Author Archives: target target

ປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນວັນທີ 10 ກໍລະກົດ 2020 ນີ້​ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ. ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ...

Read More »

ເປີດນຳໃຊ້ຫໍມູນເຊື້ອ ແລະ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຂອງແນວລາວສ້າງຊາດ…

ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອ ແນວລາວສ້າງຊາດຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລືແອັບ ໃນໂທລະສັບມືຖື ຂອງ ແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ. ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍ ມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາ ດີດເຄີຍເປັນທີ່ພັກອາໄສຂອງ ຄະນະນຳໃນເມື່ອກ່ອນ. ປັດຈຸບັນໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຮັກ ສາຮູບຊົງເດີ່ມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການ ເຄື່ອນໄຫວຂອງການນຳ ໃນເມື່ອກ່ອນມາວາງສະແດງ. ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ...

Read More »

ຮ່ວມກັນປະກອບສ່ວນ ເພີ່ມຈໍານວນ ສັດນໍ້າ-ສັດປ່າ ໃຫ້ອຸດົມສົມບູນ ດ້ານຊີວະນາໆພັນ…

ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ ຊຶ່ງໃນມື້ນີ້ ກໍ່ຄືກັນກັບທຸກປີຜ່ານມາ, ການນໍາພັກ-ລັດ ແລະ ປວງຊົນລາວທັງຊາດ ກໍ່ໄດ້ຮ່ວມໃຈກັນປ່ອຍສັດນໍ້າ, ໂດຍສະເພາະ ແມ່ນປາຊະນິດພັນຕ່າງໆ ແລະ ສັດປະເພດອື່ນໆ ທີ່ໄດ້ຈາກການເພາະພັນ, ຢຶດໄດ້ຈາກການຄ້າ-ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເພື່ອເພີ່ມຈໍານວນຂອງສັດນໍ້າ ແລະ ສັດປ່າ ສ້າງຄວາມອຸດົມສົມບູນທາງດ້ານຊະນິດພັນ ທີ່ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ ຊຶ່ງປີນີ້ ຕາມແຜນຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະປ່ອຍປາໃຫ້ໄດ້ 55 ລ້ານໂຕ ລົງສູ່ແຫລ່ງນໍ້າທຳມະຊາດ, ໜອງ, ບຶງ, ອ່າງເກັບນໍ້າຕ່າງໆ ໃນຂອບເຂດທົ່ວປະເທດ. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບ ພະຍາກອນ ທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າ ຂອງ ສປປ ...

Read More »

ປະເທດຈິນຍັງຄົງປະເຊີນວິກິດນໍ້າຖ້ວມຄັ້ງໃຫຍ່ຢ່າງຕໍ່ເນື່ອງ ພົບວ່າ 4 ເຂື່ອນຕ້ອງເລັ່ງລະບາຍນໍ້າ ແລະ ອ່າງເກັບນໍ້າ 200 ແຫ່ງເກີນບັນຈຸແລ້ວ…

ກະຊວງຊັບພະຍາກອນນໍ້າຂອງປະເທດຈີນ ລາຍງານສະຖານະການນໍ້າຖ້ວມວ່າ: ລະດັບນໍ້າໃນແມ່ນໍ້າຫຼາຍສາຍເພີ່ມສູງກວ່າລະດັບແຈ້ງເຕືອນມາຕັ້ງແຕ່ຕົ້ນເດືອນກໍລະກົດ ເຊິ່ງເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດ ແລະ ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດຫຼາຍກວ່າ 60 ພັນລ້ານຢວນ. ຂະນະນີ້ມີເຂື່ອນຈໍານວນ 4 ແຫ່ງ ທີ່ຕ້ອງເລັ່ງລະບາຍນໍ້າຢ່າງຮີບດ່ວນ ລວມທັງຍັງມີອ່າງເກັບນໍ້າອີກຈໍານວນ 200 ແຫ່ງ ທີ່ມີລະດັບນໍ້າສູງເກີນກວ່າລະດັບນໍ້າທີ່ເກັບໄວ້ເຊັ່ນດຽວກັນ. ສະຖານະການນໍ້າຖ້ວມໃນຄັ້ງນີ້,  ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 33 ລ້ານຄົນໃນ 80 ເມືອງ, ມີບ້ານເຮືອນເສຍຫາຍກວ່າ 2.4 ແສນຫຼັງຄາເຮືອນ, ມີຜູ້ບາດເຈັບ 220 ກວ່າຄົນ, ເສຍຊີວິດ 273 ຄົນ ແລະ ມີຄົນສູນຫາຍ 80 ຄົນ, ມີປະຊາຊົນທີ່ອົບພະຍົບອອກຈາກພື້ນທີ່ຫຼາຍກວ່າ 1.7 ລ້ານຄົນ. ລະດັບນໍ້າທີ່ຖ້ວມສູງໃນເຂດພໍຫຍາງຂອງມວນທົນຈຽງຊີເຮັດໃຫ້ລະດັບນໍ້າໃນທະເລສາບພໍຫຍາງ ເຊິ່ງເປັນທະເລນໍ້າຈືດທີ່ໃຫຍ່ທີ່ສຸດຂອງປະເທດຈີນເພີ່ມຂຶ້ນມາ ຢູ່ທີ 22.52 ແມັດ ສູງກວ່າລະດັບການເຕືອນໄພ  19.50 ແມັດ ຕັ້ງແຕ່ວັນທີ 11 ກໍລະກົດທີ່ຜ່ານມາ. ສ່ວນຢູ່ທີ່ເມືອງອູ່ຮັ່ນ ປະຊາກອນປະມານ 11 ລ້ານຄົນກຳລັງປະເຊີນກັບອຸທົກກະໄພເປັນຄັ້ງທີ 7 ນັບຕັ້ງແຕ່ເດືອນ ມິຖຸນາ ທີ່ຜ່ານມາ ຫຼັງຈາກທີ່ຕ້ອງປະເຊີນກັບໂຄວິດ-19.      

Read More »

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!!

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!! – ແອັດຊັງພິເສດ ປັບຂຶ້ນ 240 ກີບ/ລິດ – ແອັດຊັງທຳມະດາ ປັບຂຶ້ນ 240 ກີບ/ລິດ – ກາຊວນ ປັບຂຶ້ນ 220 ກີບ/ລິດ    

Read More »

ທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນຊ່ວງໂຄວິດ-19 ປະກອບເອກະສານຕາມນີ້ເລີຍ!!!

ສຳລັບທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນໄລຍະການແຜ່ລະບາດ COVID-1️⃣9️⃣ ປະກອບເອກະສານຕາມນີ້ເລີຍເນາະ ❗️❗️❗️ https://lncci.la/claim-money-from-nssf-during-covid19/  

Read More »

ຂ່າວດ່ວນ!!! ລັດວິສາຫະກິດໄຟຟ້າລາວ ນະໂຍບາຍຄ່າໄຟຟ້າໃໝ່ ຂະຫຍາຍເວລາ ຮອດ ທ້າຍປີ 2020

ຂ່າວດີ! ພາຍຫຼັງທີ່ ທ່ານນາຍົກ ໄດ້ມີການຊີ້ແຈງ ຕໍ່ກອງປະຊຸມ ສະພາແຫ່ງຊາດ ສອງສາມວັນທີ່ຜ່ານມາ ຕໍ່ກັບນະໂຍບາຍ ແລະ ມາດຕະການກ່ຽວກັບໄຟຟ້າລາວ. ມາຮອດມື້ນີ້ວັນທີ 29 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ເພີ່ມໄລຍະເວລາຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 (ຈາກເດືອນ 7,8,9 ໄປຈົນເຖີງ ເດືອນ ທັນວາ 2020). ຕິດຕາມລາຍລະອຽດໄດ້ທີ່: http://www.edl.com.la/

Read More »

ໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດ, ມີທັງສິ່ງທ້າທາຍ ແລະ ໂອກາດ

ປີ 2020 ລັດຖະບານ​ ສປປ ລາວໄດ້​ວາງ​ຕົວເລກຄາດໝາຍແຜນການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ໄວ້ໃນລະດັບ 6,7% ​ເພີ່ມ​ຂຶ້ນປະມານ 0,3% ທຽບ​ໃສ່​ປີຜ່ານມາ​ ​ແຕ່​ປີ​ນີ້ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້ເຊິ່ງອາດຈະບັນລຸພຽງເຄິ່ງໜຶ່ງຂອງຄາດໝາຍ. ເພາະປີ 2020 ​ເປັນປີ​ທີ່​ມີ​ຄວາມ​ທ້າທາຍ​ໃຫຍ່ກວ່າປີຜ່ານມາຍ້ອນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 , ໄດ້ມີການຄາດ​ຄະ​ເນ​ວ່າ: ການ​ຫຼຸ​ດລົງ​ຂອງ​ເສດຖະກິດ​ໃນປີນີ້ ອາດ​ຈະ​ຕ່ຳ​ທີ່​ສຸດ​ໃນ​ຮອບ 5 ​ປີ, ຖ້າພະຍາດ​ດັ່ງ​ກ່າວຫາກ​ສືບ​ຕໍ່​ລະບາດ​ແກ່ຍາ​ວ​ໄປ​ດົນ​ເທົ່າ​ໃດ ຍິ່ງ​ສົ່ງ​ຜົນກະທົບໜັກ​ເທົ່າ​ນັ້ນ. ຜົນ​ກະທົບ​ຂອງ​ການແຜ່​ລະບາດ​ຕໍ່​ເສດ​ຖະ​ກິດ​-ສັງຄົມ​ ຂອງ ສປປ ລາວ ຕົ້ນຕໍ​ແມ່ນມາ​ ຈາກ 2 ປັດໄຈ (ສາເຫດ) ຄື: ປະເທດ​ຄູ່​ການ​ຄ້າ, ຄູ່​ການລົງທຶນ ​ຂອງ ສປປ ລາວ ປະຕິບັດມາດ​ຕະ​ການ​ຈໍາ​ກັດ​ການ​ພົວພັນ​ທາງ​ເສດຖະກິດ​ກັບ ສປປ ລາວ ເພື່ອ​ຫຼີກເວັ້ນ​ການ​ແຜ່ລະບາດ​ຂອງ​ພະຍາດ COVID-19 ຢູ່​ປະເທດ​ຂອງ​ເຂົາ​ເຈົ້າ.  ການ​ກໍາ​ນົດ​ນະໂຍບາຍ ແລະ ມາດ​ຕະການ​ຮັບ​ມື​ກັບ​ການແຜ່ລະບາດ​ພະຍາດ COVID-19 ຢູ່ປະເທດ​ເຮົາໂດຍ​ການຈໍາກັດການ​ພົວພັນ​ຂອງຄົນພາຍ​ໃນ​ປະເທດ,  ຈໍາ​ກັດ​ການເຄື່ອນໄຫວ ​ທາງ​ການ,  ການ​ດໍາ​ເນີນ​ທຸລະ​ກິດ, ການ​ຊຸມນຸມ, ການໄປມາ ຫາສູ່​ກັນ… ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດລາຍງານຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ...

Read More »

ສອງເອື້ອຍນ້ອງຜູ້ຮ່ວມສ້າງຕັ້ງ ກຸ່ມບໍລິສັດ ເອໄອເອັຟ

ໃນສະບັບເດືອນ ມິຖຸນາ 2020 ນີ້, ຖືເປັນຄັ້ງທໍາອິດທີ່ ວາລະສານພວກເຮົາໄດ້ຂຶ້ນປົກພາບຄູ່ ແລະໄດ້ຮັບກຽດການໃຫ້ສໍາພາດສອງເອື້ອຍ-ນ້ອງ ຄອບຄົວພູມມະສັກ, ຜູູ້ຮ່ວມສ້າງຕັ້ງກຸ່ມບໍລິສັດ ເອໄອເອັຟ (AIF Group). ປັດຈຸບັນ, ກຸ່ມບໍລິສັດມີພະນັກງານຫຼາຍກວ່າ 3.000 ຄົນ ທີ່ມາຈາກ 17 ປະເທດ ແລະ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ສິງກະໂປ. ການດໍາເນີນທຸລະກິດຂອງກຸ່ມບໍລິສັດໃນປັດຈຸບັນມີໃນຂົງເຂດທະນາຄານ, ປະກັນໄພ, ຕະຫຼາດທຶນ, ພະລັງງານ, ໂທລະຄົມ, ທາງດ່ວນ, ນໍ້າປະປາ, ກໍ່ສ້າງ, ການຄ້າ, ກະສິກໍາ, ອະສັງຫາລິມະຊັບ, ວັດຖຸມີຄ່າ, ໄອທີ, ໂຮງແຮມ ແລະ ຮ້ານອາຫານ. ກຸ່ມ ເອໄອເອັຟ, ມີບໍລິສັດໃນເຄືອ ແລະ ບໍລິສັດຮ່ວມທຶນຫຼາຍກວ່າ 25 ບໍລິສັດ, ເຊັ່ນ: ບໍລິສັດ ເອໄອເອັຟເອັສ (AIFS), ບໍລິສັດ ເອໄອດີຊີ (AIDC), ທະນາຄານ ບີໄອຊີ ...

Read More »

Tiktok!! App ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກຕອນນີ້ ແລະ ມີມູນຄ່າສູງກວ່າ ປຕທ 4 ເທົ່າ…

ປັດຈຸບັນການພັດທະນາດ້ານ Technology ນັ້ນໄປໄວຫຼາຍ ມີການພັດທະນາແບບກ້າວກະໂດດຂັ້ນ ບໍ່ພໍເທົ່າໃດປີທີ່ມັນເກີດຂຶ້ນມາ ແຕ່ເຮົາປະຕິເສດບໍ່ໄດ້ເລີຍວ່າມັນມີອິດທິພົນຫຼາຍທີ່ສຸດຕໍ່ທຸກຊັ້ນຄົນ ທຸກປະເທດທົ່ວໂລກ ລວມທັງປະເທດລາວເຮົາ ທີ່ໄດ້ນໍາເອົາ Technology ເຂົ້າມາເປັນສ່ວນໜຶ່ງໃນການດໍາເນີນທຸລະກິດ ແລະ ການໃຊ້ຊີວິດປະຈໍາວັນເປັນຕົ້ນແມ່ນບັນດາ Application ທີ່ທຸກຄົນຮູ້ຈັກກັນດີເຊັ່ນ: Facebook, Instagram, Twitter, YouTube ນອກຈາກນັ້ນ ຍັງມີ Application Platform ທີ່ກໍາລັງມາແຮງທີ່ສຸດໃນປັດຈຸບັນຄື “TikTok” ເຊິ່ງເປັນກະແສທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນປັດຈຸບັນຈົນເຮັດໃຫ້ມີຜົນການສໍາຫຼວດອອກມາວ່າ ບໍລິສັດແມ່ຂອງ “TikTok” ທີ່ຊື່ວ່າ ByteDance ນັ້ນ ມີມູນຄ່າສູງກວ່າ ປຕທ ບໍລິສັດຍັກໃຫຍ່ເຖິງ 4 ເທົ່າ!!! ແລ້ວມັນເກີດຂຶ້ນໄດ້ແນວໃດ? ມີນີ້  Target ໄດ້ນໍາເອົາບົດວິເຄາະຈາກເພຈ ລົງທຸນແມນ (ປະເທດໄທ) ມາເລົ່າໃຫ້ທຸກຄົນໄດ້ຟັງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ Application Platform ທີ່ຊື່ວ່າ “TikTok” “ByteDance” ເປັນບໍລິສັດ Startup ສັນຊາດຈີນທີ່ກໍ່ຕັ້ງຂຶ້ນໃນປີ 2012 ທີ່ເປັນເຈົ້າຂອງ Platform Social media ຫຼາຍ Application ...

Read More »