Author Archives: target target

ການນໍາສອງປະເທດ ຈີນ-ລາວ ຝາກຄວາມຢື້ຢາມຖາມຂ່າວ ເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືກັນ ຕ້ານກັບພະຍາດໂຄວິດ-19

ວັນທີ 15 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່ຽວກັບຈີນ ແລະ ລາວໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19. ທ່ານສີຈິ້ນຜິງກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ. ເມື່ອໄດ້ຮູ້ວ່າການຊ່ວຍເຫຼືອຂອງຈີນໃຫ້ກັບລາວໃນການຕ້ານກັບພະຍາດໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ. ນະທີ່ນີ້, ຂ້າພະເຈົ້າຂໍຕາງໜ້າພັກ-ລັດແລະປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍລາວທີ່ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນແກນນຳ. ຈີນຍິນດີຮ່ວມກັບລາວເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນ-ລາວກໍຄືປະຊາຄົມໂລກ, ຈະໄດ້ຮັບໄຊຊະນະໄລຍະສຸດທ້າຍຂອງບັ້ນຕ້ານກັບພະຍາດຄັ້ງນີ້ຢ່າງແນ່ນອນ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຂອງສອງພັກສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍພະຍາຍາມຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໜັກແໜ້ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.   ແຫຼ່ງຂ່າວ: CRI China is ready to strengthen cooperation with Laos in fighting #COVID19 epidemic, Xi Jinping tells President of Laos, Bounnhang Vorachith, in a verbal message xhne.ws/4tfRl Xinhua News

Read More »

ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ

ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...

Read More »

ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?

ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ. ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ. ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ  ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ...

Read More »

ມາເບິ່ງ 10 ອັນດັບທໍາອິດ ນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020

ມາເບິ່ງ 10  ອັນດັບທໍາອິດ ຂອງນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020 ຈະມີໃຜແດ່? ອັນດັບທີ 1 Roger Federer Roger Federer ເປັນນັກກິລາເທັນນິດປະເທດສະວິດເຊີແລນ (Switzerland), ປັດຈຸບັນ ອາຍຸ 38 ປີ, ສະຖະນະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກອັນດັບທີ 1, ມີລາຍໄດ້ຈໍານວນ 106,3 ລ້ານໂດລາສະຫະລັ, ເຊິ່ງລາວໄດ້ເຊັນສັນຍາ 10 ປີ ກັບຍີ່ຫໍ້ເຄື່ອງແຕ່ງກາຍຍີ່ປຸ່ນ Uniqlo ໃນປີ 2018 ມູນຄ່າ 300 ລ້ານໂດລາສະຫະລັດ, ລາວໄດ້ລະດົມທຶນສ້າງມູນນິທິເດັກ ຈໍານວນ 50 ລ້ານໂດລາສະຫະລັດ. ອັນດັບທີ 2 Cristiano Ronaldo Cristiano Ronaldo ເປັນນັກກິລາບານເຕະປອກຕຸຍການ (Portugal), ປັດຈຸບັນ ອາຍຸ 35 ປີ, ສະຖານະໂສດ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 2, ມີລາຍໄດ້ຈໍານວນ 105 ລ້ານໂດລາສະຫະລັດ, ເປັນນັກກິລາທີ່ຄົນຕິດຕາມຫຼາຍທີ່ສຸດໃນສື່ສັງຄົມ ເຊິ່ງຜູ້ຕິດຕາມ Instagram ...

Read More »

