Money Talks

ການບໍລິຫານໜີ້ສິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໂດຍການສ້າງໜີ້ດ້ວຍການກູ້ຢືມເງິນຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ຖືເປັນທາງເລືອກໜຶ່ງທີ່ເປັນທີ່ນິຍົມກັນ ແລະ ສາມາດສ້າງເງື່ອນໄຂຕົວຈິງໃຫ້ທະນາຄານສາມາດອະນຸມັດເງິນກູ້ໃຫ້ແກ່ ວນກ ໄດ້. ເມື່ອທຸລະກິດມີໜີ້ສິນໃນໂຄງສ້າງຖານະການເງິນຂອງຕົນ, ຖ້າບໍ່ສາມາດຄຸ້ມຄອງໄດ້ເໝາະສົມ ກໍຈະສົ່ງຜົນກະທົບຕໍ່ກັບການຢູ່ລອດ ແລະ ຂະຫຍາຍຕົວຂອງທຸລະກິດຕົວຈິງໄດ້. ສະນັ້ນ, ເຈົ້າຂອງທຸລະກິດ ວນກ ຈຳເປັນຕ້ອງໄດ້ສຶກສາກ່ຽວກັບການຄຸ້ມຄອງໜີ້ສິນຂອງຕົນເອງ ເພື່ອໃຫ້ຮູ້ວ່າຈະນຳໃຊ້ເງິນກູ້ແບບໃດຈຶ່ິງຈະແທດເໝາະກັບລັກສະນະທຸລະກິດຂອງຕົນ ທັງນີ້ກໍເພື່ອຮູ້ຈັກວິທີຈັດສັນບໍລິຫານໃຫ້ສາມາດປ້ອງກັນການຂາດສະພາບຄ່ອງ ແລະ ຫຼີກລ່ຽງການມີໜີ້ສິນຫຼາຍເກີນໄປຈົນບໍ່ສາມາດແບກຫາບພາລະເງິນຕົ້ນ ແລະ ດອກເບ້ຍໄດ້. ດັ່ງນັ້ນ, ບົດຄວາມນີ້ ຈະໄດ້ແນະນຳໃຫ້ແກ່ຜູ້ອ່ານໄດ້ຮັບຮູ້ແນວທາງການນຳໃຊ້ເງິນກູ້ຢືມ ແລະ ການບໍລິຫານໜີ້ສິນຂອງ ວນກ ໃຫ້ເໝາະສົມຕາມຈຸດປະສົງຂອງການນຳໃຊ້ຕົວຈິງຂອງ ວນກ. ເມື່ອ ວນກ ໄດ້ກູ້ຢືມເງິນເພື່ອການລົງທຶນຂັບເຄື່ອນຂອດການຜະລິດ ແລະ ການບໍລິການຂອງຕົນ ບໍ່ວ່ານຳໃຊ້ເຂົ້າໃນການຊື້ເຄື່ອງຈັກ, ພາຫະນະ, ປຸກສ້າງອາຄານຫ້ອງການ, ຊື້ວັດຖຸດິບ, ລົງທຶນໃນປັດໄຈການຜະລິດອື່ນ ແລະ ເປັນເງິນທຶນໝູນວຽນຂອງທຸລະກິດ, ພັນທະການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍຖືເປັນພາລະທີ່ເປັນເງົາຕາມຕົວຂອງ ວນກ ທີ່ຕ້ອງໄດ້ມີເງິນສົດພຽງພໍເພື່ອສົ່ງມອບຄືນໃນແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ໃນສັນຍາເງິນກູ້ ໂດຍການບໍລິຫານໜີ້ສິນຂອງຕົນໃຫ້ເໝາະສົມຕາມປະເພດເງິນກູ້ ແລະ ວົງເງິນສິນເຊື່ອ ດັ່ງນີ້:  1. ນໍາໃຊ້ເງິນກູ້ໃຫ້ສອດຄ່ອງກັບປະເພດໜີິ້ສິນ: ເຈົ້າຂອງ ວນກ ...

