ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການອອກກໍາລັງກາຍ

1.  ກິດຈະກໍາການອອກກໍາລັງກາຍເປັນ ທີມ ຈະມີມາດຕະການຄວາມປອດໄພທີ່ຫຼາຍຂຶ້ນ

ເຊັ່ນ: ກິລາບານບ້ວງກໍຈະມີເຈວລ້າງມື ຫຼືແອລກໍຮໍໃຫ້ໃນສະໜາມ, ເຕະບານ, ບໍ່ອານຸຍາດໃຫ້ແກ້ເສື້ອຫຼິ້ນເພື່ອປ້ອງກັນທຸກການກະທໍາທີ່ກໍ່ໃຫ້ເກີດແຫຼ່ງເຊື້ອໂລກ.

El fútbol en Bielorrusia resiste al coronavirus

2. ກິດຈະກໍາການອອກກໍາລັງກາຍຢູ່ບ້ານ ເພື່ອຫຼີກລ້ຽງຜູ້ຄົນ ແລະ ແຫຼ່ງຂອງເຊື້ອໂລກ

ເຊັ່ນ: ການລິຫານຮ່າງກາຍ ຫຼືການຫຼິ້ນຟິດເນັດຢູ່ບ້ານ ການບໍລິຫານງ່າຍໆ ລວມໄປເຖິງໂຢຄະ  ເຊິ່ງກິດຈະກໍາເຫຼົ່ານີ້ສາມາດເຮັດໄດ້ງ່າຍໆ ໂດຍບໍ່ຕ້ອງມີອຸປະກອນ ແລະ ຈະຊ່ວຍເພີ່ມຄວາມປອດໄພເລື່ອງຄວາມສະອາດຂອງສະຖານທີ່ອີກດ້ວຍ.

Whole body vibration: a genuine therapy or just another 'weight ...

3. ຄົນຈະສົນໃຈກິດຈະກໍາການຫຼີ້ນກິລາຊະນິດດຽວກັນຫຼາຍກວ່າ

ເພື່ອປ້ອງກັນເຫດບໍ່ຄາດຄິດຂອງການຫຼິ້ນກິລາເປັນທີມ ກິລາທີ່ຫຼິ້ນຄົນດຽວ ຫຼືເປັນຄູ່ເຊັ່ນ: ຕີມວຍ, ປັ່ນລົດຖີບ, ໂຢຄະ, ເຕັ້ນ ແລະ ອື່ນໆ.  ເປັນສິ່ງທີ່ຜູ້ຄົນກໍາລັງໃຫ້ຄວາມນິຍົມ ແລະ ຄວາມມັກສ່ວນຕົວທີ່ບໍ່ກ່ຽວກັບເລື່ອງຂອງເຊື້ອໂລກອີກດ້ວຍ.

Everyone has risen to the occasion' | The Jewish Standard

4. ຄົນຈະເລືອກສະຖານທີ່ຫຼິ້ນກິລາທີ່ມີມາດຕະຖານຫຼາຍຂຶ້ນ

ເພື່ອໃຫ້ປອດໄພຈາກສິ່ງທີ່ສາມາດເຮັດໃຫ້ເຮົາເຈັບປ່ວຍງ່າຍ ເຊັ່ນ: ສະໜາມບານບ້ວງກໍຕ້ອງເປັນໂຮງຍິມ, ສະໜາມເຕະບານກໍຕ້ອງເປັນພື້ນຫຍ້າທຽມ ການຫຼິ້ນກິລາຕາມແຕ່ລະບ້ານຈະຫຼຸດໜ້ອຍລົງ (ໃນສ່ວນຂອງປະຊາກອນທີ່ມີລາຍໄດ້).

Coaching Changes Sad New Normal in College Rugby | Goff Rugby Report

5. ຈະເກີດການໂອ້ລົມແລກປ່ຽນຂ່າວສານກ່ຽວກັບກິລາແຕ່ລະປະເພດຫຼາຍຂຶ້ນ

ເນື່ອງຈາກຄວາມຕ້ອງການໃນສະຖານທີ່ທີ່ຕ້ອງມີມາດຕະຖານສົ່ງຜົນໃຫ້ເກີດການແລກປ່ຽນຂໍ້ມູນເຖິງສະຖານທີ່ເຫຼົ່ານັ້ນຫຼາຍຂຶ້ນໃນໝວດຂອງກິລາປະເພດຕ່າງໆ.

 

Comments