ຫວຽດນາມກຽມເປີດສາຍການບິນລະຫວ່າງປະເທດ ໃນນັ້ນມີປະເທດລາວນຳ

ຈາກເຫດການຍີ່ປຸ່ນກຽມເປີດນ່ານຟ້າໃນໄວໆນີ້ ແລະ ບາງປະເທດທີ່ສາມາດຄວບຄຸມການລະບາດຂອງ Covid-19 ເລີ່ມເປີດປະເທດ  ຄືກັນກັບປະເທດຫວຽດນາມໃນປັດຈຸບັນ ທີ່ຈະສືບຕໍ່ເປີດນ່ານຟ້າບິນຄືນສູ່ບັນດາປະເທດທີ່ປອດໄພແລ້ວ ໃນນັ້ນຄາດວ່າປະເທດທີ່ຫວຽດນາມຈະອະນຸຍາດໃຫ້ບິນມີ ສປປລາວ ນຳ. ຫວຽດນາມ ກຳລັງຈະເລີ່ມເປີດສາຍການບິນຄືນລະຫວ່າງບັນດາປະເທດທີ່ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ເປັນເວລາ 30 ວັນ, ເຊິ່ງປະເທດລາວ ຢູ່ໃນບັນຊີຈຸດໝາຍປາຍທາງບຸລິມະສິດ ສາເຫດທີ່ປະເທດລາວຢູ່ໃນບັນຊີຈຸດໝາຍປາຍບຸລິມະສິດ ກໍຍ້ອນວ່າ ປະເທດລາວເລີ່ມຄວບຄຸມ ແລະ ປ້ອງກັນຈາກການລະບາດໄດ້ຄ້ອນຂ້າງດີ ອີງຕາມຄະນະກຳມະການຊີ້ນຳລະດັບຊາດ ສຳລັບການປ້ອງກັນ ແລະ ຄວບຄຸມ Covid-19 ຂອງຫວຽດນາມ ທີ່ໄດ້ຮັບຜິດຊອບໃນການຮວບຮວມບັນຊີລາຍຊື່ຂອງບັນດາປະເທດທີ່ປອດໄພ ເຊິ່ງໃນນັ້ນລວມມີ ສປປລາວ ນຳ. ໃນວັນອັງຄານທີ່ຜ່ານມາ ນາຍົກລັດຖະມົນຕີຫວຽດນາມ ພະນະທ່ານ ຫງວຽນຊວນຟຸກ (Nguyen Xuan Phuc) ກ່າວວ່າ ການບິນຜ່ານ ແລະ ຈາກຈຸດໝາຍປາຍທາງທີ່ເປັນບຸລິມະສິດຈະຖືກອະນຸຍາດໃຫ້ເປີດຄືນໄດ້ ເຊິ່ງຈຸດໝາຍປາຍທາງທີ່ນາຍົກລັດຖະມົນຕີຫວຽດນາມກ່າວລວມມີ ປະເທດລາວ, ກຳປູເຈຍ, ໄຕ້ຫວັນ, ໂຊນ, ໂຕກຽວ, ແລະ ກວາງໂຈ. ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າຈະມີມາດຕະການກວດກາປະເພດໃດແດ່ຕໍ່ປະເທດຕ່າງໆ. ພ້ອມດຽວກັນນີ້ ທາງການລາວຍັງບໍ່ທັນໄດ້ອະນຸຍາດ ແຈ້ງວັນເວລາ ສຳລັບການເປີດຮັບຖ້ຽວບິນສາກົນຄືນເທື່ອ, ໃນຂະນະທີ່ຖ້ຽວບິນພາຍໃນປະເທດເລີ່ມເປີດບິນແຕ່ວັນທີ 18 ພຶດສະພາ ທີ່ຜ່ານມາ. ...

Read More »

ບາງປະເທດທີ່ຄວບຄຸມ Covid-19 ໄດ້ ກຽມເປີດປະເທດແລ້ວ

ສະຖານະການຂອງຫຼາຍປະເທດໃນປັດຈຸບັນ ແມ່ນເລີ່ມມີການຜ່ອນຜັນເລື່ອງມາດຕະການປ້ອງກັນຄວາມປອດໄພ Lock down ແລ້ວ, ບາງປະເທດໄດ້ເລີ່ມເປີດນ່ານຟ້າແລ້ວ ແລະ ລັດຖະບານຍັງກຳລັງພິຈາລະນາສ້າງຕັ້ງສະຖານີຕ່າງໆເພື່ອດຳເນີນການກວດກາຄົນທີ່ ເຂົ້າ-ອອກ ປະເທດ ເຊິ່ງປະເທດຍີ່ປຸ່ນກໍາລັງຈະອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດຄືນໃໝ່ ຈາກທີ່ໄດ້ປິດປະເທດມາເປັນເວລາຫຼາຍເດືອນ ແຕ່ການຈະເປີດປະເທດຄັ້ງນີ້ ມີການຈໍາກັດເພື່ອປ້ອງກັນການແຜ່ລະບາດຂອງ Covid-19 ນັ້ນກໍຄື ມີການຈໍາກັດນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດບໍ່ໃຫ້ເກີນມື້ລະ 250 ຄົນ ຈາກທີ່ເຄິຍມີນັກທ່ອງທ່ຽວເດີນທາງເຂົ້າໄປປະເທດຍີ່ປຸ່ນຫຼາຍໝື່ນຄົນຕໍ່ມື້ ພ້ອມກັນນັ້ນ ນັກທ່ອງທ່ຽວທີ່ສາມາດເດີນທາງເຂົ້າປະເທດໄດ້ຕ້ອງເປັນຄົນທີ່ມາຈາກ 4 ປະເທດເທົ່ານັ້ນຄື ນັກທ່ອງທ່ຽວປະເທດອັອສເຕເລຍ, ປະເທດນິວຊີແລນ, ປະເທດໄທ ແລະ ປະເທດຫວຽດນາມ. ສາເຫດສໍາຄັນທີ່ເຮັດໃຫ້ຍີ່ປຸ່ນເລືອກ 4 ປະເທດເຫຼົ່ານີ້ກ່ອນ ຍ້ອນເຫັນວ່າແຕ່ລະປະເທດມີການຄວບຄຸມໂລກລະບາດໄດ້ຄ້ອນຄ້າງດີ ແລະ ມີຄວາມສໍາພັນທາງເສດຖະກິດທີ່ເຂັ້ມແຂງກັບຍີ່ປຸ່ນ ເຖິງຢ່າງໃດກໍຕາມ ຍັງຈະໄດ້ມີການຂະຫຍາຍໄປປະເທດອື່ນໆໃນພາຍຫຼັງ ເປັນຕົ້ນແມ່ນປະເທດຈີນ, ເກົາຫຼີໃຕ້ ແລະ ສະຫະລັດອາເມລິກາ… ຄາດວ່າການຫຼຸດຜ່ອນຂໍ້ຈໍາກັດນີ້ ຈະເລີ່ມປະຕິບັດໃນອີກບໍ່ດົນ ໃນເບື້ອງຕົ້ນ ແມ່ນຄົນຈະສາມາດເດີນທາງເຂົ້າປະເທດຍີ່ປຸ່ນໄດ້ ແຕ່ຈະອະນຸຍາດໃຫ້ບຸກຄົນສະເພາະກຸ່ມເດີນທາງເຂົ້າມາເຊັ່ນ: ຜູ້ບໍລິຫານ ຫຼືວິສະວະກອນ ແຕ່ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທົ່ວໄປເດີນທາງເຂົ້າໄປໄດ້ເທື່ອ. ແຫຼ່ງຂ່າວຍີ່ປຸ່ນໄດ້ແຈ້ງວ່າ ໃນປັດຈຸບັນແມ່ນຢູ່ໃນລະຫວ່າງການຫາລືກັບປະເທດຕ່າງໆ ກ່ຽວກັບວິທີການດໍາເນີນການດັ່ງກ່າວ ໂດຍບໍ່ໃຫ້ສ່ຽງຕໍ່ການແຜ່ລະບາດຂອງ Covid-19 ແລະ ລາຍລະອຽດອື່ນໆ ເຊັ່ນ: ນັກທ່ອງທ່ຽວແຕ່ລະປະເທດຈະຕ້ອງໄດ້ຮັບການອະນຸຍາດ ແລະ ມີວິທີການກວດກາຈາກປະເທດຂອງຕົນວ່າບໍ່ໄດ້ມີເຊື້ອ Covid-19. ແຫຼ່ງຂໍ້ມູນ: https://english.kyodonews.net/news/2020/06/04b42b672fc9-japan-to-let-in-250-foreigners-per-day-under-eased-travel-curbs.html  

