ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ

ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ

ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ ຕາມຂ່າວສານ ຫວຽດນາມ, ວັນທີ 1 ເດືອນທັນວາ, ບໍລິສັດ ສາຍການບິນ ແຫ່ງຊາດ ກາຣູດາ ຂອງ ອິນໂດເນເຊຍ ໄດ້ເລີ່ມ ເປີດເສັ້ນ ທາງບິນ ໄປຍັງ ສິງກະໂປ ພາຍໃຕ້ ໂຄງການສັນຈອນໄປມາ ສຳລັບ ຜູ້ທີ່ສັກວັກຊິນ (VTL) ໂດຍແມ່ນ ການຮ່ວມມື ລະຫວ່າງ ສອງປະເທດ. ບໍລິສັດ ສາຍການບິນ ກາຣູດາ ຂອງ ອິນໂດເນເຊຍ ມີ 6 ຖ້ຽວບິນ ພາຍໃຕ້ ໂຄງການ VTL ແຕ່ລະອາທິດ ຈະບິນ ຈາກາຕາ-ສິງກະໂປ ດ້ວຍເຮືອບິນ ແອຣບັສ A330-300. ສຳລັບ ຜູ້ໂດຍສານ ທີ່ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບໂດສ ຈຶ່ງສາມາດ ເດີນທາງໄປ ສິງກະໂປ. ຂໍ້ມູນ ຂປລ.

ອິນໂດເນເຊຍ-ສິງກະໂປ ພ້ອມເປີດເສັ້ນທາງບິນ ແລ້ວ

Comments