ຜູ້ຕິດເຊື້ອໂຄວິດຄົນທຳອິດຂອງແຂວງສະຫວັນນະເຂດ ອອກໂຮງໝໍແລ້ວ

ໃນວັນທີ 30 ມີນາ 2021 ທີ່ຜ່ານມາ ຄະນະພະແນກ ສາທາລະ ນະສຸກແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ດຣ ຕຽງ ຄຳ ປ້ອງວົງສາຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງທ້າວ ໄໝ ປະຊາຊົນບ້ານໂນນຝາຍ ເມືອງ ສອງຄອນ ແຂວງສະຫວັນນະເຂດກັບຄືນ ບ້ານຂອງຕົນເປັນທີ່ຮຽບຮ້ອຍແລ້ວ.


ທ້າວໄໝເປັນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີທຳອິດຂອງແຂວງສະຫວັນນະເຂດ ພາຍຫຼັງທີ່ຜູ້ກ່ຽວໄດ້ຮັບການປິ່ນປົວດີແລ້ວ. ທ້າວ ໄໝ ແມ່ນຜູ້ໃຊ້ແຮງງານຄົນລາວ ທີ່ເຄີຍໄດ້ໄປເຮັດວຽກຢູ່ປະ ເທດໄທແລ້ວກັບຄືນປະເທດຈາກນັ້ນໄດ້ເຂົ້າສູນກັກກັນທີ່ສະໜາມກິລາຫຼັກ 4 ຂອງແຂວງສະຫວັນນະເຂດ ແລະໄດ້ກວດພົບວ່າມີເຊື້ອພະຍາດ ໂຄວິດ-19 ໃນວັນທີ 9 ມີນາ 2021.

ຫຼັງຈາກນັ້ນກໍ່ໄດ້ນຳ ຕົວຜູ້ກ່ຽວເຂົ້າພັກປິ່ນປົວຢູ່ ຫ້ອງແຍກປ່ຽວຂອງໂຮງໝໍ ແຂວງສະຫວັນນະເຂດ ແລະ ຄະນະແພດຜູ້ປິ່ນປົວໄດ້ເອົາ ໃຈໃສ່ຕິດຕາມຜູ້ກ່ຽວຢ່າງໃກ້ ຊິດແຕ່ຜູ້ກ່ຽວບໍ່ມີການສະແດງ ອາການໃດໆ. ຈົນຮອດວັນທີ 23 ແລະ 24 ມີນາ, ແພດວິ ເຄາະໄດ້ກວດຫາ ເຊື້ອພະຍາດ ໂຄວິດ-19 ແຕ່ບໍ່ພົບເຊື້ອ.

ສະນັ້ນ, ມາໃນວັນທີ 30 ມີນາ 2021 ທາງຄະນະພະແນກສາ ທາລະນະສຸກແຂວງ ກໍ່ຄືໂຮງ ໝໍແຂວງສະຫວັນນະເຂດ ຈິ່ງໄດ້ສົ່ງຕົວຜູ້ກ່ຽວໃຫ້ກັບບ້ານໄດ້ ແຕ່ຍັງໄດ້ຮັບການຕິດຕາມຈາກຄະນະແພດໃນໄລຍະເວລາ 14 ວັນ./.

ສະແດງຄວາມດີໃຈກັບທ້າວໄໝ ຜູ້ຕິດເຊື້ອຄົນທຳອິດຂອງແຂວງສະຫວັນນະເຂດ ຕອນນີ້ໄດ້ສູ່ອ້ອມກອດຄອບຄົວແລ້ວ ຈາກນີ້ມີແຕ່ຕິດຕາມອາການຕໍ່ 14 ວັນກາຍນັ້ນຖ້າບໍພົບເຊື້ອຄືອອກສູ່ສັງຄົມໄດ້ຕາມປົກກະຕິ.

ແຫຼ່ງທີ່ມາ: ເສດຖະກິດການຄ້າ

Comments