ໂວວິນາມ ກິລາທີ່ມີສາດການປ້ອງກັນໂຕຈາກປະເທດຫວຽດນາມ!


ໂວວິນາມ ເປັນກິລາມວຍປະເພດໜຶ່ງ ຖືເປັນສິລະປະການຕໍ່ສູ້ປະຈຳຊາດຂອງຫວຽດນາມ ເຊິ່ງການແຂ່ງຂັນຈະເນັ້ນໄປທີ່ລີລາທ່າທາງການຕໍ່ສູ້ໃນການໂຈມຕີຝ່າຍກົງກັນຂ້າມ ໂດຍໃຊ້ເຕັກນິກທີ່ເປັນປັດໄຈເຂົ້າມາມີສ່ວນໃນການແຂ່ງຂັນອີກຫຼາຍຢ່າງ.


ໂວວິນາມ ກິລາປະເພດນີ້ເລີ່ມຕົ້ນຄັ້ງທຳອິດໃນປີ 1938 ໃນປະເທດຫວຽດນາມ ເພື່່ອເປັນການປູກຝັງ ແລະ ເຝິກຝົນໃຫ້ຄົນໃນຊາດມີທັກສະການຕໍ່ສູ້ ແລະ ປ້ອງກັນໂຕໃຫ້ປອດໄພ ເຊິ່ງຮູບແບບການໂຈມຕີມີຫຼາກຫຼາຍປະເພດທີ່ຖືກຈໍາແນກອອກໄປ ນັກກິລາສາມາດໃຊ້ເກືອບທຸກສ່ວນຂອງຮ່າງກາຍໃນການໂຈມຕີຄູ່່ຕໍ່ສູ້ເຊັ່ນ ສອກ, ຊົກ, ເຕະ, ການປໍ້າ, ເພື່ອຢຸດຢັ້ງຄູ່ຕໍ່ສູ້ ໂດຍປະສົມປະສານກັບການໃຊ້ອາວຸດເຊັ່ນ ດາບ, ຂວັນ…ການໃຊ້ອາວຸດຈະບໍ່ເນັ້ນໃຫ້ຜູ້ເຂົ້າແຂ່ງຂັນເກີດອັນຕະລາຍ ສ່ວນໃຫຍ່ແມ່ນຈະເນັ້ນໂຈມຕີໄປທີ່ການຮັດຄໍ ການຕໍ່ສູ້ດ້ວຍມືເປົ່າເປັນຫຼັກ.


ຂໍ້ມູນ: sportyouside

ຮູບພາບປະກອບ

Comments