ລັດຖະມົນຕີກະຊວງ ຊທສ ສະເໜີຮ່າງກົດໝາຍທີ່ດິນ ເພື່ອທາບທາມ

ໃນຕອນເຊົ້າຂອງວັນທີ 18 ທັນວາ 2018, ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອເປັນການທາບທາມ ແລະ ເປີດໂອກາດໃຫ້ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ ຕໍ່ຮ່າງກົດໝາຍສະບັບນີ້ ແຕ່ຈະບໍ່ທັນໄດ້ຮັບຮອງເອົາໃນກອງປະຊຸມເທື່ອນີ້.

ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ຕິດຕາມກວດກາ ກ່ຽວກັບວຽກງານທີ່ດິນ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ,

ແນໃສ່ເຮັດໃຫ້ມີຄວາມຮັບປະກັນໃນການນຳໃຊ້ທີ່ດິນ ຖືກຕ້ອງຕາມເປົ້າໝາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະລຽບຮຽບຮ້ອຍ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ທັງປົກປັກຮັກສາສິ່ງແວດລ້ອມ ແລະ ເຂດນ້ຳແດນດິນ ຂອງ ສປປ ລາວ.

ຫຼັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໂດຍສ່ວນໃຫຍ່ແມ່ນໄດ້ສຸມໃສ່ບັນຫາຕາມການເຈາະຈີ້ມຂອງປະທານກອງປະຊຸມ ເປັນຕົ້ນແມ່ນ ການກໍານົດກໍາມະສິດ, ນະໂຍບາຍຂອງລັດ ແລະ ຫຼັກການກ່ຽວກັບວຽກງານທີ່ດິນ, ແຜນຍຸດທະສາດການນໍາໃຊ້ທີ່ດິນ ແລະ ການຈັດສັນປະເພດທີ່ດິນ.

ຂໍ້ມູນຈາກ: ຂປລ.

Comments