ສະຫລອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ (ປະທານປະເທດເນັ້ນ ຕໍາຫຼວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ມີຈັນຍາບັນ-ຈັນທໍາ)

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 5 ເມສາ 2021, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ, ມີບັນດາການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ.

อาจเป็นรูปภาพของ 2 คน, ผู้คนกำลังยืน และดอกไม้
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ສະຫາຍ ພົທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຕໍ່ພິທີສະເຫລີມສະຫລອງຄັ້ງນີ້ວ່າ: ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດ ສະຫລາດສ່ອງໃສຂອງພັກເຮົາ ໃນພາລະກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ການກຳເນີດເກີດຂຶ້ນ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ; ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ກໍໄດ້ປະເຊີນໜ້າໂດຍກົງກັບກຸ່ມຄົນບໍ່ດີ ທີ່ມີກໍາລັງເໜືອກວ່າຕັ້ງຫລາຍເທົ່າ ທາງດ້ານເສດ ຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ; ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກກັນດານນັ້ນ ກໍາລັງປ້ອງກັນຄວາມສະຫງົບ ພ້ອມກັນກັບກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ.

อาจเป็นรูปภาพของ 2 คน, ผู้คนกำลังยืน และดอกไม้

ຕະຫລອດໄລຍະ 60 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລໍາບາກນາໆ ປະການ, ດ້ວຍນ້ຳໃຈປະຕິວັດອັນສູງສົ່ງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນ ຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫລວງ. ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນບາງຕອນສໍາຄັນວ່າ: ພາລະກິດຂອງກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ ແມ່ນ ຕ້ານກັບກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ມີເຈດຕະນາອັນບໍ່ດີຕໍ່ປະເທດຊາດ ແມ່ນໜ້າທີ່ຂອງກໍາລັງ ປກຊ-ປກສ ເປັນຜູ້ແບກຫາບໜັກກວ່າໝູ່, ເປັນຜູ້ປະເຊີນໜ້າຫລາຍກວ່າໝູ່, ນອກຈາກຕ້ານກຸ່ມຄົນບໍ່ດີແລ້ວ ຍັງຕ້ອງສ້າງສັງຄົມໃຫ້ມີຄວາມສະຫງົບປອດໄພ, ສ້າງສະພາບແວດລ້ອມໃຫ້ປະຊາຊົນລາວໃນທົົ່ວປະເທດ ມີຄວາມອຸ່ນອ່ຽງໃຈໃນການດຳລົງຊີວິດ, ການທໍາມາຫາກິນຢ່າງສະຫງົບສັນຕິ; ປົກປ້ອງກົດໝາຍ ເຮັດໃຫ້ປະຊາຊົນມີທີີ່ເພິ່ງ, ໃຫ້ປະຊາຊົນເຊືີ່ອໝັັ້ນ ໃນຄວາມເປັນທຳ, ຍຸຕິທໍາຂອງກໍາລັງປ້ອງກັນຄວາມສະຫງົບ, ຕ້ານອາຊະຍາກໍາທຸກຮູບແບບຂອງສັງຄົມ, ຕ້ານການກໍ່ການຮ້າຍອາຊະຍາກໍາຂ້າມຊາດ, ຕ້ານ ແລະ ສະກັດກັ້ນໄພສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ ແລະ ການກໍ່ອາຊະຍາກໍາປະເພດອື່ນໆ.

ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈະຕ້ອງໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບອັນໃຫຍ່ຫລວງ, ຄວາມມານະອົດທົນສູງ ແລະ ຄວາມກ້າຫານປະດິດສ້າງ, ສະດຸ້ງໄວ ເພື່ອຮັບມືກັບສິ່ງທ້າທາຍທົດສອບ ທີ່ອາດຈະເກີດຂື້ນ, ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ຖວງທັນກັບສະພາບການໃນປັດຈຸບັນ, ເສີມຂະຫຍາຍມູນເຊື້ອກໍາລັງປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ ໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບທີ່ເຂັ້ມແຂງໜັກແໜ້ນ, ພະນັກງານ-ນັກຮົບ ຕ້ອງເປັນແບບຢ່າງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ເປັນທີ່ເພິ່ງຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາຊົນປະຕິບັດຕາມຄໍາຂວັນທີ່ວ່າ: ຕໍາຫລວດ ແລະ ປະຊາຊົນ ໃຫ້ຄືປາກັບນໍ້າ, ຕໍາຫລວດຕ້ອງມີຈິດໃຈຮັບໃຊ້ປະຊາຊົນ ຖືປະຊາຊົນເປັນກົກ, ຕ້ອງເຄັ່ງຄັດຕໍ່ລະບຽບກົດໝາຍ, ມີຈັນຍາບັນ-ຈັນຍາທໍາ ທີ່ແທ້ຈິງ, ກໍາລັງປ້ອງກັນຄວາມສະຫງົບໃນຍຸກໃໝ່ ຕ້ອງພະຍາຍາມກ້າວເຂົ້າສູ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີໃໝ່, ວິທະຍາສາດໃໝ່ ທີ່ສາມາດສື່ສານໄດ້ຢ່າງທັນການ ເພື່ອພັດທະນາໃຫ້ກໍາລັງປ້ອງກັນຄວາມສະຫງົບ ເຕີບໃຫຍ່ເຂັ້ມແຂງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ຂປລ

Comments