7 ລ້ານດວງໃຈລາວ ສົ່ງກຳລັງໃຈເຊຍ ສາມາດລົ້ມທິມໃຫຍ່ 70 ລ້ານຄົນໄດ້ ນີ້ຄືຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ກ້າວຕໍ່ໄປເສັ້ນທາງສູ່ “ແຊ້ມ” ຢູ່ບໍ່ໄກເກີນເອື້ອມ!
Read More »ຂ່າວ ກິລາ
ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0
ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0 ກຽມເຂົ້າສູ່ຮອບຊີງ!!!ຄວາມພາກພູມໃຈຂອງຄົນລາວທົ່ວປະເທດAFF U19 BOY’S CHAMPIONSHIP 2022 | SEMI-FINALS #ລາວສູ້ໆ#ເຊຍລາວໝົດໃຈ
Read More »“Alice Sombath” ດາວຮຸ່ງເຊື້ອສາຍລາວ 🇱🇦 ຂອງສະໂມສອນ ລີຢົງ ປະເທດ ຝຣັ່ງ ຄວ້າແຊ້ມ ສະໂມສອນ ເອີຣົບ ຍິງ
ອາລິດ ສົມບັດ ກອງຫຼັງທີມຊາດຝຣັ່ງ ເຊື້ອສາຍ ລາວ ອາຍຸ 18 ປີ ລົງສະໜາມນຳທັບ ໂອລິມປິກ ລີຢົງ ຈາກຝຣັ່ງ ເອົາຊະນະ ບາເຊໂລນາ ຈາກສະເປນ 3-1 ຄວ້າແຊ້ມ UEFA Women’s Champion league 2021-2022 ຫຼືສະໂມສອນບານເຕະຍິງເອີຣົບໃນລະດູການນີ້. ປະຫວັດສ່ວນຕົວຂອງ “ອາລິດ ສົມບັດ” ເກີດໃນຄອບຄົວຄົນລາວ ທີ່ຕັ້ງຖິ່ນຖານຢູ່ປະເທດຝຣັ່ງ. ເປັນຄົນຮັກ ແລະ ມັກກິລາບານເຕະ. ກ່ອນທີ່ຈະໄປຝຶກຊ້ອມກິລາບານເຕະກັບ ອາເກວ, ປາຣີ FC, ປາຣີ ແຊງແຊກແມງ ແລະ ລີຢົງ ຕາມລຳດັບ, ແລະ ໄດ້ຮັບສັນຍາອາຊີບເຕັມຕົວກັບສະໂມສອນໂອລິມປິກ ລີຢົງ ໃນປັດຈຸບັນ. ກັບທີມຊາດຝຣັ່ງ “ນ້ອງ ອາລິດ ” ເຄີຍຕິດທີມຊາດ U-16,17,19 ແລະ U19 ໃນປັດຈຸບັນ ປີນີ້ ນ້ອງ ອາລິດ ໄດ້ຖືກວາລະສານ GOAL ຍົກໃຫ້ເປັນໜຶ່ງໃນຜູ້ຫຼິ້ນ ດາວຮຸ່ງຍິງ ...
Read More »ຊີເກມ ຄັ້ງທີ 31 ທັບນັກກິລາລາວ ຄວ້າໄດ້ທັງໝົດ 42 ຫຼຽນ 2ຫຼຽນຄຳ, 7ຫຼຽນເງິນ, 33ຫຼຽນທອງ.
ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ.ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ. ສ່ວນ ຫລຽນເງິນ 7 ຫລຽນ ໄດ້ຈາກນັກກິລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ນັກກິລາກາຣາເຕໂດ ຮຸ່ນນໍ້າໜັກ 84 ກິໂລ, ກິລາເປຕັງ ຊຸດຕີ້ງຍິງ, ທີມຊຸດປະສົມ ຍິງ 2 ຊາຍ 1, ກິລາຢູໂດ ຄູ່ຍິງ, ກິລາກະຕໍ້ ຄູ່ຍິງ ແລະ ...
