ການເຮັດວຽກຢູ່ເຮືອນໄປພ້ອມກັບການເບິ່ງແຍງລູກ (Working From Home with Kids)

ຈາກບົດຄວາມເດືອນແລ້ວນີ້ ຜູ້ອ່ານຫຼາຍທ່ານອາດໄດ້ລອງນຳເອົາບາງເຕັນິກໄປປັບໃຊ້ໃນການເຮັດວຽກຢູ່ເຮືອນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ ຊຶ່ງອາດເໝາເໝາະສົມກັບທ່ານທີ່ຍັງໂສດຫຼາຍກວ່າ ແຕ່ສໍາລັບທ່ານທີ່ມີລູກແລ້ວ ອາດ ເຫັນວ່າ ຍັງບໍ່ພຽງພໍ ເພາະຍັງມີຄວາມທ້າທາຍຍິ່ງກວ່ານັ້ນ ເມື່ອທ່ານຕ້ອງເຮັດວຽກຢູ່ບ້ານ ໃນຂະນະທີ່ລູກໆຂອງ ທ່ານກໍພັກໂຮງຮຽນຢູ່ເຮືອນເຊັ່ນດຽວກັນ ກາຍເປັນວ່າ ວຽກກໍຕ້ອງເຮັດໃຫ້ສຳເລັດ ລູກກໍຕ້ອງລ້ຽງນຳອີກ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍຍົກເອົາບາງເຕັກນິກເພີ່ມຕື່ມ ຈາກບົດຄວາມກ່ອນມາໃຫ້ບັນດາຜູ້ອ່ານໄດ້ເອົາໄປນຳໃຊ້ ເພື່ອເປັນປະໂຫຍດໃນການຮັບມືກັບການເຮັດວຽກຢູ່ເຮືອນ ພ້ອມທັງເບິ່ງແຍງເດັກນ້ອຍໄປນຳ ດັ່ງຕໍ່ໄປນີ້:

ສື່ສານກັບລູກຢ່າງຊັດເຈນ: ສໍາລັບເດັກນ້ອຍໃນອາຍຸທີ່ສາມາດລົມຮູ້ເລື່ອງ ແລະ ເຂົ້າໃຈແລ້ວ ພໍ່ແມ່ຄວນພະ ຍາຍາມເຮັດໃຫ້ລູກເຂົ້າໃຈສະຖານະການທີ່ເປັນຢູ່ໃຫ້ຫຼາຍທີ່ສຸດ ດ້ວຍການອະທິບາຍໃຫ້ພວກເຂົາເຫັນ ເຖິງການປ່ຽນແປງທີ່ເກີດຂຶ້ນ ມີຜົນເປັນແນວໃດ ແລະ ທ່ານຕ້ອງການໃຫ້ພວກເຂົາຊ່ວຍແນວໃດ ເພື່ອເຮັດໃຫ້ ຄອບຄົວສາມາດຜ່ານພົ້ນສະຖານະການດັ່ງກ່າວໄປໄດ້ດ້ວຍດີ. ທີ່ສຳຄັນແມ່ນໃຫ້ພວກເຂົາເຂົ້າໃຈວ່າ ການທີ່ພໍ່ແມ່ຢູ່ ເຮືອນ ແຕ່ກໍມີວຽກທີ່ຕ້ອງເຮັດໃຫ້ສໍາເລັດ ເຮັດໃຫ້ບໍ່ສາມາດມາຫຼິ້ນນໍາເຂົາໄດ້ຕະຫຼອດເວລາ ຈົນກວ່າຈະຮອດເວ ລາພັກຜ່ອນ,  ລອງສ້າງກົດລະບຽບພື້ນຖານໃນເຮືອນທີ່ສາມາດເຂົ້າໃຈງ່າຍໃຫ້ພວກເຂົາປະຕິບັດຕາມ ພ້ອມທັງອະທິບາຍໃຫ້ເຫັນເຖິງທີ່ມາທີ່ໄປ ແລະ ຄວາມຈໍາເປັນຂອງກົດລະບຽບດັ່ງກ່າວ ເຊັ່ນ: ກໍານົດເວລາວ່າ ຍາມໃດຄວນເຂົ້າມາ ຫາພໍ່ແມ່ ຫຼື ຍາມໃດບໍ່ຄວນເຂົ້າໄປລົບກວນ, ເພື່ອໃຫ້ງ່າຍຂຶ້ນທ່ານອາດເລືອກຮູບກາຕູນທີ່ລູກຮູ້ຈັກ 2-3 ໂຕມາ ເປັນສັນຍາລັກວ່າ ຖ້າເຫັນກາຕູນໂຕນີ້ຕິດໜ້າຫ້ອງແມ່ນ ພໍ່ແມ່ກໍາລັງປະຊຸມທາງໄກທີ່ຢູ່ ຫຼື ພວມເຮັດທີ່ວຽກສໍາຄັນຢູ່ ລູກໆຄວນຢູ່ມິດໆບໍ່ເຂົ້າໄປລົບກວນເທື່ອ ຖ້າບໍ່ມີສິ່ງຈຳເປັນອີ່ຫຼີ, ແຕ່ຫາກ ເຫັນຮູບກາຕູນໂຕອື່ນນັ້ນແມ່ນເຂົ້າມາຫາໄດ້ ແຕ່ກໍຕ້ອງເຄາະປະຕູກ່ອນ ເພື່ອຂໍອະຍຸຍາດຈາກພໍ່ແມ່ສາກ່ອນ.

