Entrepreneurship

ການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກໃນ ສປປ ລາວ ຍັງອ່ອນ

ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດ, ແນວທາງການພັດທະນາເສດຖະກິດໄດ້ເຕີບໂຕເປັນກ້າວໆໄປສູ່ເສດຖະກິດຕະຫຼາດຫຼັງຈາກການນໍາໃຊ້ກົນໄກເສດຖະກິດໃໝ່ນັບແຕ່ປີ 1986 ເປັນຕົ້ນມາ. ລະຫວ່າງຊຸມປີ 2000, ການລົງທຶນໂດຍກົງຈາກຕ່າງປະເທດ ໂດຍສະເພາະໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປັບປ່ຽນໂສມໜ້າຂອງເສດຖະກິດລາວໃຫ້ຂະຫຍາຍໂຕ. ເຖິງຢ່າງໃດກໍຕາມ, ການຄ້າຕ່າງປະເທດກໍຍັງບໍ່ທັນຫຼາກຫຼາຍ, ສິນຄ້າສົ່ງອອກຫຼັກຂອງລາວກໍໄດ້ແກ່: ໄມ້, ໄຟຟ້າ, ແຮ່ທາດ ແລະ ສິນຄ້າກະສິກໍາ, ເຊິ່ງຮຽກຮ້ອງໃຫ້ມີການສົ່ງເສີມດ້ານເຕັກໂນໂລຊີ ເພື່ອພັດທະນາອຸດສາຫະກໍາການຜະລິດສິນຄ້າຕ່າງໆທີ່ມີຢ່າງຈໍາກັດ. ໃນນັ້ນ, ການມີສ່ວນຮ່ວມເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (Global Value Chains: GVCs) ເປັນປັດໄຈທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປ ລາວ. ໃນຊຸມປີຜ່ານມາ, ມູນຄ່າເພີ່ມການສົ່ງອອກສິນຄ້າທັງໝົດ (gross exports ຫຼື value added exports ເຊິ່ງຄິດໄລ່ຈາກ = ມູນຄ່າເພີ່ມຈາກຕ່າງປະເທດ ຫຼື foreign value added (FVA) + ມູນຄ່າເພີ່ມຈາກພາຍໃນ ປະເທດ ຫຼື domestic value added (DVA)) ຂອງລາວມີການຂະຫຍາຍຕົວ, ແຕ່ວ່າອັດຕາຂອງສ່ວນມູນຄ່າເພີ່ມຈາກຕ່າງປະເທດ ...

Read More »

ວິຖີຊີວິດແບບໃໝ່ ທີ່ຜູ້ປະກອບການຕ້ອງທຳຄວາມເຂົ້າໃຈ

ຄວາມທ້າຍທາຍທີ່ສຸດ ຂອງບັນດາຜູ້ປະກອບການບ້ານເຮົາໃນຕອນນີ້ ແມ່ນໜີບໍ່ພົ້ນເລື່ອງ ການຮັກສາທຸລະກິດໃຫ້ຢູ່ລອດປອດໄພ ຈົນກວ່າຈະຜ່ານພົ້ນວິກິດການພະຍາດລະບາດ ໂຄວິດ-19 ນີ້ໄປໃຫ້ໄດ້ ເຊິ່ງຜ່ານມາເກືອບປີກໍຍັງບໍ່ທັນມີໃຜບອກໄດ້ວ່າວິກິດການຄັ້ງນີ້ ຈະແກ່ຍາວໄປຕື່ມອີກດົນປານໃດ ອາດຈະແມ່ນອີກ 6 ເດືອນ, 1 ປີ ຫຼືຫຼາຍກວ່ານັ້ນ. ໃນສະຖານະການແນວນີ້ ຜູ້ປະກອບການສ່ວນຫຼາຍກໍຮູ້ຢູ່ແລ້ວວ່າ ຕ້ອງໄດ້ປັບຕົວ ປ່ຽນແປງທຸລະກິດໃຫ້ທ່ວງທັນກັບສິ່ງທີ່ເກີດຂຶ້ນ ເຖິງວ່າຍັງບໍ່ທັນພ້ອມ ແລະ ຍັງບໍ່ຮູ້ວ່າຕ້ອງຫັນປ່ຽນໄປໃນທິດທາງໃດ. ແຕ່ກໍມີສິ່ງໜຶ່ງທີ່ຖືກກ່າວເຖິງຫຼາຍ ແລະ ຜູ້ປະກອບການເອງກໍຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປເປັນສ່ວນໜຶ່ງໃນການກຳນົດທິດທາງປັບປຸງທຸລະກິດໂດຍດ່ວນກໍຄື ວິຖີຊີວິດແບບໃໝ່ ຫຼື New Normal ແຕ່ແນວໃດກໍຕາມການນຳໃຊ້ ແນວຄິດວິຖີຊີວິດແບບໃໝ່ເຫຼົ່ານີ້ ກໍແຕກຕ່າງກັນໄປໃນແຕ່ລະອົງກອນ ເພາະວິທີການປັບຕົວທີ່ໃຊ້ໄດ້ດີໃນອົງກອນໜຶ່ງ ບໍ່ໄດ້ໝາຍຄວາມວ່າ ຈະສາມາດໃຊ້ໄດ້ດີກັບອົງກອນອື່ນໆ. ສະນັ້ນ ມື້ນີ້ຂ້າພະເຈົ້າຈຶ່ງມານຳສະເໜີສິ່ງທີ່ຜູ້ປະກອບການຄວນຮູ້ ກ່ອນນຳໄປຕີໂຈດຂອງ ວິຖີຊີວິດແບບໃໝ່ ເພື່ອນຳມາໃຊ້ກຳນົດແຜນຍຸດທະສາດຂອງທ່ານໃນໄລຍະຕໍ່ໄປ ວິຖີຊີວິດແບບໃໝ່ແມ່ນຫຍັງ? ແມ່ນຮູບແບບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເນື່ອງຈາກຖືກກະທົບຈາກບາງສິ່ງ ເຊັ່ນ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ແບບແຜນ ແລະ ແນວທາງປະຕິບັດທີ່ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີໃໝ່ ພາຍໃຕ້ມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ ເຊິ່ງກວມເອົາ ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ...

