ຕາມຂ່າວຈາກ VOVWORLD, ພື້ນຖານເສດຖະກິດ ຫວຽດນາມ ໃນປີນີ້ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຂຶ້ນຢ່າງວ່ອງໄວ, ຈະສ້າງກຳລັງໜູນໃນຕໍ່ໜ້າ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ຂອງ ຫວຽດນາມ ແມ່ນບໍ່ໜ້າວິຕົກກັງວົນ. ນີ້ແມ່ນຂໍ້ມູນຈາກກອງປະຊຸມສຳມະນາດ້ວຍຫົວຂໍ້ ສະພາບການ ຜັນແປ ຂອງ ຕະຫລາດ ຢູ່ ຫວຽດນາມ ປີ 2021 ແລະ ການຄາດຄະເນ ປີ 2022 ທີ່ຈັດໄດ້ຂຶ້ນ ໃນຕອນເຊົ້າ ວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ.

ທ່ານ ຮອງສາສະດາຈານ ປອ. ດິງຈ້ອງທິ້ງ, ສະຖາບັນ ການເງິນຫວຽດນາມ, ຄາດຄະເນວ່າ: ໃນປີ 2022 ພື້ນຖານເສດຖະກິດໂລກ ຈະມີການຂະຫຍາຍໂຕຊ້າລົງ, ຄາດວ່າພື້ນຖານເສດຖະກິດຂອງຫວຽດນາມ ກໍຈະມີການຂະຫຍາຍໂຕຊ້າລົງ, ປະມານ 6 ຫາ 6.5%, ໄພເງິນເຟີ້ ປະມານ 2.8 ຫາ 3.2%.

ຖ້າຫາກວ່າ ແຜນການເສດຖະກິດໂລກ ມີການປັບຕົວໃນທາງທີ່ດີຂື້ນ, ການຂະຫຍາຍໂຕ ພື້ນຖານເສດະກິດ ຂອງ ຫວຽດນາມ ອາດຈະມີ ການຂະຫຍາຍໂຕສູງເຖິງ 7-7.5% ໃນປີ 2022 ແລະ ໃນກໍລະນີນີ້, ລະດັບເງິນເຟີ້ຂອງ ຫວຽດນາມ ອາດຈະຢູ່ໃນລະດັບພຽງແຕ່ 3.5 ຫາ 3.8%
ຂໍ້ມູນ ຂປລ.