Read More »

ຜົນງານຂອງຕະຫຼາດທຶນລາວຕະຫຼອດໄລຍະເວລາ 10 ປີ ຜ່ານມາ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນເລື່ອງຕະຫຼາດຫຼັກຊັບມາລະດັບໜຶ່ງ ແຕ່ທ່ານຮູ້ຫຼືບໍ່ວ່າ ຕະຫຼາດຫຼັບຊັບລາວສ້າງມາເປັນສິບປີແລ້ວ ໂດຍຕະຫຼາດທຶນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10-10-2010 ພ້ອມໆກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶຶ້ນໃນທ່າມກາງ ທີ່ພັກ ແລະ ລັດຖະບານ ສປປ ລາວ ກຳລັງສຸມໃສ່ພັດທະນາຕົນເອງຕາມຍຸດທະສາດຂອງການພັດທະນາປະເທດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ສືບຕໍ່ສູ້ຊົນຂ້າມຜ່ານຈາກສະຖານະພາບດັ່ງກ່າວໃຫ້ໄດ້ໃນປີ 2025, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດ ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງລະດັບສູງ ໃນປີ 2030 (High-Middle Income Country) ຕາມທິດສະດີເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ. ບົດຄວາມນີ້ຈະນໍາສະເໜີໃຫ້ຮັບຮູ້ເຖິງຜົນງານ ແລະ ບົດບາດຂອງຕະຫຼາດທຶນລາວເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະ 10 ປີຜ່ານມາ ພ້ອມທັງສະເໜີບາງບັນຫາ ແລະ ແນວທາງແກ້ໄຂໃນຕໍ່ໜ້າ. ການຕະຫຼາດທຶນລາວຄົບຮອບ 10 ປີ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດການເງິນຂອງ ສປປ ລາວ ໂດຍສະເພາະແມ່ນ ການສະໜອງແຫຼ່ງທຶນໄລຍະຍາວໃຫ້ແກ່ພາກສ່ວນເສດຖະກິດ ເພື່ອພັດທະນາ ແລະ ...

Read More »

ຜູ້ຊື້ເຮືອນເຊົ່າ (ເຈົ້າກຳມະສິດໃໝ່)ຂຶ້ນຄ່າເຊົ່າເຮືອນໃໝ່ ເຮັດແນວໃດດີ?

ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຂໍແລກປ່ຽນບັນຫາທາງດ້ານກົດໝາຍກ່ຽວກັບເລື່ອງການເຊົ່າເຮືອນ-ອາຄານ ກັບບັນດາທ່ານ. ຂ້າພະເຈົ້າໄດ້ຮັບຄຳຖາມວ່າ ຜູ້ຊື້ເຮືອນເຊົ່າ (ເຈົ້າຂອງເຮືອນໃໝ່) ຂຶ້ນຄ່າເຊົ່າເຮືອນສູງກວ່າທີ່ສັນຍາເບື້ອງຕົ້ນກຳນົດໄວ້, ຜູ້ເຊົ່າເຮືອນຈະເຮັດແນວໃດດີ ແລະ ເຈົ້າຂອງເຮືອນໃໝ່ ຫຼື ຜູ້ໃຫ້ເຊົ່າໃໝ່ນັ້ນເຮັດແນວນັ້ນໄດ້ບໍ່? ສະນັ້ນມື້ນີ້ຈະຂໍນຳເອົາບັນຫານີ້ມາແລກປ່ຽນກັບທ່ານຜູ້ອ່ານ. ກ່ອນອື່ນໝົດ, ບັນຫາທີ່ກ່ຽວຂ້ອງກັບການເຊົ່າເຮືອນ (ຫຼື ການເຊົ່າຊັບ) ກຳນົດໄວ້ໃນປະມວນກົດໝາຍແພ່ງ ຂອງສປປລາວ ນັບແຕ່ມາດຕາ 434 – 438. ມາດຕາ 437 ຂອງປະມວນກົດໝາຍກຳນົດກ່ຽວກັບການປ່ຽນເຈົ້າກຳມະສິດໃນຊັບທີ່ເຊົ່າວ່າ “ໃນກໍລະນີ ທີ່ຜູ້ໃຫ້ເຊົ່າຫາກໄດ້ມອບ ຫຼື ຂາຍຊັບທີ່ເຊົ່ານັ້ນໃຫ້ບຸກຄົນອື່ນ, ສັນຍາເຊົ່າຊັບນັ້ນກໍຈະມີຜົນໃຊ້ໄດ້ສຳລັບຜູ້ຮັບ ຫຼື ຜູ້ຊື້ທີ່ເປັນເຈົ້າກຳມະສິດໃໝ່, ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ຜູ້ເຈົ້າກຳມະສິດໃໝ່ຊາບກ່ອນວ່າ ຊັບດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ໃຫ້ເຊົ່າຢູ່”. ຈາກມາດຕານີ້ ຈະເຫັນໄດ້ວ່າ ເຖິງແມ່ນວ່າໄດ້ມີການປ່ຽນແປງຜູ້ໃຫ້ເຊົ່າໃໝ່ ແລ້ວກໍຕາມ ສັນຍາເຊົ່າຊັບ-ເຊົ່າເຮືອນ ທີ່ໄດ້ຕົກລົງກັນກັບເຈົ້າຂອງເຮືອນຜູ້ເກົ່າໃນເບື້ອງຕົ້ນນັ້ນ ຍັງມີຜົນສັກສິດຢູ່ ຫຼື ເວົ້າອີກຄວາມໜຶ່ງວ່າ ຍັງໃຊ້ໄດ້ ແລະ ຍັງຜູກພັນເຈົ້າຂອງເຮືອນໃໝ່-ຜູ້ໃຫ້ເຊົ່າເຮືອນໃໝ່ຄືເກົ່າ. ຜູ້ໃຫ້ເຊົ່າເຮືອນໃໝ່ ຈະປ່ຽນແປງສັນຍາດັ່ງກ່າວ ເຊັ່ນ ກຳນົດຄ່າເຊົ່າໃໝ່, ກຳນົດອາຍຸຂອງສັນຍາຄືນໃໝ່ ແລະ ອື່ນໆທີ່ເປັນປ່ຽນແປງສັນຍານັ້ນບໍ່ໄດ້ ຖ້າຫາກວ່າຜູ້ເຊົ່າບໍ່ເຫັນດີນຳ. ສະນັ້ນໃນກໍລະນີນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຂຶ້ນຄ່າເຊົ່າ ແມ່ນເຮັດບໍ່ໄດ້. ...