ການສື່ສານກັບເພື່ອນຮ່ວມງານ: ໃຫ້ເຂົ້າໃຈສະຖານະການຂອງທ່ານວ່າ ທ່ານຕ້ອງເຮັດວຽກຢູ່ບ້ານ ແລະ ເບິ່ງ ແຍງລູກນໍາ ຊຶ່ງຖ້າມີການລົມວຽກຜ່ານໂທລະສັບ ຫຼື ການປະຊຸມແບບເຫັນພາບ ອາດຈະມີສຽງລົບກວນແບບ ບໍ່ໄດ້ຕັ້ງໃຈ ທີ່ມາຈາກເດັກນ້ອຍເປັນບາງຄັ້ງ ຫຼື ອາດມີພຶດຕິກໍາທີ່ເໜືອຄວາມຄາດໝາຍຈາກພວກເຂົາ ແຕ່ທ່ານກໍຈະ ພະຍາຍາມບໍລິຫານຈັດການເວລາໃຫ້ເຮັດວຽກ ແລະ ເບິ່ງແຍງລູກຢ່າງດີທີ່ສຸດ ຊຶ່ງຈະເຮັດໃຫ້ເພື່ອນຮ່ວມງານ ກຽມໃຈໄວ້ກ່ອນແລ້ວ ຈຶ່ງຈະບໍ່ຮູ້ສຶກລໍາຄານ ຫຼື ເສຍສະມາທິໃນການປຶກສາເລື່ອງວຽກງານຈົນເກີນໄປ.

ການຈັດສັນເວລາປ່ຽນຜຽນກັນເຮັດວຽກລະຫວ່າງພໍ່ ແລະ ແມ່: ແນ່ນອນວ່າ ການຊອກຫາຄົນທີ່ໄວ້ໃຈໄດ້ ເຊັ່ນ ພໍ່ເຖົ້າ, ແມ່ເຖົ້າ, ປູ່ຍ່າ, ຍາດພີ່ນ້ອງ ຫຼື ເອື້ອຍລ້ຽງ ມາຊ່ວຍເບິ່ງແຍງລູກຂອງທ່ານໃນເວລາທ່ານຈຳເປັນຕ້ອງ ເຮັດວຽກ ອາດຈະເປັນທາງອອກທີ່ດີ, ແຕ່ສໍາລັບຄອບຄົວນ້ອຍຢູ່ກັນພຽງແຕ່ພໍ່ແມ່ລູກແລ້ວ ພໍ່ ແລະ ແມ່ ອາດມີງົບປະມານຈຳກັດໃນການຈ້າງເອື້ອຍລ້ຽງ ສະນັ້ນ ຈຶ່ງຈໍາເປັນຕ້ອງແບ່ງເວລາລ້ຽງລູກໃຫ້ຊັດເຈນ ເຊັ່ນ: ຖ້າເວລາທອງ (Prime Time) ໃນການເຮັດວຽກຂອງພໍ່ແມ່ນຕອນເຊົ້າ ກໍໃຫ້ແມ່ເບິ່ງລູກໃນຕອນເຊົ້າ ແລະ ເມື່ອຕອນບ່າຍ ແມ່ເຮັດວຽກ ພໍ່ກໍເບິ່ງລູກແທນ ຫາກເວລາທອງຂອງພໍ່ ແລະແມ່ ແມ່ນເວລາດຽວກັນ ກໍໃຫ້ສ້າງຕາຕະລາງ ເພື່ອຕົກລົງສະຫຼັບມື້ກັນ ເຊັ່ນ: ມື້ນີ້ພໍ່ເຮັດວຽກ ມື້ອື່ນແມ່ເຮັດວຽກ ແລ້ວສະຫຼັບກັນໄປເລື້ອຍໆ ທັງນີ້ ກໍເປັນການຈັດສັນເວລາໃຫ້ແຕ່ລະຄົນມີເວລາເຮັດວຽກໄດ້ເຕັມທີ່ໂດຍບໍ່ມີສິ່ງລົບກວນ ເພື່ອໃຫ້ວຽກສຳເລັດຕາມຄາດໝາຍທີ່ວາງໄວ້.

