ໜ້າວຽກລ່ວງໜ້າ ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ ສຳເລັດເກີນເຄິ່ງ

ເມື່ອບໍ່ດົນມານີ້,ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງໂດຍມີ ທ່ານ ສຸກັນ ບຸນຍົງຮອງເຈົ້າແຂວງ ຫຼວງພະບາງ, ມີເຈົ້າເມືອງ ຈອມເພັດ ແລະ ເມືອງ ປາກອູ ພ້ອມດ້ວຍຄະນະ ຮ່ວມເດີນທາງ.

ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າວຽກກະກຽມລ່ວງໜ້າໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງວ່າ: ການກໍ່ສ້າງສາຍສົ່ງສະຖານນີໄຟຟ້າແສນສຸກ, ສະຖານີ,ລະບົບສາຍຈຳໜ່າຍ ແລະລະບົບສື່ສານສຳລັດ 36,60%, ກໍ່ສ້າງເສັ້ນທາງຈຸດບ້ານຫາດຢາເສັ້ນທາງເລກທີ 13 ເໜືອຫາບ່ອນສ້າງເຂື່ອນມີຄວາມຍາວ 14 ກິໂລແມັດ ແລະເສັ້ນທາງຊອຍຕ່າງໆເຂດໂຄງການສຳເລັດ 59,45%, ກໍ່ສ້າງຂົວເບຕົງເສີມເຫຼັກຂ້າມນ້ຳຂອງລະຫວ່າງເມືອງປາກອູຫາເມືອງຈອມເພັດມີຄວາມຍາວ 500 ແມັດສຳເລັດ 7,86%, ກໍ່ສ້າງທ່າເຮືອບັກທັງສອງຟາກເມືອງປາກອູຫາເມືອງຈອມເພັດສຳເລັດ 100%.

ສຳຫຼວດ ແລະກໍ່ສ້າງສະຖານທີ່ບ່ອນຕັ້ງແຄ້ມຊົ່ວຄາວ, ລານເກັບມ້ຽນ, ໂຮງຄົບຫີນ, ສາງ ແລະປ້ຳນ້ຳມັນ, ຮ້ານອາຫານ ແລະອື່ນໆສຳເລັດ 85,24%, ນຳໃຊ້ຫີນຊາຍ ແລະພັດທະນາບໍ່ຫີນຮັບໃຊ້ໂຄງການທັງໝົດສຳເລັດ 64,24%, ນຳໃຊ້ກົນຈັກຮັບໃຊ້ໂຄງການເຂືື່ອນນໍ້າຂອງໄຊຍະບູລີມາຮັບໃຊ້ໂຄງການເຂື່ອນນ້ຳຂອງແຂວງຫຼວງພະບາງສຳເລັດ 66,03%.

ໂອກາດນີ້, ທ່ານ ສີນາວາ ສຸພານຸວົງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບໂຄງການໃສ່ໃຈຄຸນນະພາບຂອງວຽກງານເພື່ອຮັບປະກັນທາງດ້ານຄຸນະພາບລວມໄປເຖິງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບແລະການຟືື້ນຟູສະພາບແວດລ້ອມ.

ແຫຼ່ງຂໍ້ມູນ: media lao

Comments