ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ? ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, ເພາະໂອກາດມາເຖິງແລ້ວ! ສອບຖາມຂໍ້ມູນເພີ່ມຕື່ມ ແລະ ເຂົ້າຮ່ວມງານຟຣີ! ຂໍເຊີນເຂົ້າຮ່ວມ ”ງານມະຫະກຳບ້ານ banlao.la ບ້ານ, ສິນເຊື່ອ ແລະ ...
Read More »ການຜະລິດ
koica ຊ່ວຍເຫຼືອລ້າ 11 ລ້ານໂດລາ ໃນໂຄງການສ້າງລະບົບຄຸ້ມຄອງນ້ຳງື່ມ…
ອົງການຮ່ວມມືສາກົນ ສ.ເກົາຫຼີ ຫຼື koica ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການສ້າງລະບົບຄຸ້ມຄອງນ້ຳທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດຂອງນ້ຳງື່ມ ຊຶ່ງໂຄງການດັ່ງກ່າວຈະດຳເນີນການແຕ່ປີ 2020-2025. ໂຄງການດັ່ງກ່າວ ຈະສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍລວມເຊັ່ນ: ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໄສຢູ່ລຽບຕາມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ, ຮັບມືກັບໄພພິບັດ, ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ ຍັງມີການທົດລອງ ແລະ ການຝຶກຊ້ອມ ເພື່ອປ້ອງກັນຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນຄວາມເສຍຫາຍຂອງຊັບສິນຂອງປະຊາຊົນ. ອົງການ koica ໄດ້ຈັດຕັ້ງປະຕິບັດໂຄງການສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມຢູ່ ສປປ ລາວ ຈາກປີ 2016-2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນຂອງແຫຼ່ງນ້ຳ ແລະ ເພີ່ມທະວີການຮັບມືໄພພິບັດ ພ້ອມທັງສ້າງລະບົບຄຸ້ມຄອງແມ່ນ້ຳ, ການເຕືອນໄພນ້ຳຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີນການຍົກຍ້າຍໃນກໍລະນີ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ. ພິທີເຊັນບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ລະຫວ່າງອົງການ koica ປະຈຳ ສປປ ລາວ ແລະ ...
Read More »ກອງປະຊຸມທາງໄກ ITU ໃນການພັດທະນາເສດຖະກິດ ດິຈີຕອນ…
ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈີຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ. ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈີຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈີຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ...
Read More »ພູເບ້ຍ ມາຍນິງ ມອບລົດເກັບຕົວຢ່າງກວດເຊື້ອ ໂຄວິດ-19 ໃຫ້ກະຊວງສາທາ…
ໃນວັນທີ 19 ຕຸລາ 2020 ຜ່ານມານີ້ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິ ສັດ ພູເບ້ຍ ມາຍນິງ (PBM) ໄດ້ມອບລົດເກັບຕົວຢ່າງກວດຫາເຊື້ອພະຍາດ ໂຄວິດ-19 ຄັນທໍາອິດໃນລາວ ມູນຄ່າ 68.000 ໂດລາສະຫະລັດ ມອບໃຫ້ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍແມ່ນທ່ານ ຮສຈ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ລົດເກັບຕົວຢ່າງດັ່ງກ່າວ ຈະຖືກນໍາໃຊ້ໂດຍ ສູນວິເຄາະ ແລະ ລະບາດວິທະຍາ ເພືີ່ອລົງເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຕົວຢ່າງອືີ່ນໆ ເພື່ອການກວດວິເຄາະ ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນແຂວງທີ່ຫ່າງໄກ. ລົດເກັບຕົວຢ່າງຄັນນີ້ ທີີ່ຖືກຕິດຕັ້ງອຸປະກອນຄົບຊຸດເທິງ ແລະ ອອກແບບຢ່າງທັນສະໄໝເຊິີ່ງລວມມີເຄື່ອງກວດວິເຄາະ, ແອເຢັນ, ດອກໄຟ, ເຄືີ່ອງຂ້າເຊື້ອແບບໂອໂຊນ, ກ້ອງວົງຈອນປິດ ແລະ ໄມສືີ່ສານ ໂດຍມີ ການຄວບຄຸມຢ່າງລວມສູນ. ການອອກແບບຂອງໂຕລົດເກັບຕົວຢ່າງຍັງມີ ອຸປະກອນປ້ອງກັນສ່ວນບຸກຄົນເຊິື່ງເຮັດໃຫ້ບຸກຄະລາກອນທາງການແພດ ສາມາດເກັບຕົວຢ່າງຈາກພາຍໃນໂຕລົດຜ່ານຜ້າປ້ອງກັນແຂນ. ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວເຖີງຄວາມມຸ່ງໝັ້ນຂອງບໍລິສັດ ພູເບ້ຍ ມາຍນິງ ...