ການຈັດຕາຕາລາງກິດຈະກໍາໃຫ້ລູກ: ຫາກທ່ານຕ້ອງການໃຊ້ເວລາເຮັດວຽກຂອງທ່ານເອງ ທ່ານກໍຄວນ ເຮັດໃຫ້ລູກຂອງທ່ານຫຍຸ້ງກັບກິດຈະກໍາຂອງພວກເຂົາເຊັ່ນກັນ.  ໂດຍທົ່ວໄປແລ້ວ ເດັກນ້ອຍຈະຮູ້ສຶກເບື່ອໄດ້ງ່າຍ ແລະ ບໍ່ສາມາດມີສະມາທິຈົດຈໍ່ກັບກິດຈະກໍາໃດໜຶ່ງເປັນໄດ້ດົນຢູ່ແລ້ວ ສະນັ້ນ ຍິ່ງທ່ານມີການວາງແຜນ ແລະ ກະກຽມກິດຈະກໍາທີ່ຫຼາກຫຼາຍໄວ້ໃຫ້ລູກໆເທົ່າໃດ ຍິ່ງຈະເປັນການດີເທົ່ານັ້ນ ເພາະຢ່າງໜ້ອຍທ່ານກໍຍັງມີແຜນສໍາຮອງວ່າ ຈະໃຫ້ພວກເຂົາເຮັດຫຍັງແດ່ ລະຫວ່າງທີ່ທ່ານສຸມໃສ່ວຽກງານ. ທ່ານອາດເລີ່ມດ້ວຍການສ້າງຕາຕະລາງປະຈໍາວັນ ເຊັ່ນ: ໃຫ້ລູກໆເຮັດວຽກບ້ານ ຫຼື ແບບຝຶກຫັດຕາມທີ່ຄູມອບໝາຍໃຫ້ ຫຼື ຊອກມາຕື່ມໃສ່ອີກ, ຊອກວີດີໂອທີ່ພວກເຂົາສາມາດເບິ່ງໄດ້ ມາໃຫ້ລູກໆໄດ້ເບິ່ງ, ໃຫ້ເຮັດກິດຈະກໍາທີ່ພວກ ເຂົາສາມາດເຮັດໄດ້ດ້ວຍຕົນເອງ ເຊັ່ນ ແຕ້ມຮູບ, ລະບາຍສີ, ຫຼິ້ນຕົວຕໍ່ (Lego), ແລະອື່ນໆ ອາດຈະຕັ້ງເວລາ 35-45 ນາທີ ຕໍ່ກິດຈະກໍາ ແລະ ຖືເອົາເວລາດັ່ງກ່າວເປັນເວລາໃນການເຮັດວຽກຂອງທ່ານ ເມື່ອຮອດກຳນົດເວລາແລ້ວ ກໍພັກຜ່ອນຈາກວຽກ ໂດຍປ່ຽນມາສົນທະນາ ແລະ ສື່ສານກັບລູກໆໃນກິດຈະກຳທີ່ໄດ້ມອບໃຫ້ພວກເຂົາເຮັດ.