Read More »ທີມນັກກິລາຍິງປືນສາວ ທີມຊາດລາວ ໄດ້ຫຼຽນທອງ ລາຍການ ຣັນນິ້ງທາເກັດ ຮ່າໂນ້ຍ ເກມ.
ທີມນັກກິລາຍິງປືນສາວທີມຊາດລາວ ປະເພດປືນຣັນນິ້ງທາເກັດ ທີມຍິງ ອະດີດ 2 ຫຼຽນຄຳ ວຽງຈັນ ເກມ 2009 ລົງແຂ່ງຂັນກິລາຍິງປືນ ລາຍການດັ່ງກ່າວ ໃນຮ່າໂນ້ຍ ເກມ ສາມາດຍາດໄດ້ອັນດັບທີ 3 ໄດ້ຫຼຽນທອງ ໃຫ້ທີມນັກກິລາລາວ. ສຳລັບຜົນງານຂອງທີມນັກກິລາຍິງປືນສາວ ທີມຊາດລາວ ໃນລາຍການ ຣັນນິ້ງທາເກັດ ປະເພດດ່ຽວ ແລະ ທີມຍິງ ສາມາດຍາດໄດ້ ຫຼຽນທອງ ພຽງລາຍການດຽວ ຈາກປະເພດທີມຍິງສ້າງຄະແນນໄດ້ 1.475 ຄະແນນ ໄດ້ທີ 3 ມາຄອງ ສ່ວນຫຼຽນຄຳຕົກເປັນຂອງນັກກິລາຈາກ ອິນໂດເນເຊຍ ຍິງໄດ້ ທັງໝົດ 1.600 ຄະແນນ ສ່ວນຫຼຽນເງິນ ແມ່ນ ຫວຽດນາມ 1.588 ຄະແນນ ແລະ ໄດ້ທີ 4 ກຳປູເຈຍ ຍິງໄດ້ 667 ຄະແນນ ບໍ່ໄດ້ຫຼຽນລາງວັນ. ຂໍ້ມູນ: ປະຊາຊົນ
Read More »ກະຕໍ້ທີມ 4 ຄົນຍິງ ຍາດໄດ້ຫຼຽນທອງ ຮ່າໂນ້ຍ ເກມ
ທີມນັກກິລາກະຕໍ້ທີມ 4 ຄົນຍິງ ປະກອບມີ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ ສ້າງຜົນງານໄດ້ເພີ່ມອີກ 1 ຫຼຽນທອງ ລວມຜົນງານຍາດມາໄດ້ 1 ຫຼຽນເງິນ ຄູ່ຍິງ ແລະ ຫຼ້າສຸດ 1 ຫຼຽນທອງ ໃຫ້ທີມນັກກິລາກະຕໍ້ທີມຊາດລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຂ່າວ: ປະຊາຊົນ
Read More »ຊົມເຊີຍ ນັກກິລາຢູໂດທີມຊາດລາວ ຮຸ່ນ -60 ກິໂລກຣາມ ຍາດມາໄດ້ເພິ່ມອີກ 1 ຫລຽນເງິນ
ຜົນການແຂ່ງຂັນຢູໂດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປີ 2021 (2022)ມື້ທີ3 ວັນທີ 20 ພຶດສະພາ 2022*ນັກກິລາຢູໂດທີມຊາດລາວ ສົ່ງເຂົ້າແຂ່ງຂັນ 3 ຮຸ່ນ ຄື: -60 ກກ ທ້າວ ສຸກພະໄຊ ສິດທິສານ, -66 ກກ ທ້າວ ຄຳສີ ຄູນນີວາດ ແລະ -52 ກກ ນາງ ຕຸກກີ້ ແສງດາກີ *ຜົນປາກົດວ່າ ທີມຊາດລາວສາມາດຍາດມາໄດ້ 1 ຫລຽນເງິນ ຈາກທ້າວ ສຸກພະໄຊ ສິດທິສານ ຮຸ່ນ -60 ກກ ໂດຍທີ່ຮອບ 8 ຄົນສຸດທ້າຍ ທີມຊາດລາວ ເອົາຊະນະ ທີມຊາດ ອິນໂດນີເຊຍ ໄດ້ 10 ຕໍ່ 0 ຄະແນນ ຫລື 1 ippon, ຮອບຮອງຊະນະເລີດ ...
