລາວທີ່ບໍລິສັດກົນຈັກໜັກຈີນຈຳກັດຂອງກຸ່ມ ບໍລິສັດອຸດສາຫະກຳກົນຈັກຈີນຈຳກັດ ໄດ້ຮັບສຳປະທານນັ້ນໄດ້ຂຸດທະລຸຢ່າງສຳເລັດຜົນ, ອັນໄດ້ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການກໍ່ສ້າງໂຄງການໃຫ້ສຳເລັດຜົນຕາມເວລາກຳນົດ. ເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ 4 ແຂວງຊຽງຂວາງຂອງລາວແມ່ນໂຄງການສຳຄັນອີກໂຄງການໜຶ່ງຂອງການຮ່ວມມືຕົວຈິງລະຫວ່າງລາວ-ຈີນ, ພາຍຫຼັງໂຄງການດັ່ງກ່າວສ້າງສຳເລັດແລ້ວ, ຈະມີຜົນດີຕໍ່ການເພີ່ມຄວາມສາມາດໃນການຜະລິດໄຟຟ້າແລະປັບປຸງພື້ນຖານໂຄງລ່າງດ້ານພະລັງໄຟຟ້າຂອງລາວຢ່າງຄົບຊຸດ. ຢູ່ປະເທດລາວທີ່ຫາກໍເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂັ້ນເບື້ອງຕົ້ນ, ບໍ່ວ່າເຂື່ອນໄຟຟ້ານ້ຳຕົກ, ໂຮງງານຜະລິດຊີມັງ ຫຼືວ່າໂຮງໝໍກໍຕາມ, ໂຄງການຮ່ວມມືລາວ-ຈີນຕ່າງໆລ້ວນແຕ່ໄດ້ດຳເນີນໄປໄດ້ເປັນຢ່າງດີ ຢູ່ເຂດພູດອຍທີ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 100 ກິໂລແມັດ, ມີໂຮງງານຜະລິດຊີມັງຂະໜາດໃຫຍ່ແຫ່ງໜຶ່ງທີ່ທັນສະໄໝຄື: ບໍລິສັດຊີມັງວຽງຈັນຫົງຊື ໃສທິດລາດ ຈຳກັດ. ພາບປະກອບເທົ່ານັ້ນ ທ່ານ ກົງພະ ນາຍບ້ານຂອງບ້ານເຊິ່ງເປັນທີ່ຕັ້ງຂອງໂຮງງານຜະລິດຊີມັງຫົງຊື ກ່າວວ່າ: “ຂ້າພະເຈົ້າຫາກໍດຳລົງຕຳແໜ່ງຮອງນາຍບ້ານເມື່ອປີ 1999, ຕອນນັ້ນຊາວບ້ານທັງຫຼາຍພຽງແຕ່ອາໄສນ້ຳຟ້ານ້ຳຝົນຜະລິດເຂົ້າກິນ, ສ່ວນຫຼາຍໄດ້ເຮັດໄຮ່ໄຖນາ, ຊີວິດຂອງຊາວບ້ານທັງຫຼາຍທຸກຍາກຫຼາຍ. ໂຮງງານຜະລິດຊີມັງຫົງຊືສ້າງຕັ້ງຂຶ້ນເມື່ອປີ 2016, ຊາວບ້ານທັງຫຼາຍໄດ້ຕັ້ງໜ້າເຂົ້າຮ່ວມເຮັດວຽກໃນບໍລິສັດດັ່ງກ່າວ, ລາຍຮັບຂອງຊາວບ້ານເພີ່ມຂຶ້ນ, ຊີວິດການເປັນຢູ່ຂອງເຂົາເຈົ້າກໍດີຂຶ້ນເຊັ່ນກັນ, ປັດຈຸບັນ, ເຂົາເຈົ້າສາມາດປຸກເຮືອນໃໝ່, ຜົນປະໂຫຍດເຫຼົ່ານີ້ລ້ວນແຕ່ແມ່ນໄດ້ຮັບຈາກບໍລິສັດຊີມັງວຽງຈັນຫົງຊື ໃສທິດລາດ ຈຳກັດ”. ຢູ່ໃຈກາງຂອງນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງໂຮງໝໍມະໂຫສົດຄົບວົງຈອນທີ່ຈີນພວມຊ່ວຍສ້າງນັ້ນແມ່ນໂຮງໝໍແບບສັງລວມຂະໜາດໃຫຍ່ທີ່ສຸດແລະມີຂະແໜງການດ້ານສາທາລະນະສຸກຄົບຖ້ວນທີ່ສຸດຢູ່ພາຍໃນປະເທດລາວ, ທັງເປັນແຫຼ່ງສຶກສາດ້ານການແພດສຳຄັນທີ່ສຸດຂອງລາວ. ທ່ານພົງສະຫວັດ ອາຍຸ 37 ປີມາຈາກແຂວງອຸດົມໄຊທາງພາກເໜືອຂອງລາວ, ຜູ້ທີ່ນັກຂ່າວໄດ້ຖາມເຖິງຄວາມຮູ້ສຶກທີ່ເຮັດວຽກນຳກັນກັບເພື່ອນຄົນຈີນ, ທ່ານພົງສະຫວັດກ່າວວ່າ: “ຂ້ອຍຮູ້ສຶກດີໃຈແລະພໍໃຈທີ່ສຸດທີ່ສາມາດຮຽນບົດຮຽນຈາກຜູ້ຊ່ຽວຊານແລະນັກວິຊາການຈີນ. ໂຄງການນີ້ສາມາດຊຸກຍູ້ການພັດທະນາຂອງລາວໂດຍຜ່ານການແລກປ່ຽນເຕັກນິກກັບຝ່າຍຈີນ, ຂ້ອຍຮູ້ສຶກດີໃຈຫຼາຍ.”ໂຄງການຮ່ວມມືທີ່ຄ້າຍຄືກັບໂຄງການດັ່ງກ່າວຍັງມີຫຼາຍ, ຜູ້ກໍ່ສ້າງໂຄງການຮ່ວມມືລາວ-ຈີນໄດ້ຮ່ວມກັນສູ້ຊົນພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນທັງສອງປະເທດຢ່າງບໍ່ຢຸດຢັ້ງ, ...

