ຂ່າວດ່ວນ

ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

(ວັນຈັນ, ວັນທີ 12 ເມ​ສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ມື້ນີ້ ແມ່ນວັນຈັນ ວັນທີ 12 ເມ​ສາ 2021, ແລະ ​ຍັງ​ອີກ 2-3 ວັນ ກໍ່​ຈະ​ເປັນ​ປີໃໝ່ ​ປະ​ຈຳ​ຊາດ​ລາວເຮົາ.ໃນປີ ຜ່ານມານີ້ ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ,​ ລວມ​ທັງ ສ​ປ​ປ​ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ​ການ​ລະ​ບາດຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ COVID-19 ” ເຊີ່ງໄດ້ແຜ່​ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້.ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ​ກະກຽມ​ຄວາມ​ພ້ອມ ແລະ ​ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ​ໄດ້​ທົບ​ທວນ ແລະ ປັບ​ປຸງ ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເປັນ​ແຕ່​ລະ​ໄລ​ຍະ; ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ ໄດ້ເປັນ​ເຈົ້າ​ການ​ໃຫ້​ຄວາມ​ຮ່ວ​ມ​ມື ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ​ຕ່າງໆ ເຫຼົ່າ​ນັ້ນ ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ນີ້ ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ...

Read More »

ສປປ ລາວ ລົງມືຈັດຕັ້ງປະຕິບັດເເຜນການສັກວັກຊິນ ໂດຍສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດ ເພື່ອເປັນບາດກ້າວຕໍ່ໄປໃນການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19

ນະຄອນຫຼວງວຽງຈັນ, 2 ເມສາ 2021 – ໃນມື້ນີ້ ສປປ ລາວ ໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility). ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ຖືກຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບ ເປັນເວລາສອງມື້, ຈາກວັນທີ 2 ຫາ 3 ເມສາ, ເເລະ ຈະສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ ຈຳນວນທັງໝົດປະມານ 4000 ຄົນ. ພາຍຫຼັງການໃຫ້ບໍລິການສັກວັກຊີນໃນຄັ້ງນີ້, ວັກຊີນເຫຼົ່ານີ້ຈະໄດ້ຖືກນຳໃຊ້ໃນໂຮງໝໍ 7 ແຫ່ງໃນນະຄອນຫລວງວຽງຈັນ ແລະ ໃນຂັ້ນແຂວງ. ວັກຊີນທີ່ໄດ້ຖືກນຳໃຊ້ໃນການໃຫ້ບໍລິການໃນຄັ້ງນີ້ເເມ່ນໄດ້ນຳເຂົ້າມາ ສປປ ລາວ ໃນວັນທີ່ 20 ມີນາ ຜ່ານໂຄງການ COVAX Facility, ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO), ເຊີ່ງປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (Serum ...

Read More »

ຜູ້ຕິດເຊື້ອໂຄວິດຄົນທຳອິດຂອງແຂວງສະຫວັນນະເຂດ ອອກໂຮງໝໍແລ້ວ

ໃນວັນທີ 30 ມີນາ 2021 ທີ່ຜ່ານມາ ຄະນະພະແນກ ສາທາລະ ນະສຸກແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ດຣ ຕຽງ ຄຳ ປ້ອງວົງສາຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງທ້າວ ໄໝ ປະຊາຊົນບ້ານໂນນຝາຍ ເມືອງ ສອງຄອນ ແຂວງສະຫວັນນະເຂດກັບຄືນ ບ້ານຂອງຕົນເປັນທີ່ຮຽບຮ້ອຍແລ້ວ. ທ້າວໄໝເປັນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີທຳອິດຂອງແຂວງສະຫວັນນະເຂດ ພາຍຫຼັງທີ່ຜູ້ກ່ຽວໄດ້ຮັບການປິ່ນປົວດີແລ້ວ. ທ້າວ ໄໝ ແມ່ນຜູ້ໃຊ້ແຮງງານຄົນລາວ ທີ່ເຄີຍໄດ້ໄປເຮັດວຽກຢູ່ປະ ເທດໄທແລ້ວກັບຄືນປະເທດຈາກນັ້ນໄດ້ເຂົ້າສູນກັກກັນທີ່ສະໜາມກິລາຫຼັກ 4 ຂອງແຂວງສະຫວັນນະເຂດ ແລະໄດ້ກວດພົບວ່າມີເຊື້ອພະຍາດ ໂຄວິດ-19 ໃນວັນທີ 9 ມີນາ 2021. ຫຼັງຈາກນັ້ນກໍ່ໄດ້ນຳ ຕົວຜູ້ກ່ຽວເຂົ້າພັກປິ່ນປົວຢູ່ ຫ້ອງແຍກປ່ຽວຂອງໂຮງໝໍ ແຂວງສະຫວັນນະເຂດ ແລະ ຄະນະແພດຜູ້ປິ່ນປົວໄດ້ເອົາ ໃຈໃສ່ຕິດຕາມຜູ້ກ່ຽວຢ່າງໃກ້ ຊິດແຕ່ຜູ້ກ່ຽວບໍ່ມີການສະແດງ ອາການໃດໆ. ຈົນຮອດວັນທີ 23 ແລະ 24 ...

