ກົດໝາຍ

ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົດໄຟ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2018, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການລົດໄຟ ສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ບັນດາເນື້ອໃນ, ໂຄງຮ່າງພື້ນຖານ, ລວມທັງຈຸດປະສົງຄາດໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ພາຍຫລັງທີ່ສະພາໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍສະບັບນີ້. ຮ່າງກົດໝາຍ ສະບັບນີ້ປະກອບມີ 14 ພາກ, 21 ໝວດ 165 ມາດຕາ ເຊິ່ງໄດ້ກຳນົດລະບຽບຫຼັກການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານການລົດໄຟ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານນີ້ ມີປະສິດທິພາບ, ທັນສະໄໝ ແລະ ຍືນຍົງ, ທັງເປັນມິດກັບສິ່ງແວດລ້ອມ. ແນໃສ່ເຮັດໃຫ້ການດຳເນີນກິດຈະການ ການລົດໄຟ ແລະ ການຂົນສົ່ງທາງລົດໄຟ ມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ທັງສາມາດເຊື່ອມຈອດ ເຊື່ອມໂຍງ ກັບພາກພື້ນ ແລະ ...

Read More »

ລັດຖະມົນຕີກະຊວງ ຊທສ ສະເໜີຮ່າງກົດໝາຍທີ່ດິນ ເພື່ອທາບທາມ

ໃນຕອນເຊົ້າຂອງວັນທີ 18 ທັນວາ 2018, ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອເປັນການທາບທາມ ແລະ ເປີດໂອກາດໃຫ້ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ ຕໍ່ຮ່າງກົດໝາຍສະບັບນີ້ ແຕ່ຈະບໍ່ທັນໄດ້ຮັບຮອງເອົາໃນກອງປະຊຸມເທື່ອນີ້. ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ຕິດຕາມກວດກາ ກ່ຽວກັບວຽກງານທີ່ດິນ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ, ແນໃສ່ເຮັດໃຫ້ມີຄວາມຮັບປະກັນໃນການນຳໃຊ້ທີ່ດິນ ຖືກຕ້ອງຕາມເປົ້າໝາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະລຽບຮຽບຮ້ອຍ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ທັງປົກປັກຮັກສາສິ່ງແວດລ້ອມ ແລະ ເຂດນ້ຳແດນດິນ ຂອງ ສປປ ລາວ. ຫຼັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ...

Read More »

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຈາກລັງສີ

ພາຍຫຼັງທີ່ຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ, ໄດ້ມີການນໍາໄປປຶກສາຫາລືຢ່າງລະອຽດ ຖີ່ຖ້ວນໃນກອງປະຊຸມເປີດກວ້າງ ທັງລະດັບວິຊາການ, ການທາບທາມ ປະກອບຄຳຄິດຄຳເຫັນ ຈາກບັນດາກະຊວງ, ຂະແໜງການທັງພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ນໍາສະເໜີຜ່ານ ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ທັນວາ 2018 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍນີ້ ມີຈຸດປະສົງເປົ້າໝາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຄວາມປອດໄພຈາກລັງສີ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ-ວິຊາການ ແລະ ຮັບປະກັນຄວາມປອດໄພ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ...

Read More »

ກົດໝາຍສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ ຈະສ້າງຄວາມເຂັ້ມແຂງ ໃນການພົວພັນຮ່ວມມືກັບຕ່າງປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ທັນວາ 2018 ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ສະບັບສ້າງໃໝ່ນີ້ ເມື່ອໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສໍາຄັນທີ່ສຸດ ໃຫ້ກະຊວງການຕ່າງປະເທດ ໂດຍສະເພາະສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ, ທັງເປັນການສ້າງຄວາມເຂັ້ມແຂງໃນການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສົ່ງເສີມການຮັບໃຊ້ໃຫ້ແກ່ວຽກງານພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາເສດຖະກິດແຫ່ງຊາດ, ວຽກງານການສົ່ງເສີມດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜ່ງການອື່ນໆລະຫວ່າງ ສປປ ລາວ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ. ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໃຫ້ຮູ້ອີກວ່າ: ເຫດຜົນ ...

