ມອບ-ຮັບ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 5 ເມສາ 2021 ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາພະນັກງານຫລັກແຫລ່ງ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

อาจเป็นรูปภาพของ 11 คน และผู้คนกำลังยืน

ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນແມ່ນ: ຄຳສັ່ງຂອງກົມກາເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 15/03/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍໃຫ້ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ; ຄຳສັ່ງຂອງກົມການເມືອງຂອງສູນກາງພັກ ສະບັບເລກທີ 05/ກມສພ ລົງວັນທີ 15/03/2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງ ໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍໃຫ້ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກນະຄອນຫລວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກ ມສພ ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ ໂດຍແຕ່ງຕັ້ງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ຄົນໃໝ່)

อาจเป็นรูปภาพของ 2 คน และผู้คนกำลังยืน

ແຫຼ່ງທີ່ມາ: ຂປລ.

Comments