ທີມນັກກິລາຍິງປືນສາວທີມຊາດລາວ ປະເພດປືນຣັນນິ້ງທາເກັດ ທີມຍິງ ອະດີດ 2 ຫຼຽນຄຳ ວຽງຈັນ ເກມ 2009 ລົງແຂ່ງຂັນກິລາຍິງປືນ ລາຍການດັ່ງກ່າວ ໃນຮ່າໂນ້ຍ ເກມ ສາມາດຍາດໄດ້ອັນດັບທີ 3 ໄດ້ຫຼຽນທອງ ໃຫ້ທີມນັກກິລາລາວ.
ສຳລັບຜົນງານຂອງທີມນັກກິລາຍິງປືນສາວ ທີມຊາດລາວ ໃນລາຍການ ຣັນນິ້ງທາເກັດ ປະເພດດ່ຽວ ແລະ ທີມຍິງ ສາມາດຍາດໄດ້ ຫຼຽນທອງ ພຽງລາຍການດຽວ ຈາກປະເພດທີມຍິງສ້າງຄະແນນໄດ້ 1.475 ຄະແນນ ໄດ້ທີ 3 ມາຄອງ ສ່ວນຫຼຽນຄຳຕົກເປັນຂອງນັກກິລາຈາກ ອິນໂດເນເຊຍ ຍິງໄດ້ ທັງໝົດ 1.600 ຄະແນນ ສ່ວນຫຼຽນເງິນ ແມ່ນ ຫວຽດນາມ 1.588 ຄະແນນ ແລະ ໄດ້ທີ 4 ກຳປູເຈຍ ຍິງໄດ້ 667 ຄະແນນ ບໍ່ໄດ້ຫຼຽນລາງວັນ.

ຂໍ້ມູນ: ປະຊາຊົນ