ຂ່າວ ພາຍໃນປະເທດ

ແຈ້ງການດ່ວນ!!!! ອາດຈະມີຊິ້ນສ່ວນການບິນອາວະກາດຂອງ ສປ ຈີນ ຕົກລົງບໍລິເວນພາກໃຕ້ຂອງລາວ

ໜັງສືແຈ້ງການ(ດ່ວນທີ່ສຸດ): ເລື່ອງ: ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ. + ອີງຕາມຂໍ້ມູນຈາກຫ້ອງການຂ່າວສານການບິນຂອງ ສປ ຈີນ ໃນວັນທີ 16/5/2019. + ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ່ 20/5/2019. + ອີງຕາມທິດຊີ້ນຳຂອງທ່ານ ພົນເອກ ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ່ 20/5/2019. ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງຂໍຖືເປັນກຽດຢ່າງສູງແຈ້ງມາຍັງທ່ານຊາບວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ່ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 05:57 ໂມງ ຫາ 06:13 ໂມງ. ຊື່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວ ຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ແຂວງເຊກອງ ແລະ ສະຫວັນນະເຂດຕາມຈຸດພິກັດດັ່ງລຸ່ມນີ້: – 15”09”39”N ...

Read More »

ພໍ່ແມ່ຜູ້ປົກຄອງ ທີ່ສົນໃຈ ສົ່ງລູກຫຼານໄປສຶກສາຕໍ່ປະເທດອັງກິດ ອ່ານທາງນີ້ດ່ວນ….

ຂໍເຊີນບັນດາທ່ານ ຮ່ວມງານການສຶກສາຕໍ່ ທີ່ສະຫະຮາຊອານາຈັກ ອັງກິດ ຈັດໂດຍ British Education Centre Lao Study Abroad (ບຮີທິສ ອີດູເຄຊັນ ເຊັນເຕີ ລາວ ສະຕາດີ ອາ-ບຣອດ) ຊຶ່ງຈະໄດ້ຈັດຂຶ້ນ ຢູ່ທີ່ໂຮງແຮມ ຄຮາວພລາຊ້າ ໃນວັນເສົາ ທີ 25 ພຶດສະພາ 2019 ເລີ່ມແຕ່ເວລາ 13:00-17:00. ພາຍໃນງານ ຈະມີຕົວແທນ ຈາກມະຫາວິທະຍາໄລ ອັງກິດ 3 ແຫ່ງ ເຂົ້າຮ່ວມງານ ເຊັ່ນ: University of Greenwich ຈາກເມືອງລອນດອນ De Montfort University ຈາກເມືອງ ເລສເຕີ້ ແລະ University of Dundee ສະກ໋ອດແລນ ຊຶ່ງເປັນບັນດາມະຫາວິທະຍາໄລ ທີ່ຕິດຢູ່ໃນ ທ໋ອບ 30 ມະຫາໄລ ຂອງສະຫະຮາຊອານາຈັກ ອັງກິດ ຜູ້ມາຮ່ວມງານ ສາມາດໄດ້ຮັບສ່ວນຫຼຸດທັນທີ 2,000-14,000 ປອນ ...

Read More »

ມີທຶນ 100% ໃຫ້ໄປສຶກສາຕໍ່ປະເທດຈີນ ສະໝັກດ່ວນໆໆໆໆ

ການໄປຮໍ່າຮຽນສຶກສາຕໍ່ ເປັນສິ່ງທີ່ຫຼາຍໆຄົນມີຄວາມຕ້ອງການຢາກໄປ ເພື່ອຮຽນເອົາຄວາມຮູ້ ປະສົບການ ແລະ ດ້ານພາສາຂອງຕ່າງປະເທດ ມື້ນີ້, ເລີຍມີທຶນດີໆມາແນະນຳໃຫ້ທຸກຄົນທີ່ສົນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະໝັກ ທຶນນີ້: Jiangsu Government Scholarship for Southeast Asia 2019 ! ປິດຮັບສະໝັກ: 31/05/2019 ລາຍລະອຽດແລະ ວິທີການສະໝັກກົດເຂົ້າລິ້ງລຸ່ມນີ້ເລີຍ: http://www.seameo.org/…/201…/JiangsuScholar_2019withJPDE.pdf ທີ່ມາ: Lao Youth Radio FM 90.0 Mhz ?? ?? ?? ສໄນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະຫມັກ ທຶນນີ້: Jiangsu Government Scholarship for Southeast Asia… Posted by Lao Youth Radio FM 90.0 Mhz on Sunday, ...

