ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19

ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron

ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19 ຂອງພວກເຂົາຕໍ່ກັບ Omicron, ເຊິ່ງເປັນສາຍພັນຂອງພະຍາດໂຄວິດ ທີ່ແຜ່ລາມໄປສູ່ຫຼາຍປະເທດ ແລະ ມີຈໍານວນເພີ່ມຂຶ້ນໃນທົ່ວໂລກ. ແລະ ຜູ້ຜະລິດວັກຊີນຂອງຈີນແມ່ນບໍ່ໄດ້ຕົກຢູ່ຫລັງແຕ່ຢ່າງໃດ.ບໍລິສັດ CanSino Biologics, ບໍລິສັດການຢາຂອງຈີນ ທີ່ພັດທະນາວັກຊີນ COVID-19 ແບບໃຊ້ພຽງໂດສດຽວ, ກ່າວໃນວັນທີ 28 ພະຈິກວ່າ, ພວກເຂົາໄດ້ເອົາໃຈໃສ່ຢ່າງໃກ້ຊິດກັບ ສາຍພັນ Omicron ແລະ ໄດ້ເຂົ້າໃນຂະບວນການເກັບກໍາຂໍ້ມູນ ແລະ ການວິເຄາະຂອງ ເຖິງລັກສະນະຕ່າງໆຂອງ ສາຍພັນໃໝ່ນີ້. CanSino ຫມັ້ນໃຈວ່າ ພວກເຂົາຈະສາມາດພັດທະນາວັກຊີນໃຫມ່ ເພຶ່ອ ຕໍ່ສູ້ກັບ ສາຍພັນທີ່ທົ່ວໂລກກຳລັງກັງວົນຢູ່ໃນຄະນະນີ້. ແລະ ຈະໃຊ້ໄລຍະເວລາທີ່ສັ້ນທີ່ສຸດໂດຍການໃຊ້ ແພດຟອມເຕັກໂນໂລຍີວັກຊີນໄວຣັດ viral vector vaccine ທີ່ອີງໃສ່ Adenovirus ແລະ ແພດຟອມເຕັກໂນໂລຢີ mRNA (Adenovirus-based viral vector vaccine technology platform and mRNA technology platform) ຜູ້ຕາງຫນ້າຂອງບໍລິສັດກ່າວວ່າ.

May be an image of 1 person and text
ຜູ້ຜະລິດວັກຊີນທົ່ວໂລກໄດ້ປະກາດຄວາມພະຍາຍາມທີ່ຈະຍົກລະດັບວັກຊີນ COVID-19

Comments