Read More »3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…
ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...
Read More »ເປີດໂຕ Application ໃໝ່ ກັບການຮັກສາສຸຂະພາບທີ່ງ່າຍຂຶ້ນ Pulse by Prudential…
19 ຕຸລາ 2020. ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບໂດຍບໍ່ມີການເສຍຄ່າໃຊ້ຈ່າຍໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກຕ້ອງຊັດເຈນໃຫ້ກັບຜູ້ໃຊ້ຕະຫຼອດເວລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ. ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ຕາງໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ...
Read More »ຈີນ ເດີນໜ້າທົດລອງ ໃນໃຊ້ເງິນດິຈິຕ໋ອນ ແກ່ຜູ້ຊື້ຫຼາຍໝື່ນຄົນ…
ໃນອາທິດຜ່ານມານີ້ ຊາວຈີນຫຼາຍໝື່ນຄົນ ໄດ້ນຳໃຊ້ເງິນຢວນດີຈິຕ໋ອນ ໃນປ້ຳນ້ຳມັນ Walmart ແລະ ຮ້ານສະດວກຊື້ທົ່ວສູນກາງເຕັກໂນໂລຊີ ທາງຕອນໃຕ້ຂອງ ເຊິນເຈິນ ການທົດລອງຄັ້ງນີ້ ໄດ້ດຳເນີນໄປຢ່າງບໍ່ເຄີຍມີມາກ່ອນທາງດ້ານຂອບເຂດ ແລະຂະໜາດ. ໂດຍບໍ່ພົບຄວາມຫຍຸ້ງໃດໆ ເຮັດໃຫ້ເສດຖະກິດອັນດັບ 2 ຂອງໂລກ ກ້າວໄປສູ່ແຖວໜ້າ ເພື່ອການພັດທະນາສະກຸນເງິນ. ການທົດສອບໃນໂລກແຫ່ງຄວາມເປັນຈິງ ຖືເປັນການທົດລອງທີ່ໃຫຍ່ທີ່ສຸດ ໃນແງ່ຂອງຜູ້ໃຊ້ ແລະ ເງິນທີ່ກ່ຽວຂ້ອງ ເນື່ອງຈາກທະນາຄານກາງຂອງຈີນ ເລີ່ມທົດລອງໃຊ້ເງິນສົດດິຈິຕ໋ອນຂອງຕົນ ໃນບາງຕົວເມືອງ ໃນເດືອນເມສາ, ລັດຖະບານໃນເຊິນເຈິນໄດ້ມອບເງິນໃໝ່ຈຳນວນ 10 ລ້ານຢວນ (1,5 ລ້ານໂດລາ) ຊຶ່ງເອີ້ນວ່າ: Digital Currency Electronic Payment (DCEP) ໃຫ້ກັບປະຊາຊົນທີ່ຄັດເລືອກແບບສຸ່ມ 50,000 ຄົນ ຜ່ານການຈັບສະຫຼາກລາງວັນໃນແອັບກະເປົາເງິນ ຜູ້ຊະນະແຕ່ລະຄົນຈະໄດ້ຮັບ 200 ຢວນ ເພື່ອໃຊ້ຈ່າຍກັບຮ້ານຄ້າຂາຍຍ່ອຍຫຼາຍກວ່າ 3,000 ແຫ່ງ ຊຶ່ງຕັ້ງຢູ່ຕົວເມືອງໜຶ່ງໃນເມືອງໃຫຍ່. ສິ່ງທີ່ດີທີ່ສຸດ ໃນອາທິດການລົງຢ້ຽມຢາມເຊິນເຈິນ ຂອງປະທານາທິບໍດີ Xi Jinping ຖືເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນການທະເຍີທະຍານຂອງ ປັກກິ່ງ ໃນການຕິດຕາມ ແລະ ຄວບຄຸມເສດຖະກິດດິຈິຕ໋ອນຢ່າງວ່ອງໄວ ແລະ ...