Read More »

ຫ້ອງການ ຖວທ ອອກແຈ້ງການທຸກໂຄງການຊ່ວຍເຫຼືອຕ້ອງຜ່ານປະຕູດຽວ

ຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 185/ຫກ ລົງວັນທີ 17 ພຶດສະພາ 2019 ຮຽກຮ້ອງມາຍັງບັນດາກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ພາກສ່ວນຕ່າງໆອ້ອມຂ້າງກະຊວງໃຫ້ພ້ອມກັນຈັດຕັ້ງປະຕິບັດໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃຫ້ເປັນເອກະພາບ, ລວມສູນ, ຜ່ານປະຕູດຽວ ແລະ ໄປໃນທິດທາງດຽວກັນ ຕາມວິໄສທັດ 2030, ຍຸດທະສາດ 2015 ແລະ ແຜນງານພັດທະນາວຽກງານ ຖວທ 2016-2020 ໂດຍຕ້ອງໄດ້ຜ່ານກົມແຜນການ-ການເງິນ, ກົມຮ່ວມມືສາກົນ ເຊິ່ງເປັນຜູ້ປະສານງານ ຄຸ້ມຄອງ ຕິດຕາມ ຊຸກຍູ້ ແລະ ປະເມີນຜົນບັນດາໂຄງການ ພ້ອມທັງເກັບກຳຂໍ້ມູນຕົວເລກສະຖິຕິຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃນແຕ່ລະປີມີປະສິດຕິພາບ, ປະສິດຕິຜົນສູງ, ໂປ່ງໃສ ແລະ ສາມາດກວດສອບໄດ້. ທີ່ມາ: ຂ່າວສານປະເທດລາວ

Read More »

ໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຈະປະກາດໃຊ້ພາຍໃນ ປີ 2019 ນີ້

ລັດວິສາຫະກິດໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຕາມທິດຊີ້ນຳຂອງກອງປະຊຸມຂອງລັດຖະບານປະຈຳເດືອນ ເມສາ 2019 ທີ່ຜ່່ານມາ, ເຊິ່ງໄດ້ຄົ້ນຄວ້າການປັບປຸງໂຄງສ້າງລາຄາມາໄດ້ 2 ປີແລ້ວ  ແລະ ຈະປະກາດໃຫ້ໄດ້ໃຊ້ພາຍໃນ ປີ 2019 ນີ້. ລາຍລະອຽດໄປຊົມຂ່າວພ້ອມໆກັນເລີຍ!!! (ຂ່າວຈາກ ໂທລະພາບແຫ່ງຊາດລາວ)

Read More »

37 ອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ ແຕ່ສ່ວນຫຼາຍຖືກຄົນຕ່າງປະເທດຍາດເອົາໄປເຮັດເກືອບໝົດ!!!

  ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ເລກທີ 1328/ອຄ.ທຄວ ລົງວັນທີ່ 13 ກໍລະກົດ 2015 ໄດ້ມີການລະບຸຊັດເຈນ ເຖິງອາຊີບທີ່ຕ້ອງໄດ້ສະຫງວນໄວ້ໃຫ້ຄົນ ທີ່ຖືສັນຊາດລາວ ແລະ ຈະບໍ່ອານຸຍາດ ໃຫ້ຄົນຕ່າງປະເທດ ທີ່ເຂົ້າມາດໍາເນີນທຸລະກິດ ໃນ ສປປລາວ ເຮັດ. ແຕ່ໃນຄວາມເປັນຈິງແລ້ວ, ເຫັນວ່າ ອາຊີບທີ່ລະບຸໄວ້ນັ້ນ ໃນພາກການຄຸ້ມຄອງ ແມ່ນຍັງເຮັດບໍ່ໄດ້ ເພາະຄົນສັນຊາດອື່ນ ແມ່ນໄດ້ເຂົາມາປະກອບທຸລະກິດ ດັ່ງກ່າວໂດຍສ່ວນໃຫຍ່ ແລະ ບໍ່ມີມາດຕະກາດ ທີ່ເຄັ່ງຄັດ ໃນການລົງໂທດ ຫຼື ຫ້າມໃຫ້ຄົນຕ່າງຊາດ ເຫຼົ່ານັ້ນ ບໍ່ໃຫ້ປະກອບອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ. ສະນັ້ນ, ມື້ນີ້ ເຮົາເລີຍຈະເອົາອາຊີບ 37 ປະເພດ ທີ່ສະຫງວນໄວ້ ສຳລັບພົນລະເມືອງລາວໄດ້ເຮັດ ມາໃຫ້ທຸກຄົນໄດ້ຮູ້ຈັກ ມີດັ່ງລຸ່ມນີ້. ອ່ານແຈ້ງການສະບັບເຕັມ   ທີ່ມາ: All in lao/ Raosukunfung