Read More »

ເມືຶອງ ນາແລ ຈັດອົບຮົມຍົກລະດັບດ້ານກົດໝາຍ ແລະ ຕ້ານການຄ້າມະນຸດ.

ກົມໂຄສະນາເຜິຍແຜ່ກົດໝາຍກະຊວງຍຸຕິທຳ ໄດ້ຈັດຊຸດເຝິກອົບຮົມ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືຶອງ ນາແລ ແຂວງ ຫຼວງນ້ຳທາ.    ຊຸດອົບຮົມຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ຢູ່ທີ່ ຫ້ອງການສາທາລະນະສຸກ, ເມືອງ ນາແລ, ແຂວງຫຼວງນ້ຳທາ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຂັດ ໝັ້ນທະໄລ ຮອງເຈົ້າເມືອງ ເມືອງ ນາແລ, ມີທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ມິຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 15 ທ່ານ. ຈຸດປະສົງຂອງການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຄ້າມະນຸດ ໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ. ເປັນຕົ້ນ ແມ່ນພະນັກງານຈັດຕັ້ງປະຕິບັດກົດໝາຍຜູ້ທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ເນື່ອງຈາກວ່າບັນຫາການຄ້າມະນຸດ ...

Read More »

ຮ່ວມກັນຕໍ່ຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກນ້ອຍ ເພື່ອຕ້ອນຮັບວັນຕ້ານການໃຊ້ຄວາມຮຸນແຮງສາກົນ 25 ພະຈິກນີ້…

ຄວາມຮຸນແຮງຕໍ່ແມ່ຍິງ ເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ… ເພື່ອເປັນການຕ້ອນຮັບ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ International day for elimination of violence against women ວັນທີ 25 ພະຈິກນີ້. ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການສະຫະປະຊາຊາດເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເຂັ້ມແຂງຂອງແມ່ຍິງ (UN Women) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ວິທີການຂຽນຂ່າວທີ່ກ່ຽວກັບບັນຫາຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ” ໃນລະຫວ່າງວັນທີ 13-14 ພະຈິກ 2018 ໂດຍມີທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມົນທິລາ ນາກວິຊຽນ ຊ່ຽວຊານດ້ານສື່ມວນຊົນ ຫ້ອງການພາກພື້ນອາຊີປາຊີຟິກ ອົງການ UN women ພ້ອມດ້ວຍນັກວິທະຍາການ ແລະ ນັກສຳມະນາກອນເຂົ້າຮ່ວມ. ​ການຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ສ້າງຄວາມສາມາດໃຫ້ພະນັກງານທີ່ເຮັດວຽກງານຂ່າວສານ ໂດຍສະເພາະສື່ມວນຊົນໃນການນຳສະເໜີຂ່າວ ແລະ ຖ່າຍພາບທີ່ເລັ່ງໃສ່ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ​ໃນນີ້, ບັນດານັກສໍາມະນາກອນ ໄດ້ຮຽນຮູ້ບັນດາກົດໝາຍທີ່ຕິດພັນກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນພາກພື້ນ ແລະ ສາກົນໃນ ສປປ ລາວ. ...

Read More »

ທ່ານສາມາດດາວໂຫຼດ application ກົດໝາຍລາວໄດ້ແລ້ວວັນນີ້

ເປີດນໍາໃຊ້ແອປ ກົດຫມາຍໃຫມ່ ຂອງ ສປປ ລາວ  ທ່ານສາມາດເຂົ້າໄປດາວໂຫລດ application ກົດໝາຍລາວ ຕິດຕາມ ແລະ ອັບເດດບັນດາເລື່ອງ ນິຕິກຳ, ລັດຖະດຳລັດ, ຄຳສັ່ງ, ແຈ້ງການ ແລະ ອື່ນໆ ທີ່ມີຜົນສັກສິດ ໃນຮູບແບບ application ທາງໂທລະສັບມືຖື “ດາວໂຫຼດໂດຍການພິມ laolaw ໃສ່ຊ່ອງSearch ຢູ່ໃນ Play Store ຫຼື App Store”  

Read More »