ນາຍົກອອກຄຳສັ່ງຮີບຮ້ອນປັບປຸງແຜນການສັກວັກຊີນຄືນໃຫມ່

ນາຍົກອອກຄຳສັ່ງຮີບຮ້ອນປັບປຸງແຜນການສັກວັກຊີນຄືນໃຫມ່

ຄຳສັ່ງຈາກສຳນັກງານນາຍົກລັດຖະມົນຕີ, ເລກທີ 24 /ນຍ ນະຄອນຫຼວງວຽງຈັນ, ວັນທີ 10. 11 2021ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງດັ່ງນີ້:1. ໃຫ້ບັນດາທ່ານ ລັດຖະມົນຕີກະຊວງ, ຫົວຫນ້າອົງການທຽບເທົ່າ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະບັນດາທ່ານ ເຈົ້າແຂວງ ທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ໃນການຊີ້ນໍາ-ບັນຊາການຈັດຕັ້ງຕ່າງໆ ຕະຫຼອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການອະທິບາຍ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃນການຄວບຄຸມພະຍາດ COVID-19 ດ້ວຍຮູບການ ແລະວິທີການຕ່າງໆ ເພື່ອໃຫ້ທຸກການຈັດຕັ້ງ ແລະບຸກຄົນຮັບຮູ້ ເຂົ້າໃຈຄວາມຈໍາເປັນ ແລະຄວາມສໍາຄັນຕໍ່ ວຽກງານດັ່ງກ່າວ ທັງເຂົ້າຮ່ວມໃນຂະບວນການສັກວັກຊີນ ກັນພະຍາດ COVID-19 ໃຫ້ບັນລຸຄາດຫມາຍ ອັດຕາການປົກຄຸມການສັກວັກຊີນ COVID-19 ໃຫ້ໄດ້ 50% ຂຶ້ນໄປ ໃນທ້າຍ ປີ 2021 ແລະ 80% ຂຶ້ນ ໄປໃນປີ 2022, ໂດຍໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຖືເອົາວຽກງານການສັກວັກຊີນ ເປັນຄວາມ ຮັບຜິດຊອບການເມືອງ ທັງເປັນໄມ້ຫຼາວັດແທກໃນການຕີລາຄາຜົນງານ ກໍ່ຄືຜົນສໍາເລັດໃນການປະຕິບັດຫນ້າທີ່ຂອງຕົນ.2. ໃຫ້ນະຄອນຫຼວງວຽງຈັນ ແລະບັນດາແຂວງທົ່ວປະເທດ ຮີບຮ້ອນປັບປຸງແຜນ ແລະ ວິທີການຈັດຕັ້ງປະຕິບັດຕົວຈິງໃນການສັກວັກຊີນຄືນໃຫມ່ ໂດຍໃຫ້ມີແຜນຮອບດ້ານ ເຊັ່ນ: – ເກັບກໍາ, ຂຶ້ນບັນຊີເປົ້າຫມາຍຂອງປະຊາກອນ ທີ່ມີອາຍຸ 18 ປີ ຂຶ້ນໄປ ກໍໃຫ້ໄດ້ຜູ້ທີ່ໄດ້ສັກ ແລະ ທີ່ຍັງບໍ່ທັນໄດ້ສັກວັກຊີນ COVID-19 ຢູ່ທ້ອງຖິ່ນຂອງຕົນໃຫ້ຄົບຖ້ວນ ເພື່ອນໍາເອົາເປົ້າຫມາຍທີ່ຍັງບໍ່ທັນ ໄດ້ສັກ ເຫຼົ່ານັ້ນ ມາສັກວັກຊີນໃນສະຖານທີ່ຕ່າງໆ ທີ່ການຈັດຕັ້ງກໍານົດ ຕາມຄາດຫມາຍໃນປີ 2021 ແລະ ປີ 2022; ພ້ອມກັນນັ້ນ ກໍ່ໃຫ້ເກັບກໍາກຸ່ມເປົ້າຫມາຍແຕ່ອາຍຸ 12-17 ປີ ໃຫ້ຮູ້ຈໍານວນຄົນທີ່ຊັດ ເຈນ ເພື່ອຈະໄດ້ສັກວັກຊີນ ໃຫ້ກຸ່ມເປົ້າຫມາຍດັ່ງກ່າວ ເລີ່ມແຕ່ເດືອນ ພະຈິກ 2011 ເປັນຕົ້ນໄປແນໃສ່ຮອງຮັບໃຫ້ແກ່ການເປີດການຮຽນ-ການສອນ ໃນຕໍ່ຫນ້າ; – ສະເຫນີແຜນຄວາມຕ້ອງການວັກຊີນ ຕາມຈໍານວນພົນລະເມືອງທີ່ໄດ້ຂຶ້ນບັນຊີ;- ກະກຽມທີມງານແພດຫມໍ, ອາສາສະຫມັກ, ພາຫະນະ, ອຸປະກອນທີ່ຈໍາເປັນ ແລະຈັດສັນງົບປະມານ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ເພື່ອໃຫ້ປະຊາກອນທຸກເປົ້າຫມາຍ ສາມາດເຂົ້າເຖິງໄດ້ຢ່າງເທົ່າທຽມ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ; – ຂະຫຍາຍຈຸດການບໍລິການ ຂອງການສັກວັກຊີນ COVID-19 ລົງໄປຮອດຂັ້ນສຸກສາລາ ຫຼື ບ້ານ ບ່ອນທີ່ເປັນຈຸດເຕົ້າໂຮມຄົນເຂົ້າມາເຖິງໄດ້ງ່າຍ ບົນພື້ນຖານຮັບປະກັນໄດ້ຄວາມປອດໄພໃນຈຸດບໍລິການ ເຊັ່ນ: ການຮັກສາໄລຍະຫ່າງ ແລະການປ້ອງກັນການຕິດເຊື້ອ; – ນໍາໃຊ້ວັກຊີນທີ່ແຕ່ລະທ້ອງຖິ່ນໄດ້ຮັບ ໃຫ້ເກີດຜົນປະໂຫຍດອັນສູງສຸດ ແນໃສ່ໃຫ້ທຸກຄົນໄດ້ເຂົ້າເຖິງ ແລະ ບໍ່ໃຫ້ມີວັກຊີນເສັຍຄຸນ; – ຕິດຕາມການຈັດຕັ້ງປະຕິບັດຕົວຈິງ ແລະ ລາຍງານໃຫ້ຂັ້ນເທິງຖັດຕົນ ຢ່າງເປັນປົກກະຕິ ແລະ ທັນ ການ.3. ໃຫ້ຄະນະສະເພາະກິດ COVID-19 ຂັ້ນສູນກາງ ຂຶ້ນແຜນຈັດຫາວັກຊີນ, ອຸປະກອນຮັບໃຊ້ທີ່ຈໍາເປັນແລະ ງົບປະມານໃຫ້ພຽງພໍຕາມຄວາມຕ້ອງການໃນແຕ່ລະໄລຍະ, ທັງສະຫນອງ ແລະ ແຈກຢາຍໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃຫ້ພຽງພໍ ແລະ ທັນຕາມກໍານົດເວລາ. 4. ໃຫ້ແຕ່ລະພາກສ່ວນ ເພີ່ມທະວີການໂຄສະນາປະຊາສໍາພັນ ຫຼາຍຮູບ ຫຼາຍສີ ຜ່ານສື່ຕ່າງໆ, ວິທະຍຸ, ໂທລະພາບ ສື່ສິ່ງພິມ ແລະ ສື່ອອນລາຍ ຕາມເນື້ອໃນດ້ານວິຊາການໄດ້ແນະນໍາ ຢູ່ແຕ່ລະຂັ້ນ ເປັນປົກກະຕິ ລວມທັງນໍາໃຊ້ໂທລະໂຄ່ງ ທີ່ມີພາຍໃນບ້ານປະກາດ ທຸກມື້ ທັງເຊົ້າ ແລະ ແລງ ເພື່ອໃຫ້ປະຊາຊົນໄດ້ເຂົ້າ ເຖິງຂໍ້ມູນຂ່າວສານ, ຮູ້ເຖິງຄຸນປະໂຫຍດຂອງວັກຊີນ ແລະ ສາມາດເຂົ້າມາເຖິງຈຸດການບໍລິການ ຕາມເວລາ ນັດຫມາຍ, ຖ້າຫາກທ້ອງຖິ່ນໃດ ຍັງມີປະຊາຊົນບໍ່ທັນເຂົ້າໃຈ ແລະ ບໍ່ໃຫ້ການຮ່ວມມື ແມ່ນໃຫ້ອໍານາດການ ປົກຄອງຂັ້ນນັ້ນໆ ເປັນເຈົ້າການສຶກສາອົບຮົມ ຫຼື ປະຕິບັດມາດຕະການຕ່າງໆຕາມຄວາມເຫມົາະສົມ. 5. ໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ລະດົມກໍາລັງຈາກການຈັດຕັ້ງຕ່າງໆ ເຊັ່ນ: ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຊາວຫນຸ່ມ, ແມ່ຍິງ, ກໍາມະບານ ມີສ່ວນຮ່ວມເປັນ ກໍາລັງແຮງຊ່ວຍແພດຫມໍ ໃນການເຕົ້າໂຮມປະຊາຊົນ, ຈົດທະບຽນເປົ້າຫມາຍ, ຊ່ວຍບັນທຶກຂໍ້ມູນ, ບັດສັກ ຢາ ແລະ ອໍານວຍຄວາມສະດວກຕ່າງໆ ໃຫ້ທີມງານແພດ ແລະ ປະຊາຊົນ ທີ່ມາຮັບການບໍລິການ ໄດ້ສໍາເລັດຕາມຄາດຫມາຍ.6. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ. 7. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ. ຄຳສັ່ງຈາກນາຍົກລັດຖະມົນຕີ ພະນະທ່ານ ພັນຄຳ ວິພາວັນ

May be an image of 1 person and text
ນາຍົກອອກຄຳສັ່ງຮີບຮ້ອນປັບປຸງແຜນການສັກວັກຊີນຄືນໃຫມ່

Comments