Read More »ໂວວິນາມ ກິລາທີ່ມີສາດການປ້ອງກັນໂຕຈາກປະເທດຫວຽດນາມ!
ໂວວິນາມ ເປັນກິລາມວຍປະເພດໜຶ່ງ ຖືເປັນສິລະປະການຕໍ່ສູ້ປະຈຳຊາດຂອງຫວຽດນາມ ເຊິ່ງການແຂ່ງຂັນຈະເນັ້ນໄປທີ່ລີລາທ່າທາງການຕໍ່ສູ້ໃນການໂຈມຕີຝ່າຍກົງກັນຂ້າມ ໂດຍໃຊ້ເຕັກນິກທີ່ເປັນປັດໄຈເຂົ້າມາມີສ່ວນໃນການແຂ່ງຂັນອີກຫຼາຍຢ່າງ. ໂວວິນາມ ກິລາປະເພດນີ້ເລີ່ມຕົ້ນຄັ້ງທຳອິດໃນປີ 1938 ໃນປະເທດຫວຽດນາມ ເພື່່ອເປັນການປູກຝັງ ແລະ ເຝິກຝົນໃຫ້ຄົນໃນຊາດມີທັກສະການຕໍ່ສູ້ ແລະ ປ້ອງກັນໂຕໃຫ້ປອດໄພ ເຊິ່ງຮູບແບບການໂຈມຕີມີຫຼາກຫຼາຍປະເພດທີ່ຖືກຈໍາແນກອອກໄປ ນັກກິລາສາມາດໃຊ້ເກືອບທຸກສ່ວນຂອງຮ່າງກາຍໃນການໂຈມຕີຄູ່່ຕໍ່ສູ້ເຊັ່ນ ສອກ, ຊົກ, ເຕະ, ການປໍ້າ, ເພື່ອຢຸດຢັ້ງຄູ່ຕໍ່ສູ້ ໂດຍປະສົມປະສານກັບການໃຊ້ອາວຸດເຊັ່ນ ດາບ, ຂວັນ…ການໃຊ້ອາວຸດຈະບໍ່ເນັ້ນໃຫ້ຜູ້ເຂົ້າແຂ່ງຂັນເກີດອັນຕະລາຍ ສ່ວນໃຫຍ່ແມ່ນຈະເນັ້ນໂຈມຕີໄປທີ່ການຮັດຄໍ ການຕໍ່ສູ້ດ້ວຍມືເປົ່າເປັນຫຼັກ. ຂໍ້ມູນ: sportyouside ຮູບພາບປະກອບ
Read More »KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ
ມື້ນີ້ເປັນມື້ແຫ່ງຄວາມສຸກຂອງ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວຄືໃນທຸກໆປີທີ່ຜ່ານມາ ທາງ KOREAN SPORT and KSTA ໄດ້ສົ່ງມອບເຄື່ອງມາສະຫນັບສະຫນູນເພື່ອການຝຶກແອບນັກກິລາລາວເຮົາ ການສະໜັບສະໜູນໃຫ້ນັກກິລາລາວແມ່ນໄດ້ເລີ່ມ ຕັ້ງແຕ່ປີ 2007 ຈົນມາຮອດ ປະຈຸບັນ. ນອກຈາກອຸປະກອນກິລາແລ້ວ ທາງເພິ່ນຍັງໄດ້ສົ່ງ ຄູຝຶກ coach CHOI ມາຝຶກໃຫ້ກັບນັກກິລາລາວໃນ ທຸກໆ ປີອີກດ້ວຍ ແລະ ປີນີ້ກໍເຊັ່ນດຽວກັນ.ໃນວັນທີ 4 ພະຈິກ ມື້ນີ້ ໄດ້ມີການມອບອຸປະກອນກິລາຫລາຍຢ່າງໃຫ້ແກ່ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ. ເຄື່ອງດັ່ງກ່າວແມ່ນໄດ້ມອບໂດຍ ສະຫະພັນຊ໋ອຟ ເທັນນິດ ຈາກປະເທດ ສ. ເກົາຫລີ, ໂດຍມີຜູ້ຕ່າງຫນ້າສະຫະພັນ ກໍຄື ຕາງໜ້າ ປະເທດ ສ.