Read More »

ສ້າງກຸ່ມຕົວແທນລູກຄ້າ (Customer Persona) ເຄື່ອງມືສຳຄັນໃນການກຳນົດກຸ່ມລູກຄ້າເປົ້າໝາຍຂອງທ່ານ

ສະບາຍດີທ່ານຜູ້ອ່ານວາລະສານທາເກັດ ທີ່ຕິດຕາມຄໍລຳ Branding & Marketing ຂອງພວກເຮົາເປັນປະຈຳ ໃນເດືອນນີ້ ພວກເຮົາກໍຍັງຄົງຈະເວົ້າກ່ຽວກັບການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ນຳໄປໃຊ້ ຫັນປ່ຽນທຸລະກິດ ມາສູ່ດິຈິຕອນແພລັດຟອມ ເພື່ອຜ່ານຜ່າວິກິດທາງເສດຖະກິດ ແລະ ພະຍາດລະບາດ ໂຄວິດ-19 ໄປພ້ອມໆກັນ ເຊິ່ງໃນເດືອນນີ້ ຂ້າພະເຈົ້າຈະມາເວົ້າເຖິງບັນຫາທີ່ຜູ້ປະກອບການຫຼາຍໆທ່ານເບິ່ງຂ້າມ ເວລາເຮັດການຕະຫຼາດດິຈິຕອນ ນັ້ນກໍຄື ການທຳຄວາມເຂົ້າໃຈ ແລະ ຮູ້ຈັກລູກຄ້າຂອງທ່ານໃຫ້ເລິກເຊິ່ງ ເພາະຫາກເຮົາບໍ່ມີຂໍ້ມູນເຫຼົ່ານີ້ແລ້ວ ເຮົາຈະຮູ້ໄດ້ແນວໃດວ່າ ຄວນວາງຍຸດທະສາດການຕະຫຼາດໄປໃນທິດທາງໃດຈຶ່ງຈະຖືກຕ້ອງ? ເຄື່ອງມືທີ່ຈະເຮັດໃຫ້ທ່ານເຂົ້າໃຈລູກຄ້າເປົ້າໝາຍໄດ້ຢ່າງເລິກເຊິ່ງ ນັ້ນກໍຄື Customer Persona ເຊິ່ງແມ່ນການນຳໃຊ້ຂໍ້ມູນການວິໄຈທາງການຕະຫຼາດ ແລະ ການເກັບຂໍ້ມູນພຶດຕິກຳຂອງລູກຄ້າ ແລ້ວນຳມາກຳນົດບຸກຄະລິກ ແລະ ລັກສະນະຂອງກຸ່ມເປົ້າໝາຍ ເພື່ອສ້າງໃຫ້ເປັນຕົວແທນກຸ່ມເປົ້າໝາຍ ຫຼື ລູກຄ້າໃນອຸດົມຄະຕິ ຊ່ວຍໃຫ້ນັກການຕະຫຼາດ ຫຼື ຜູ້ປະກອບການ ສາມາດເຫັນພາບຂອງກຸ່ມລູກຄ້າເປົ້າໝາຍ ແລະ ຄວາມຄາດຫວັງຂອງພວກເຂົາໄດ້ຊັດເຈນຂຶ້ນ. ສຳລັບທຸລະກິດທີ່ລັກສະນະຂອງລູກຄ້າບໍ່ຄ່ອຍແຕກຕ່າງກັນຫຼາຍ ການສ້າງ Customer Persona ກໍພຽງແຕ່ດຶງເອົາຄຸນລັກສະນະຂອງລູກຄ້າສ່ວນໃຫຍ່ ທີ່ເປັນຕົວແທນຂອງລູກຄ້າຫຼັກ ເຂົ້າມາວິເຄາະ ແຕ່ສຳລັບທຸລະກິດທີ່ມີລູກຄ້າທີ່ແຕກຕ່າງກັນຫຼາຍກຸ່ມ ການສ້າງ  Customer Persona ກໍຈຳເປັນຕ້ອງມີຫຼາຍກວ່າ 1 ຊຸດ ເພື່ອໃຫ້ເຫັນພາບຄຸນລັກສະນະຂອງກຸ່ມລູກຄ້າຫຼັກ ...