Read More »

ສປປ ລາວ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວ 40 ພັນກວ່າຄົນ

ປັດຈຸບັນ ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 40 ພັນກວ່າຄົນ, ເຊິ່ງການສັກວັກຊີນ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ, ພະນັກ ງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ. ທ່ານ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການສັກວັກຊີນ ປ້ອງກັນພະຍາດ COVID-19 ໃນວັນທີ 15 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ ...

Read More »

​ອອກມາແລ້ວ!​!! ຜົນຂອງການເລືອກຕັ້ງສສຊ ຊຸດທີ IX

​ອອກມາຜົນເລືອກຕັ້ງ!​ ສສຊ ຊຸດທີ IX ມີທັງໝົດ 164 ທ່ານ, ຍິງ 35 ທ່ານອີງຕາມການລາຍງານຜົນການສັງລວມຄະແນນ ຂອງການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 25 ກຸມພາ 2021 ຂອງຄະນະກໍາມະການເລືອກຕັ້ງແຂວງ, ນະຄອນຫຼວງ ໃນທົ່ວປະເທດ.ຄະນະກຳມະການເລືອກຕັ້ງລະດັບຊາດ ປະກາດແຈ້ງການກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຊຶ່ງມີຈຳນວນທັງໝົດ 164 ທ່ານ, ຍິງ 35 ທ່ານ ລາຍຊື່ລະອຽດໃນແຕ່ລະເຂດເລືອກຕັ້ງ ມີດັ່ງນີ້:

Read More »

ສາວລາວຫອບລູກ!!! ຂ້າມມາແຕ່ປະເທດໄທແບບຜິດກົດໝາຍ

ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ: ນາງ ວຽງທອງ ອາຍຸ 35 ປີ ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໂດຍໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000 ບາດ ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີກັບ 5 ເດືອນ ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ. ແຫຼ່ງທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Read More »

ສປ ຈີນ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 300.000 ໂດສ

ວັກຊິນປ້ອງກັນພະຍາດໂຄວິດ-19ຈຳນວນ 300.000 ໂດສ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ເຊິ່ງເປັນຮອບທີສອງ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນແລ້ວ ໃນເວລາ 00:53 ໂມງ ຂອງວັນທີ 8 ກຸມພາ 2021 ດ້ວຍຖ້ຽວບິນພິເສດ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວ ຂ້ອງ. ສຳລັບຮອບທີ 1 ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອແລ້ວ ຈຳນວນ 2.000 ໂດສ ແຫຼ່ງທີ່ມາ: ຂປລ

Read More »

ດ່ວນ!!! ສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້: 1. ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 2. ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. 3. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີດ້ວຍ.

Read More »

ແຈ້ງການ !!! ລາຄານໍ້າມັນຈະປັບຂຶ້ນຕື່ມອີກ…

ແຈ້ງການ !!! ໃນວັນທີ 08.01.2021 ເລີ່ມແຕ່ເວລາ 06:00 ເຊົ້າລາຄານໍ້າມັນຈະປັບຂຶ້ນຕື່ມ ຕາມລາຍລະອຽດຕໍ່ໄປນີ້:

Read More »

ຄະນະສະເພາະກິດ ຮຽກຮ້ອງ ທົ່ວສັງຄົມຈົ່ງມີສະຕິໃນການປ້ອງກັນຕົນເອງ ຈາກພະຍາດໂຄວິດ-19

ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນວັນທີ 24 ທັນວາ 2020 ນີ້ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ພ້ອມທັງຮຽກຮ້ອງ ທົ່ວສັງຄົມ ກໍຄື ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິໃນການປ້ອງກັນໂຕ ຈາກພະຍາດດັ່ງກ່າວ, ພ້ອມກັນປະຕິບັດມາດຕະການ, ຄຳແນະນຳ ທີ່ທາງຄະນະສະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 23 ທັນວາ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.943 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 1.872 ຄົນ; ດ່ານລາວ-ຈີນ 90 ຄົນ, ດ່ານລາວ-ຫວຽດນາມ 840 ຄົນ, ດ່ານລາວ-ກຳປູເຈຍ 2 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 139 ...

Read More »