ເກົາຫລີ ໂດຍທ່ານ MR. CHONG RYUL CHOI ແລະ ຜູ້ຮັບອຸປະກອນກິລາແມ່ນ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນ ຊ໋ອຟເທັນນິດແຫ່ງຊາດລາວ. #TargetMagazine KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ
Read More »Covid-19 ໃນຈີນເຮັດໃຫ້ການແລ່ນມາຣາທອນປັກກິ່ງຕ້ອງເລື່ອນເວລາ
ການລະບາດຂອງ Covid-19 ໃນຈີນເຮັດໃຫ້ການແລ່ນມາຣາທອນປັກກິ່ງຕ້ອງເລື່ອນເວລາຕາມແຜນແລ້ວ ຄາດການວ່າຈະມີນັກແລ່ນປະມານ 30,000 ຄົນເຂົ້າຮ່ວມໃນວັນທີ 31 ຕຸລານີ້ການແລ່ນມາຣາທອນປັກກິ່ງໃນທ້າຍອາທິດນີ້ໄດ້ຖືກເລື່ອນອອກໄປຈົນກ່ວາມີແຈ້ງການເພີ່ມເຕີມ, ຜູ້ຈັດງານກ່າວວ່າ “ເພື່ອປ້ອງກັນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ (ແລະ) ປົກປ້ອງສຸຂະພາບ ແລະຄວາມປອດໄພຂອງນັກແລ່ນ, ພະນັກງານ ແລະ ປະຊາຊົນສ່ວນໃຫຍ່.” ໃນຂະນະທີ່ຈີນພະຍາຍາມສະກັດກັ້ນການລະບາດຂອງ Covid ແລະ ກັບຄືນສູ່ສະຖານະການປອດຈາກໂຄວິດ ກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈະມາຮອດແລະ ເຫລືອເວລາອີກ 100 ກວ່າມື້ ເກມການແຂ່ງຂັນຂອງປະເທດກໍຈະໄດ້ເລີ່ມຕົ້ນແລ້ວ. ແຕ່ຍ້ອນສະຖານະການຂອງການຕິດເຊື້ອພາຍໃນປະເທດໃຫມ່ທີ່ມີຈຳນວນ 39 ກໍລະນີ ໃນວັນຈັນທີ່ຜ່ານມາ, ໂດຍການລະບາດດັ່ງກ່າວແມ່ນການແຜ່ລາມໂດຍກຸ່ມນັກທ່ອງທ່ຽວ ແລະ ການທີ່ບໍ່ສາມາດຄວບຄຸມການແຜ່ລະບາດ ຂອງປະເທດໄດ້ ເຮັດໃຫ້ໂອກາດໃນການຈັດງານໃຫຍ່ຂອງປະເທດອາດຈະຕ້ອງໄດ້ເລື່ອນອອກໄປເຊັ່ນກັນ. Participants run past the Tiananmen gate during the Beijing International Marathon in Beijing, China, September 20, 2015. (Photo by Kim Kyung-Hoon/Reuters) #TargetMagazine
Read More »