Read More »

ບາດກ້າວສູ່ການເປັນຜູ້ປະກອບການ

ຜູ້ທີ່ໃຝ່ຝັນຢາກເປັນຜູ້ປະກອບການທັງຫຼາຍ ມັກຈະຄິດວ່າ ການເຮັດທຸລະກິດໃດໜຶ່ງ ຈະຕ້ອງເລີ່ມຈາກແນວຄວາມຄິດ ໃໝ່ໆ ກ່ຽວກັບສິນຄ້າ ຫຼືບໍລິການ ຕ້ອງມີທຶນຮອນຫຼາຍໆ ແລ້ວກໍເປີດບໍລິສັດໃນສະຖານທີ່ງາມໆຫຼູຫຼາ ເພື່ອສ້າງຄວາມເຊື່ອໝັ້ນ ຊອກຫາທີ່ປຶກສາທີ່ມີຊື່ສຽງມາຊ່ວຍແນະນຳວິທີການດຳເນີນທຸລະກິດ ກໍພຽງພໍແລ້ວ ທີ່ຈະກາຍເປັນຜູ້ປະກອບການ ແລະ ສາມາດນຳພາທຸລະກິດກ້າວໄປສູ່ຄວາມສຳເລັດໄດ້ ແຕ່ທ່ານຮູ້ບໍ່ວ່າຄວາມຈິງບໍ່ແມ່ນແນວນັ້ນ ເພາະຄົນທີ່ຄິດແບບນີ້ສ່ວນໃຫຍ່ ເປັນຜູ້ທີ່ຍັງບໍ່ທັນໄດ້ເລີ່ມລົງມືເຮັດທຸລະກິດໃດໜຶ່ງເທື່ອ ເນື່ອງຈາກ ການເລີ່ມກໍ່ຕັ້ງທຸລະກິດຕົວຈິງ ແນວຄວາມຄິດກ່ຽວກັບສິນຄ້າ ຫຼືບໍລິການ ເປັນພຽງສ່ວນໜຶ່ງເທົ່ານັ້ນ ແລະ ໃນໄລຍະເລີ່ມຕົ້ນດຳເນີນທຸລະກິດທຸລະກິດໃໝ່ໆ ທ່ານກໍອາດຍັງບໍ່ຈຳເປັນຕ້ອງລົງທຶນຈຳນວນຫຼວງຫຼາຍບາດດຽວ, ມາຮອດນີ້ ທ່ານອາດຈະກຳລັງສົງໄສວ່າ ແລ້ວການເປັນຜູ້ປະກອບການ ຈະຕ້ອງເລີ່ມຈາກຫຍັງແທ້? ເຊິ່ງມື້ນີ້ ຄໍລຳ Entrepreneurship ຂອງພວກເຮົາ ຈະມາແນະນຳກ່ຽວກັບ ບາດກ້າວຂອງການເປັນຜູ້ປະກອບການ ໃນຄວາມເປັນຈິງ ວ່າຄວນຈະເລີ່ມຕົ້ນຈາກຈຸດໃດແທ້ ບາດກ້າວທີ 1: ເລີ່ມຈາກຕົວທ່ານເອງ ໃນທຸກໆການເລີ່ມຕົ້ນທຸລະກິດ ຕົວທ່ານເອງ ຄືສິ່ງທີ່ສຳຄັນທີ່ສຸດ ບໍ່ແມ່ນຄວາມຄິດກ່ຽວກັບສິນຄ້າ ຫຼື ບໍລິການ ແຕ່ແມ່ນຕົວທ່ານ ທີ່ແນມເຫັນເປົ້າໝາຍຢ່າງຊັດເຈນ ນຳພາທີມງານເດີນໜ້າຢ່າງມີວິໄສທັດ ເປັນຜູ້ທີ່ຕັດສິນໃຈຢ່າງເດັດດ່ຽວ ວ່າຈະສ້າງທຸລະກິດນີ້ຂຶ້ນມາ ໂດຍຍອມຮັບຄວາມສ່ຽງ ຄວາມກົດດັນ ສຸມທຸກເຫື່ອແຮງ ແລະ ທຸກໆແນວຄວາມຄິດ ເພື່ອແກ້ໄຂບັນຫາ ຜ່ານຜ່າອຸປະສັກ ແລະ ...

Read More »