Read More »

ຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ຂອງກະຊວງ, ອົງການ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີຄວາມຈະແຈ້ງ ແລະ ເປັນເອກະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນວັນທີ 20/02/2020 ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ອອກດຳລັດສະບັບເລກທີ 127/ລບ ວ່າດ້ວຍຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງດຳລັດດັ່ງກ່າວມີລາຍລະອຽດດັ່ງລຸ່ມນີ້:

Read More »

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ໃນນາມເປັນເຈົ້າພາບ ໄດ້ກ່າວເປີດ ກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພາຍໃຕ້ຫົວຂໍ້: ການຫລຸດຜ່ອນຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ວັນທີ 10 ມິຖຸນາ 2020ໂດຍຜ່ານ (Video Conference) ເປັນທາງການ, ໂດຍ ມີບັນດາ ທ່ານລັດຖະມົນຕີ ປະເທດສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ. ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຖືເປັນໂອກາດທີ່ດີຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນ ປຶກສາຫາລືແລກປ່ຽນ ຄໍາຄິດເຫັນ, ບົດຮຽນໃນລະດັບຊາດ ແລະ ບູລິມະສິດຍຸດທະສາດໃນການຈັດຕັ້ງປະຕິບັດວາລະຂອງ ອາຊຽນ ກ່ຽວກັບການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໃນຊ່ວງເວລາ ທີ່ມີການລະບາດຂອງພະຍາດ ໂຄວິດ-19, ເພື່ອເປັນແນວທາງໃນການຍົກສູງ ພາລະບົດບາດ ການເປັນຈຸດປະສານງານຂອງພາກພື້ນ ...

Read More »

ດ່ວນ!!! ປັບລາຄານໍ້າມັນເຊື້ອ​ໄຟຂຶ້ນ ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020 ເປັນຕົ້ນໄປ…

ກະຊວງອຸດສາຫະກຳແລະການຄ້າ ອອກແຈ້ງການ​ເລກທີ​ 0553/ອຄ.ກຄພນ​ ລົງວັນທີ​ 11​ ມິຖຸນາ​ 2020​ ວ່າດ້ວຍປັບຂຶ້ນລາຄາຂາຍຍ່ອຍນໍ້າມັນ ເຊື້ອ​ໄຟ​ໃນຂອບເຂດທົ່ວປະເທດ​ ເລີ່ມປະຕິບັດນັບແຕ່ 6:00​ ໂມງ​ຂອງວັນທີ​ 12​ ມິຖຸນາ​ 2020

Read More »

ແຈ້ງການດ່ວນ!!! ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່…

ແຈ້ງການ ຈາກຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາ ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ 💡 ປີ 2020-2025 ຄືນໃໝ່ !!!

Read More »