Read More »ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ…
ໃນວັນທີ 17 ຕຸລາ ບໍລິສັດ ຮັບເໝົາຂອງຈີນກ່າວວ່າ: ການຕິດຕັ້ງສາຍສົ່ງທຳອິດຂອງລະບົບສາຍສົ່ງ ສຳລັບທາງລົດໄຟລາວ – ຈີນໄດ້ສຳເລັດແລ້ວ ມີຄວາມຍາວ 1.322 ແມັດ ໃນລະຫວ່າງເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ. China Railway Wuhan Electrification Engineering Group (WEEG) ບໍລິສັດ ທີ່ດຳເນີນໂຄງການວິສະວະກຳເຄື່ອງກົນຈັກ ແລະ ໄຟຟ້າຂອງທາງລົດໄຟກ່າວກັບສໍານັກພີມ Xinhua ວ່າ: ວຽກງານຂອງພວກເຂົາໄດ້ສຳເລັດລົງໃນວັນທີ 15 ທີ່ຜ່ານມາ. ບໍລິສັດໄດ້ຜ່ານຜ່າຄວາມຍາກລຳບາກຫຼາຍຢ່າງ ທັງບັນຫາທີ່ເກີດຈາກການລະບາດຂອງ ໂຄວິດ-19 ໃນການຈັດຕັງປະຕິບັດວຽກງານກໍ່ສ້າງສາຍສົ່ງທຸກຢ່າງ ແຕ່ວ່າກໍໄດ້ສຳເລັດໂຄງການທັງໝົດຢ່າງສົມບູນຕາມກຳນົດເວລາ. ເພື່ອຮັບປະກັນການເຮັດວຽກໃຫ້ໂລ່ງລ່ຽນ, ວິສະວະກອນຂອງ WEEG ໄດ້ກຽມການທີ່ຍາກລຳບາກລວມເຖິງມາດຕະການປ້ອງກັນສຸຂະພາບທີ່ເຂັ້ມງວດ ແລະ ມາດຕະການດ້ານຄວາມປອດໄພໃນການຜະລິດ ນອກເໜືອຈາກແຜນການກໍ່ສ້າງ ໃນຂັ້ນຕອນທຳອິດຂອງການໃຊ້ງານເຄື່ອງກົນຈັກ ແລະ ວຽກງານໄຟຟ້າ ທີ່ເຮັດສັນຍາໃນລາວ. ສຳລັບທາງລົດໄຟ ບໍລິສັດ ໄດ້ສ້າງເສົາວິສະວະກຳແຫ່ງທຳອິດສຳລັບລະບົບຕິດຕໍ່ສາຍເໜືອໃນເດືອນ ມີນາ ເປັນຕົ້ນມາ. ປີ 2020 ມີຄວາມສຳຄັນຢ່າງຍິ່ງ ຕໍ່ຄວາມສຳເລັດດ້ານວິສະວະກຳຂອງໂຄງການທາງລົດໄຟທັງໝົດ. ຊຶ່ງໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2016 ໂດຍມີກຳນົດໃຫ້ສຳເລັດ ແລະ ...
Read More »ເປີດແລ້ວ..!! ງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າ…
ວັນທີ 18 ຕຸລາ 2020 ໄດ້ມີພິທີງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020. ງານຈັດຂຶ້ນທີ່ຕະຫຼາດລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 18 -22 ຕຸລາ 2020 ເຊິ່ງມີຮ້ານວາງສະແດງ 83 ຫົວຫນ່ວຍ ປະກອບມີ ກຸ່ມຜະລິດຜັກອິນຊີ 17 ກຸ່ມ, ຜັກສະອາດ 2 ກຸ່ມ, ໂອດ໋ອບ 23 ຫົວຫນວ່ຍ, ຄອບຄົວຕົວແບບ 17 ຫົວຫນ່ວຍ, ປຸງແຕ່ງ ອາຫານ ແລະ ເຄື່ອງດື່ມ 8 ຫົວຫນ່ວຍ, ເບ້ຍໄມ້ 8 ຫົວຫນ່ວຍ, ວິສາຫະກິດສ່ວນບຸກຄົນ 10 ຫົວຫນ່ວຍ ແລະ ຫົວຫນ່ວຍທຸລະກິດອື່ນໆ ອ້ອມຂ້າງເມືອງສີໂຄດຕະບອງ. ການຈັດງານຄັ້ງນີ້ກໍເພື່ອສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບ ແລະ ການເປີດການຕະຫຼາດໃຫ້ກວ້າງຂຶ້ນ ທັງເປັນການກະຕຸ້ນເສດຖະກິດ ໃນໄລຍະທີ່ລັດຖະບານຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19, ລວມທັງເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ...
Read More »ລາວ ກຽມສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການທາງລົດໄຟ 4 ແຂວງ….
ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ. ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນໄຊ ອິນທະລາເຊດ ປະທານບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ, ມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດດັ່ງກ່າວ ທ່ານ ...
Read More »