ການແບ່ງເວລາພັກຜ່ອນເລື້ອຍຂຶ້ນ: ດ້ວຍການແບ່ງໜ້າວຽກຂອງທ່ານອອກເປັນຫຼາຍວຽກຍ່ອຍ ເພື່ອໃຫ້ທ່ານສາ ມາດສໍາເລັດວຽກຍ່ອຍໄດ້ພາຍໃນເວລາອັນສັ້ນຂຶ້ນ ອາດຈະໃຊ້ເວລາ 35-45 ນາທີ ສຳລັບແຕ່ລະວຽກຍ່ອຍ ແລ້ວ ພັກຜ່ອນ ປະມານ 5-10 ນາທີ ເພື່ອເຂົ້າໄປໂອ້ລົມສອບຖາມລູກຂອງທ່ານ ເພື່ອໃຫ້ລູກຮູ້ສຶກວ່າ ມີພໍ່ແມ່ເບິ່ງແຍງຢູ່ ບໍ່ໄດ້ປະປ່ອຍລູກໆ ພ້ອມທັງຊ່ວຍໃຫ້ທ່ານເອງໄດ້ພັກສະໝອງ ແລະ ຜ່ອນຄາຍຄວາມຕຶງຄຽດຈາກການເຮັດວຽກ ກ່ອນຈະກັບມາເລີ່ມເຮັດວຽກໃໝ່ຕໍ່ໄປ.

ການຍ້ອງຍໍຊົມເຊີຍລູກ: ເມື່ອພວກເຂົາສາມາດປະຕິບັດຕາມກົດລະບຽບ ແລະ ແຜນການທີ່ວາງໄວ້ໄດ້ດີ ສາມາດ ເບິ່ງແຍງຕົນເອງໄດ້ ເຊິ່ງຊ່ວຍໃຫ້ທ່ານສາມາດເຮັດວຽກໄດ້ແບບບໍ່ມີສິ່ງລົບກວນ ທ່ານກໍຄວນໃຫ້ລາງວັນເປັນ ຄໍາຊົມເຊີຍ ຫຼື ໃຊ້ເວລາຮ່ວມກັບເຂົາເຈົ້າໃນກິດຈະກໍາຕ່າງໆທີ່ເຂົາສົນໃຈ ເຊັ່ນ: ຫຼິ້ນເກມ, ອ່ານປຶ້ມ, ຫຼິ້ນກິລາ ແລະອື່ນໆ.

ການກຽມໃຈຍອມໃຫ້ລູກໃຊ້ເວລາໄປກັບໜ້າຈໍຫຼາຍກວ່າປົກກະຕິ: ໃນສະຖານະການສຸກເສີນແບບນີ້ ທ່ານຕ້ອງທຳໃຈວ່າ ໂທລະສັບ ໂທລະທັດ ຫຼື ແທັບເລັດ (Tablet) ຈະເປັນຕົວຊ່ວຍທີ່ດີໃນການດຶງດູດຄວາມສົນໃຈຂອງລູກທ່ານ ໃຫ້ຈົດຈໍ່ກັບສິ່ງດັ່ງກ່າວເປັນເວລາດົນສົມຄວນ ສະນັ້ນ ການປ່ອຍໃຫ້ເຂົາເຈົ້າໃຊ້ເວລານໍາໜ້າຈໍຫຼາຍກວ່າປົກກະຕິ ຖືເປັນອີກທາງເລືອກໜຶ່ງທີ່ຈໍາເປັນ ໂດຍການກະກຽມໄວ້ກ່ອນຂອງພໍ່ແມ່ ຈະຊ່ວຍໃຫ້ລູກໄດ້ປະໂຫຍດຈາກ ໄລຍະເວລາດັ່ງກ່າວຫຼາຍຂຶ້ນ ເຊັ່ນ: ຊອກຫາກາຕູນ ຫຼື ວີດີໂອສາລະຄະດີອັນມີປະໂຫຍດມາກຽມໄວ້, ເກມຝຶກສະໝອງ (IQ), ນິທານ ຫຼື ເລື່ອງລາວຕ່າງໆ ທີ່ເປັນສຽງ (audio ຫຼື Podcast), ແລະອື່ນໆ. ເມື່ອສິ້ນ ສຸດເວລາເຮັດວຽກຂອງທ່ານ ທ່ານກໍສາມາດຫາກິດຈະກຳອື່ນມາເຮັດຮ່ວມກັນກັບລູກໆຂອງທ່ານໄດ້ ບໍ່ວ່າຈະເປັນ ການຫຼິ້ນກິລາ, ເຮັດສວນ, ຫຼິ້ນດົນຕີ, ແຕ້ມຮູບ, ອ່ານປຶ້ມ, …

ທັດສະນະຄະຕິໃນທາງສ້າງສັນ ຫຼື ການຄິດບວກ: ຫາກທ່ານຮູ້ສຶກທໍ້ຖອຍໃຈ ແລະ ເມື່ອຍຫຼາຍກວ່າປົກກະຕິ ຮູ້ສຶກລໍາບາກໃຈທີ່ຕ້ອງເລືອກເຮັດອັນໃດອັນໜຶ່ງໃຫ້ອອກມາດີ ໃຫ້ທ່ານຮູ້ວ່ານັ້ນເປັນເລື່ອງທໍາມະດາ ທ່ານບໍ່ຄວນໂທດຕົນເອງວ່າ ມີແຕ່ເຮັດວຽກ ແລະ ປ່ອຍໃຫ້ລູກເບິ່ງໂທລະທັດ ຫຼື ແທັບເລັດ ຫຼາຍໂພດ ຫຼື ຢູ່ນໍາລູກຫຼາຍ ພັດເຮັດໃຫ້ວຽກບໍ່ແລ້ວ ເພາະເຮົາບໍ່ຈຳເປັນຕ້ອງເຮັດທຸກຢ່າງສົມບູນແບບໃນໄລຍະເວລາທີ່ບໍ່ປົກກະຕິແບບນີ້. ການເຮັດວຽກຢູ່ເຮືອນ ໃນຂະນະທີ່ຕ້ອງເບິ່ງແຍງລູກໆ ແນ່ນອນວ່າກະທົບຕໍ່ປະສິດທິພາບໃນການເຮັດວຽກຂອງທ່ານ ໃຫ້ຫຼຸດລົງຈາກເວລາປົກກະຕິ ທີ່ທ່ານເຮັດວຽກຢູ່ຫ້ອງການຢູ່ແລ້ວ ສະນັ້ນ ມັນຈຶ່ງເປັນເລື່ອງທໍາມະດາທີ່ທ່ານຈະບໍ່ສາມາດເຮັດວຽກສໍາເລັດໄດ້ ຢ່າງສົມບູນແບບຄືດັ່ງສະຖານະການປົກກະຕິ ການເຮັດວຽກອອກມາໄດ້ດີໃນລະດັບທີ່ຮັບໄດ້ກໍພຽງພໍແລ້ວ.

ການເຮັດວຽກ ແລະ ເບິ່ງແຍງລູກໄປພ້ອມໆກັນ ເປັນເລື່ອງທີ່ຍາກຢ່າງແນ່ນອນ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະ ເປັນໄປບໍ່ໄດ້ ຖ້າທ່ານມີການວາງແຜນການຈັດການທີ່ດີ. ເຖິງວ່າ ການເຮັດວຽກຢູ່ເຮືອນ ແລະ ລ້ຽງລູກໄປນໍາ ຈະສ້າງ ຄວາມອຶດອັດ ແລະ ຫຍຸ້ງຍາກໃຫ້ແກ່ຫຼາຍໆທ່ານໃນລະດັບທີ່ຕ່າງກັນ ແຕ່ກໍໃຫ້ທໍາຄວາມເຂົ້າໃຈນໍາກັນວ່າ ຄວາມຫຍຸ້ງຍາກນີ້ ສາມາດຊ່ວຍໃຫ້ຜູ້ຄົນຫຼາຍລ້ານຄົນປອດໄພ ຊຶ່ງມັນກໍຄຸ້ມຄ່າທີ່ຈະຫຍຸ້ງຍາກໄປນໍາກັນ ເພາະ ທ່ານກໍບໍ່ໄດ້ປະເຊີນກັບບັນຫານີ້ຄົນດຽວ ທຸກຄົນລ້ວນແຕ່ໄດ້ຮັບຜົນກະທົບໄປພ້ອມໆກັນ. ການເຮັດວຽກຢູ່ເຮືອນ ແລະ ລ້ຽງລູກໄປນຳ ເປັນສະຖານະການສຸກເສີນທີ່ບໍ່ໄດ້ເກີດຂຶ້ນເລື້ອຍໆ ທີ່ສຳຄັນແມ່ນພາຍໃນຄອບຄົວຕ້ອງ ເປັນກໍາລັງໃຈໃຫ້ກັນ ແລະ ເຂົ້າໃຈເຊິ່ງກັນແລະກັນ.

working from home and taking care of children

at the same time

Many readers may have tried some techniques introduced in the last issue in order to increase their work-from-home effectiveness. However, most of the techniques are more suitable for workers with no children rather than working parents. It has become even more challenging for them, especially during the school closure, to take care of their own job as well as children simultaneously. In this article, the writer would like to introduce the following techniques in addition to the ones shared in the previous article for readers to make use of in handling with their job and taking care of children at the same time:

Clearly communicate with your children: for children at the age capable of communicating reasonably, parents should ensure that their children understand the current situation they are in. They have to understand about what will change, how it will affect their life and how they can help in order to get through this situation smoothly. More importantly, children should understand that their parents are now working from home, not to play with them all the time. Parents can come up with basic and simple house rules for children to follow, while explaining why there has to be rules. For instance, you can set a specific time so that your children will know when they can or cannot approach you. To make it simple, you can choose a couple of your children’s favorite cartoon characters as a sign for communicating certain rules. For example, when this character is posted on your door, it means you do not want to be disturbed as you are teleconferencing or working on crucial projects. Children have to stay quiet and should not bother you with anything except for emergency case. Then if you change to another character, children can now talk to you, but they have to knock the door and be permitted before entering.

Communicate with your colleagues: you must make sure your colleagues understand that you are working from home and taking care of children at the moment. If you have to talk on the phone or attend a video conference, there may be some distracting noises or unexpected behaviors from your children. By keeping your co-workers informed about your situation, they will then be well prepared for any unexpected circumstances without getting irritated or losing focus on work.

Take a working shift between father and mother: of course, it is better to have someone you trust, namely your parents, relatives or babysitters, to help taking care of your children when you have to work. Nevertheless, this can be difficult for a small family and hiring a babysitter can be costly. Therefore, the only option left in this case is to take turn working and taking care of children. For example, if the father’s working prime time is in the morning, the mother can look after children during that time. Then the mother can work in the afternoon, while having the father spent time with children as her replacement. In case when parents have the same working prime time, they can agree on a day shift instead. For instance, if the father works today, the mother will work tomorrow. These are some ideas for time management in order to guarantee that everyone can work fully and achieve their goals without interruptions.

Set an activity time for your children: if you would like to work in peace, you should keep your children busy. Generally, children can get bored easily, especially when they have to focus on a particularly activity for a long time. Therefore, the more activity plans you prepare, the better your situation will be. At least, you will always have a backup plan when they get bored and to keep them busy when you concentrate on work. You can start from creating a daily schedule, such as a time for homework, school exercises or additional practices added by yourself, a time for watching interesting videos, a time for activities that they can do on their own, namely drawing, coloring, playing with Lego and so on. You can set a 35 or 45-minute limit for each activity of which you can also use as your working time. After the limit, you can check on your children, talk with them about activities you prepared for them and also take a break from work.

Take frequent breaks: you can divide your main task into sub-tasks which could be completed within a short period of time, about 35 or 45 minutes for each sub-task. Then you can take like 5 or 10-minute break from work by checking on and talking with your children in order to make them feel that they are not left alone. The break can also help you relax your brain and relieve stress before returning to your remaining tasks.

Praise your children: if your children, on their own, comply well with the rules and plans you set for them without interrupting your working time, you should reward them with compliments or your time in doing activities together, namely playing games, reading books, playing sports and so on.

Willing to accept the truth that your children may spend more time on screens: in this emergency case, you have to accept the truth that mobile phone or tablet is a good option in attracting your children and keeping them concentrated during your working time. Since, letting them spend time on screens is unavoidable, you should try to help them maximizing benefits from such technology. You can begin by selecting cartoon or documentary videos that help enhancing their IQ. Children can listen to audio or Podcast fairy tales or stories and so on. Once you finish your work, you can do other activities with your children, such as playing sports, gardening, playing music instruments, drawing, reading books, etc.

Be optimistic in a creative way: if you feel more down and exhausted than usual, if you feel that you are forced to choose one thing over another, you should know that this is a normal thing in life. You should never blame yourself for working, while leaving your children with a TV or tablet most of the time, or vice versa. During this unusual time, we do not have to do everything perfectly. Obviously, working from home and taking care of children can affect your overall work effectiveness. Therefore, you should not worry too much about doing everything perfect in this unusual time, just try your best and be happy with the results.

Working from home and taking care of children simultaneously are certainly difficult, but not impossible to achieve only if you plan them out carefully. Although working from home and taking care of children can irritate, while complicating everybody’s work achievement at a different level, you have to understand that this difficulty happens in order to ensure safety for millions of people worldwide. By putting it in this context, it is worth to experience this difficult situation temporarily. Please remember that you are not alone, many people out there have been affected as well. Working from home and taking care of children simultaneously happen only in emergency case. More importantly, family members must support and understand each other well.

Comments