Read More »

ໜ້າວຽກລ່ວງໜ້າ ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ ສຳເລັດເກີນເຄິ່ງ

ເມື່ອບໍ່ດົນມານີ້,ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງໂດຍມີ ທ່ານ ສຸກັນ ບຸນຍົງຮອງເຈົ້າແຂວງ ຫຼວງພະບາງ, ມີເຈົ້າເມືອງ ຈອມເພັດ ແລະ ເມືອງ ປາກອູ ພ້ອມດ້ວຍຄະນະ ຮ່ວມເດີນທາງ. ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າວຽກກະກຽມລ່ວງໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງວ່າ: ການກໍ່ສ້າງສາຍສົ່ງສະຖານນີໄຟຟ້າແສນສຸກ, ສະຖານີ,ລະບົບສາຍຈຳໜ່າຍ ແລະລະບົບສື່ສານສຳລັດ 36,60%, ກໍ່ສ້າງເສັ້ນທາງຈຸດບ້ານຫາດຢາເສັ້ນທາງເລກທີ 13 ເໜືອຫາບ່ອນສ້າງເຂື່ອນມີຄວາມຍາວ 14 ກິໂລແມັດ ແລະເສັ້ນທາງຊອຍຕ່າງໆເຂດໂຄງການສຳເລັດ 59,45%, ກໍ່ສ້າງຂົວເບຕົງເສີມເຫຼັກຂ້າມນ້ຳຂອງລະຫວ່າງເມືອງປາກອູຫາເມືອງຈອມເພັດມີຄວາມຍາວ 500 ແມັດສຳເລັດ 7,86%, ກໍ່ສ້າງທ່າເຮືອບັກທັງສອງຟາກເມືອງປາກອູຫາເມືອງຈອມເພັດສຳເລັດ 100%. ສຳຫຼວດ ແລະກໍ່ສ້າງສະຖານທີ່ບ່ອນຕັ້ງແຄ້ມຊົ່ວຄາວ, ລານເກັບມ້ຽນ, ໂຮງຄົບຫີນ, ສາງ ແລະປ້ຳນ້ຳມັນ, ຮ້ານອາຫານ ແລະອື່ນໆສຳເລັດ 85,24%, ນຳໃຊ້ຫີນຊາຍ ແລະພັດທະນາບໍ່ຫີນຮັບໃຊ້ໂຄງການທັງໝົດສຳເລັດ 64,24%, ນຳໃຊ້ກົນຈັກຮັບໃຊ້ໂຄງການເຂືື່ອນນໍ້າຂອງໄຊຍະບູລີມາຮັບໃຊ້ໂຄງການເຂື່ອນນ້ຳຂອງແຂວງຫຼວງພະບາງສຳເລັດ 66,03%. ໂອກາດນີ້, ທ່ານ ສີນາວາ ສຸພານຸວົງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບໂຄງການໃສ່ໃຈຄຸນນະພາບຂອງວຽກງານເພື່ອຮັບປະກັນທາງດ້ານຄຸນະພາບລວມໄປເຖິງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບແລະການຟືື້ນຟູສະພາບແວດລ້ອມ. ແຫຼ່ງຂໍ້ມູນ: media lao

Read More »

ປກສ ກຽມກຳລັງເຈົ້າໜ້າທີ່ ຮັບໃຊ້ບຸນພະທາດຫຼວງປີນີ້…

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກຽມກຳລັງອ້າຍນ້ອງເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ເຖິງ 1,170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫຼວງ ປີ 2020 ໃນໄລຍະແຕ່ວັນທີ 29-31 ຕຸລາ ນີ້ ກຳລັງດັ່ງກ່າວຈະແບ່ງອອກເປັນສອງກຸ່ມ ທີ່ປະຈຳຢູ່ພື້ນມທີ່ນອກ ແລະ ໃນເດີ່ນທາດຫຼວງ ໂດຍມີ 15 ຈຸດ ແລະ ຕາມບັນດາເສັ້ນທາງຕ່າງໆລວມມີ 7 ຈຸດ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ, ສວຍໂອກາດເຄື່ອນໄຫວລັກຊັບ, ຊິງຊັບ, ແຫກກະເປົາ ແລະ ເຫດການອື່ນໆທີ່ອາດຈະເກີດຂຶ້ນກັບຜູ້ມາທ່ຽວງານ. ກອງບັນຊາການ ປກສ ນະຄອນຫຼວງຍັງໄດ້ຈັດຕັ້ງໜ່ວຍໂຄສະນາ ເພື່ອໃຫ້ມວນຊົນເພີ່ມຄວາມມີສະຕິລະວັງຕົວກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »