ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີຂໍສະແດງຄວາມນັບຖື ຮັກແພງ ພີ່ນ້ອງຮ່ວມຊາດ!ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ ທັງຫລາຍ!ຂປລ. ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາ ກຳລັງສະເຫລີມສະຫລອງຄົບຮອບ 46 ປີ ຢູ່ນີ້, ພວກເຮົາຈົ່ງພ້ອມກັນຫວນຄືນ ພິທີ ທີ່ເປັນເຫດການປະຫວັດສາດຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄື ວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ…” ...
Read More »ຂ່າວ ພາຍໃນປະເທດ
ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron
ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron, ເຊິ່ງເປັນສາຍພັນຂອງພະຍາດໂຄວິດ ທີ່ແຜ່ລາມໄປສູ່ຫຼາຍປະເທດ ແລະ ມີຈໍານວນເພີ່ມຂຶ້ນໃນທົ່ວໂລກ. ແລະ ຜູ້ຜະລິດວັກຊີນຂອງຈີນແມ່ນບໍ່ໄດ້ຕົກຢູ່ຫລັງແຕ່ຢ່າງໃດ.ບໍລິສັດ CanSino Biologics, ບໍລິສັດການຢາຂອງຈີນ ທີ່ພັດທະນາວັກຊີນ COVID-19 ແບບໃຊ້ພຽງໂດສດຽວ, ກ່າວໃນວັນທີ 28 ພະຈິກວ່າ, ພວກເຂົາໄດ້ເອົາໃຈໃສ່ຢ່າງໃກ້ຊິດກັບ ສາຍພັນ Omicron ແລະ ໄດ້ເຂົ້າໃນຂະບວນການເກັບກໍາຂໍ້ມູນ ແລະ ການວິເຄາະຂອງ ເຖິງລັກສະນະຕ່າງໆຂອງ ສາຍພັນໃໝ່ນີ້. CanSino ຫມັ້ນໃຈວ່າ ພວກເຂົາຈະສາມາດພັດທະນາວັກຊີນໃຫມ່ ເພຶ່ອ ຕໍ່ສູ້ກັບ ສາຍພັນທີ່ທົ່ວໂລກກຳລັງກັງວົນຢູ່ໃນຄະນະນີ້. ແລະ ຈະໃຊ້ໄລຍະເວລາທີ່ສັ້ນທີ່ສຸດໂດຍການໃຊ້ ແພດຟອມເຕັກໂນໂລຍີວັກຊີນໄວຣັດ viral vector vaccine ທີ່ອີງໃສ່ Adenovirus ແລະ ແພດຟອມເຕັກໂນໂລຢີ mRNA (Adenovirus-based viral vector vaccine technology platform and mRNA technology platform) ຜູ້ຕາງຫນ້າຂອງບໍລິສັດກ່າວວ່າ. ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19
Read More »ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ
ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ ຕາມຂ່າວສານ ຫວຽດນາມ, ວັນທີ 1 ເດືອນທັນວາ, ບໍລິສັດ ສາຍການບິນ ແຫ່ງຊາດ ກາຣູດາ ຂອງ ອິນໂດເນເຊຍ ໄດ້ເລີ່ມ ເປີດເສັ້ນ ທາງບິນ ໄປຍັງ ສິງກະໂປ ພາຍໃຕ້ ໂຄງການສັນຈອນໄປມາ ສຳລັບ ຜູ້ທີ່ສັກວັກຊິນ (VTL) ໂດຍແມ່ນ ການຮ່ວມມື ລະຫວ່າງ ສອງປະເທດ. ບໍລິສັດ ສາຍການບິນ ກາຣູດາ ຂອງ ອິນໂດເນເຊຍ ມີ 6 ຖ້ຽວບິນ ພາຍໃຕ້ ໂຄງການ VTL ແຕ່ລະອາທິດ ຈະບິນ ຈາກາຕາ-ສິງກະໂປ ດ້ວຍເຮືອບິນ ແອຣບັສ A330-300. ສຳລັບ ຜູ້ໂດຍສານ ທີ່ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບໂດສ ຈຶ່ງສາມາດ ເດີນທາງໄປ ສິງກະໂປ. ຂໍ້ມູນ ຂປລ. ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ
Read More »ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກວັນທີ 2 ທັນວາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະລັດຖະມົນຕີ, ຮອງລັດຖະມົນຕີ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ, ໂດຍເປັນກຽດກ່າວຕ້ອນຮັບ ຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈໍາປາສັກ ພ້ອມຄະນະນຳຂອງແຂວງຈຳປາສັກ ເຂົ້າຮ່ວມ.ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ລາຍງານ 2 ຫົວຂໍ້ຫຼັກດັ່ງນີ້:1. ສະພາບການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ . ສະພາບການລະບາດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມ ທົ່ວແຂວງ ມີ 7.088 ຄົນ, ຍິງ 3.501 ຄົນ ໃນນັ້ນຕິດເຊື້ອນຳແຮງງານ 3.865 ຄົນ, ເທົ່າກັບ 55%, ຕິດເຊື້ອພາຍໃນ ...
Read More »ຈີນຈະຈັດຊື້ສິນຄ້າກະສິກຳຈາກອາຊຽນມູນຄ່າ 150 ຕື້ໂດລາເພື່ອຍົກລະດັບການຮ່ວມມື
ຈີນຈະຈັດຊື້ສິນຄ້າກະສິກຳຈາກອາຊຽນມູນຄ່າ 150 ຕື້ໂດລາເພື່ອຍົກລະດັບການຮ່ວມມື ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ປະກາດຂໍ້ລິເລີ່ມທີ່ສຳຄັນຫຼາຍຂໍ້ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ກັບ ອາຊຽນ, ລວມທັງພະຍາຍາມນຳເຂົ້າຜະລິດຕະພັນກະສິກຳທີ່ມີມູນຄ່າ 150 ຕື້ໂດລາຈາກປະເທດອາຊຽນ ໃນໄລຍະ 5 ປີຂ້າງໜ້າ. ການຟື້ນຟູເສດຖະກິດຂອງກຸ່ມບໍລິສັດ ແລະ ຄວາມພະຍາຍາມຕ້ານການແຜ່ລະບາດຂອງພະຍາດ, ພ້ອມທັງສະໜອງເຕັກໂນໂລຢີທີ່ທັນສະໄໝ.
Read More »ແຮງງານລາວ ທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ຕ້ອງໄປໃຫ້ຖືກຕ້ອງຕາມກົດໝາຍ
ໃນວັນທີ 19 ພະຈິກ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກຳນົດມາດຕະການສົ່ງເສີມການມີວຽກເຮັດງານທຳ ແລະ ສະກັດກັ້ນການໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ແລະ ການເຂົ້າເຖິງລະບົບສະຫວັດດີການ ຂອງແຮງງານລາວເຮົາ ໂດຍຮຽກຮ້ອງມາຍັງບັນດາພໍ່ແມ່ພີ່ນ້ອງ, ຊາວຜູ້ອອກແຮງງານ ແລະ ຄອບຄົວຂອງຜູ້ອອກແຮງງານ ໃຫ້ການຮ່ວມມື ເພື່ອບໍ່ໃຫ້ມີການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ທັງນີ້ກໍເພື່ອໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານນັ້ນເອງ. ສຳລັບດ້ານແຮງງານ ຈະໄດ້ສຸມໃສ່ພັດທະນາແຮງງານລາວ ໃຫ້ມີທັກສະສີມື ເພື່ອສະໜອງຄວາມຕ້ອງການຕົວຈິງ ຂອງຕະຫຼາດແຮງງານ ແລະ ບັນດາໂຄງການລົງທຶນຕ່າງປະເທດ, ສຸມໃສ່ແກ້ໄຂບັນຫາການວ່າງງານ ພາຍໃນ ແລະ ແຮງງານ ທີ່ກັບມາຈາກຕ່າງປະເທດ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ຈັດສັນເຂົ້າສູ່ການຈ້າງງານໂດຍໄວ; ພ້ອມຈະໄດ້ສຸມໃສ່ຊຸກຍູ້ໃຫ້ປະຊາຊົນລາວທຸກຄົນ ເຂົ້າສູ່ລະບົບປະກັນສັງຄົມ ເພື່ອຄໍ້າປະກັນການດໍາລົງຊີວິດຂັ້ນພື້ນຖານຂອງທຸກຄົນ ແລະ ຄອບຄົວ. ໃນໄລຍະນີ້ ຫຼາຍປະເທດໃນໂລກ ໄດ້ຫລຸດຜ່ອນມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງມີຫລາຍປະເທດໄດ້ເປີດປະເທດ ເພື່ອກະຕຸ້ນເສດຖະກິດທີ່ຕົກຕຳ່ລົງ. ເຊິ່ງຈະເຮັດໃຫ້ມີການເຄື່ອນຍ້າຍ ເຂົ້າ-ອອກ ຂອງພົນລະເມືອງພາຍໃນ ແລະ ນອກປະເທດ ຫລາຍຂຶ້ນ, ...
Read More »ທະນາຄານແຫ່ງສປປລາວ ສົ່ງໜັງສືແຈ້ງເຖິງ ບໍລິສັດພູສີ ກຣຸບ
ຫນັງສືແຈ້ງຈາກ ທະນາຄານແຫ່ງ ສປປ ລາວ ກົມຄຸ້ມຄອງລະບົບຊໍາລະສະສາງ, ເລກທີ 959 ຄລຊ ນະຄອນຫຼວງວຽງຈັນ, ວັນທີ 24 ພະຈິກ 2021 ເຖິງ: ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ. ເລື່ອງ: ການເຄື່ອນໄຫວທຸລະກິດຊັບສິນດິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ. ກົມຄຸ້ມຄອງລະບົບຊໍາລະສະສາງ (ຄສຊ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ກ່ຽວກັບການເຄື່ອນໄຫວທຸລະກິດ ຊັບສິນຕິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ (ພສກ) ຄື: ການໂຄສະນາ ແລະ ເປີດໂຕ ກ່ຽວກັບການດໍາເນີນທຸລະກິດເງິນຄຣິບໂຕໃນສື່ອອນລາຍຂອງ Facebook Page ພາຍໃຕ້ຊື່ wclnance, ເວັບໄຊ້ Welnance.com ແລະ Platform ອອນລາຍອື່ນໆ (Twitter, YouTube, Instagram) ເປັນຕົ້ນ: ການອອກຫຼຽນ Welcoin ທີ່ເປັນ ເງິນຄຣິບໂຕ ຊຶ່ງສາມາດແລກປ່ຽນໄດ້ໃນ Trust ...
Read More »ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ
ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ ຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວ ຖໍ້າພຣະ ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ. ປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ, ໄດ້ວາງເປົ້າໝາຍ ເພື່ອພັດທະນາວຽກງານທ່ອງທ່ຽວເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ, ການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ການປັບປຸງທາງດ້ານ ຂອດການບໍລິການທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ການສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນ ການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ...
Read More »ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ
ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ ຍົກເວັ້ນທີ່ໄດ້ຮັບອະນຸຍາດຕາມແຜນທົດລອງນຳເຂົ້ານັກທ່ອງທ່ຽວຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1445, ລົງວັນທີ 5 ພະຈິກ 2021. ສໍາລັບພະນັກງານສະຖານທູດ, ອົງການ ຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກ ງານ ສະຖານທູດ ແລະ ອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ນອກນັ້ນ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ
Read More »ໄທເປັນປະເທດໜຶ່ງໃນ 10 ປະເທດທີ່ມີມະຫາເສດຖີຫຼາຍທີ່ສຸດໃນໂລກ.
ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ, ປະເທດໄທແມ່ນຢູ່ໃນ 10 ອັນດັບຕົ້ນ ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ. ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ນີ້ແມ່ນ 10 ອັນດັບຂອງມະຫາເສດຖີໃນປະເທດ 10 ອັນດັບຂອງໂລກທີ່ມີຈຳນວນມະຫາເສດຖີຫຼາຍທີ່ສຸດໃນໂລກກໍປະກົດມີ: 1. ຈີນແຜ່ນດິນໃຫຍ່ 1,058 ຄົນ 2. ສະຫະລັດອາເມລິກາ 696 ຄົນ 3. ອິນເດຍ 177 ຄົນ 4. ເຢຍລະມັນ 141 ຄົນ 5. ສະຫະລາຊະອານາຈັກ 134 ຄົນ 6. ...
Read More »