ຄະນະກຳມາທິການແມ່ນຳ້ຂອງ (MRC) ໄດ້ເປີດເຜີຍບົດລາຍງານສອງສະບັບທີ່ສະແດງໃຫ້ເຫັນວ່າ ການຫາປາຍັງຄົງເປັນຊີວິດການເປັນຢູ່ທີ່ສຳຄັນຂອງກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. ການຫາປາເກີນຂະໜາດ ແລະ ການເສື່ອມສະພາບທີ່ຢູ່ອາໄສທີ່ເກີດຈາກການຂະຫຍາຍຕົວຂອງປະຊາກອນຢ່າງໄວວາ, ການພັດທະນາພື້ນຖານໂຄງລ່າງ, ແລະ ການປ່ຽນແປງຂອງດິນຟ້າອາກາດແມ່ນກຳລັງສ້າງຄວາມກົດດັນຢ່າງໜັກໃຫ້ແກ່ການປະມົງຂອງເຂດລຸ່ມແມ່ນຳ້ຂອງ.
ບົດລາຍງານສອງສະບັບ — “ສະຖານະ ແລະ ທ່າອ່ຽງຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງປາໃນອ່າງລຸ່ມແມ່ນໍ້າຂອງໃນລະຫວ່າງປີ 2007-2018” (FADM) ແລະ “ການຕິດຕາມກວດກາຜົນກະທົບທາງສັງຄົມ 2018” (SIMVA) — ໄດ້ເປີດເຜີຍໃນວັນທີ 19 ຕຸລາ.
ທ່ານ ອານເພັດ ຮັດດາ, ເລຂາທິການໃຫຍ່ MRC ກ່າວວ່າ: “ການສຶກສາເຫຼົ່ານີ້ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພັດທະນາທີ່ມີຄວາມຮັບຜິດຊອບ, ຄວາມດຸ່ນດ່ຽງຂອງພາກພື້ນ ແລະ ຜົນປະໂຫຍດຂອງຊາດ, ແລະ ການຮ່ວມມືໃນພາກພື້ນທີ່ເຂັ້ມແຂງກວ່າເກົ່າ ເພື່ອປົກປັກຮັກສາແຫຼ່ງນຳ້ຂອງແມ່ນຳ້ຂອງ ແລະ ຊັບພະຍາກອນທີ່ກ່ຽວຂ້ອງ,”.