Read More »

ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ  ຍື່ນສານຕາຕັ້ງ ພ້ອມແຕ່ງຕັ້ງທູດລາວ ປະຈຳແບນຊິກ

ໃນຕອນເຊົ້າວັນທີ 17 ພຶດສະພາ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ທ່ານ Dinkar Asthana ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ, ທ່ານ Antonis Toumazis ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ຄົນໃໝ່ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ທ່ານ Obaid Saeed Obaid Bintaresh Aidhaheri ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ...

Read More »

ເປີດຮັບສະໝັກນັກສຶກສາ ປະລິນຍາໂທ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຊຸດໃໝ່ ‼️‼️

ແບບຟອມສະໝັກສອບເສັງຄັດເລືອກນັກສຶກສາປະລິນຍາໂທ  ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສົກສຶກສາ 2019-2020 ຜູ້ທີ່ສົນໃຈສາມາດດາວໂລດແບບຟອມລິ້ງລຸ່ມນີ້ ແລະ ກອກຂໍ້ມູນແລ້ວ submit online ໄດ້ເລີຍ. ສ່ວນຜູ້ທີ່ບໍ່ສະດວກທາງ online ສາມາດມາພົວພັນຊື້ແບບຟອມໄດ້ທີ່ ພະແນກການສຶກສາຫຼັງປະລິນຍາຕີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຕັ້ງແຕ່ວັນທີ 3 ພຶດສະພາ ເປັນຕົ້ນໄປ. ໝາຍເຫດ: ກະລຸນາກວດກາເອກະສານທີ່ຕ້ອງປະກອບໃຫ້ລະອຽດ, ອ່ານເງື່ອນໄຂໃນການສະໝັກ ແລະ ລະບຽບການຕ່າງໆ. ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 020 95500980 ໃນໂມງລັດຖະການ. 1. ໃບຄໍາຮ້ອງ https://docs.google.com/…/1FAIpQLSf20ku29cESAoxm8…/viewform… 2. ບັດເຂົ້າຫ້ອງເສັງ https://drive.google.com/open… 3. ຊີວະປະຫວັດ https://drive.google.com/open… 4. ໜັງສືອະນຸມັດ https://drive.google.com/open… 5. ໃບຢັ້ງຢືນທີ່ຢູ່ https://drive.google.com/open… 6. ເງື່ອນໄຂໃນການສະໝັກ https://drive.google.com/open… 7. ລະບຽບໃນການສອບເສັງເຂົ້າຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ https://drive.google.com/open… ທີ່ມາ: FEB-Graduate-Programs

Read More »

ຫົວພັນ ເປີດເທສະການຜ້າໄໝມ້ອນ ພ້ອມກັບ ສະຫຼອງ ແກ້ວຫຼັກເມືອງ ຄົບຮອບ 11 ປີ

ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 11 ປີ ໃນລະຫວ່າງວັນທີ 16-17 ພຶດສະພາ 2019 ແນໃສ່ອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ ກໍຄື ແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແພຂອງເອື້ອຍນ້ອງແມ່ຍິງ ທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ. ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດເທສະການຜ້າໄໝມ້ອນແຂວງຫົວພັນ ໄດ້ກ່າວວ່າ: ການຈັດເທສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ນອກຈາກເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນແລ້ວ, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຜູ້ຜະລິດຫັດຖະກຳພາຍໃນແຂວງ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທີ່ມາ ແລະ ຮູບ: ຂ່າວສານປະເທດລາວ ແລະ ເຟສບຸກ ກົງໃຈ ໄຊຍະວົງ

Read More »

ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%, ຮັບເໝົາໂດຍ ບໍລິສັດ ກໍ່ສ້າງ ພາເວີໄຊນາ ຈຳກັດ. ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ. ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ,​ ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ...

Read More »