ຊົມເຊີຍ ນັກກິລາຢູໂດທີມຊາດລາວ ຮຸ່ນ -60 ກິໂລກຣາມ ຍາດມາໄດ້ເພິ່ມອີກ 1 ຫລຽນເງິນ

ຜົນການແຂ່ງຂັນຢູໂດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປີ 2021 (2022)ມື້ທີ3 ວັນທີ 20 ພຶດສະພາ 2022*ນັກກິລາຢູໂດທີມຊາດລາວ ສົ່ງເຂົ້າແຂ່ງຂັນ 3 ຮຸ່ນ ຄື:

-60 ກກ ທ້າວ ສຸກພະໄຊ ສິດທິສານ, -66 ກກ ທ້າວ ຄຳສີ ຄູນນີວາດ ແລະ -52 ກກ ນາງ ຕຸກກີ້ ແສງດາກີ *ຜົນປາກົດວ່າ ທີມຊາດລາວສາມາດຍາດມາໄດ້ 1 ຫລຽນເງິນ ຈາກທ້າວ ສຸກພະໄຊ ສິດທິສານ ຮຸ່ນ -60 ກກ ໂດຍທີ່ຮອບ 8 ຄົນສຸດທ້າຍ ທີມຊາດລາວ ເອົາຊະນະ ທີມຊາດ ອິນໂດນີເຊຍ ໄດ້ 10 ຕໍ່ 0 ຄະແນນ ຫລື 1 ippon, ຮອບຮອງຊະນະເລີດ ເອົາຊະນະ ທີມຊາດໄທ ໄດ້ 2 waza ari ລວມເປັນ 1 ippon ຫລື 10 ຄະນະ ແລະ ຮອບຊີງຊະນະເລີດ ເສຍໃຫ້ເຈົ້າພາບຫວຽດນາມ ແບບຄ້ານສາຍຕາ ພຽງ 1 ຄະແນນ ຫລື 1 waza ari ເທົ່ານັ້ນ ພາດຫລຽນຄຳໄປຢ່າງຫນ້າເສຍດາຍ.

ໃນຮຸ່ນ -52ກກ ນາງ ຕຸກກີ້ ແສງດາກີ ຮອບ 8 ຄົນ ເສຍໃຫ້ ທີມຊາດໄທ (ລູກຊອດຍີ່ປຸ່ນ) 2 waza ari ລວມເປັນ 10 ຄະແນນ ຫລື 1 ippon ແລະ ໃນຮອບຊີງຫລຽນທອງ(ແດງ) ພາດທ່າເສຍໃຫ້ ມຽນມາ 10 ຄະແນນ ຫລື 1 ippon ໄດ້ພຽງອັນດັບທີ 5 ເທົ່ານັ້ນ.

ໃນຮຸ່ນສຸດທ້າຍ -66 ກກ ທ້າວ ຄຳສີ ຄູນນີວາດ ຮອບ 8 ຄົນ ເສຍໃຫ້ ກຳປູເຈຍ 2 waza ari ລວມເປັນ 10 ຄະແນນ ຫລື 1 ippon ແລະ ໃນຮອບຊີງຫລຽນທອງ(ແດງ) ໄປເສຍໃຫ້ກັບ ອິນໂດນີເຊຍ 1 ippon ຫລື 10 ຄະແນນ ໄດ້ພຽງອັນດັບທີ 5 ຂອງການແຂ່ງຂັນ*ລວມຫລຽນ 3 ວັນທີ່ທຳການແຂ່ງຂັນ ນັກກິລາຢູໂດ ທີມຊາດລາວ ຄວ້າມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ(ແດງ

)ຂໍ້ມູນ: Lao judo Federation

May be an image of 3 people and text

Comments