Read More »

ການບໍລິຫານເງິນສົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງເງິນສົດ ຖືເປັນຫົວໃຈທີ່ສຳຄັນຂອງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຊິ່ງຜູ້ປະກອບການຕ້ອງໄດ້ຄຳນຶງ ແລະ ບໍລິຫານໃຫ້ຢູ່ລອດ ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສະພາບເສດຖະກິດບໍ່ມີຄວາມແນ່ນອນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດຄວາມທີ່ຜ່ານມາໄດ້ນໍາສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສໍາຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດ, ແຕ່ສຳລັບບົດຄວາມນີ້ ຈະລົງເລິກເພີ່ມຕື່ມສະເພາະກ່ຽວກັບການບໍລິຫານເງິນສົດເພື່ອຮັກສາສະຖານະພາບໃຫ້ຢູ່ໃນລະດັບທີ່ພຽງພໍຕາມສະພາບການທີ່ມີການຜັນແປໄດ້ຕະຫຼອດເວລາ. ການບໍລິຫານເງິນສົດ: ໝາຍເຖິງການບໍລິຫານຈັດການທາງການເງິນທີ່ກ່ຽວຂ້ອງກັບປະສິດທິພາບຂອງການເກັບລວບລວມເງິນສົດ, ການເບີກຈ່າຍເງິນສົດ ແລະ ການລົງທຶນໃນຊັບສິນ ຜ່ານການສ້າງງົບປະມານເງິນສົດ (Budget Balance) ເພື່ອໃຊ້ໃນການຄາດຄະເນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດຳເນີນງານຕ່າງໆ ໃຫ້ເປັນໄປຕາມງົບປະມານ. ນອກຈາກນີ້, ໃນງົບປະມານເງິນສົດຂອງກິດຈະການນັ້ນຕ້ອງສັງລວມຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ລາຍການຄ້າຂາຍ ແລະ ບໍລິການ ທີ່ເກີດຂຶ້ນໃນແຕ່ລະເດືອນ, ຈຳນວນເງິນສົດຄົງເຫຼືອໃນບັນຊີ, ລາຍການຈ່າຍເງິນສົດ, ຍອດເງິນຄົງເຫຼືອໃນແຕ່ລະເດືອນ, ການຄາດຄະເນເງິນສົດທີ່ຕ້ອງຈ່າຍອອກໃນເດືອນຕໍ່ໆໄປ ເປັນຕົ້ນ. ໃນນີ້ ຜູ້ຂຽນ ຈະນໍາເອົາບາງແນວທາງການບໍລິຫານ ເງິນສົດທີ່ສາມາດນໍາໃຊ້ໄດ້ຈິງ ແລະ ເກີດດອກອອກຜົນແທ້ ມາໃຫ້ຜູ້ປະກອບການ ວນກ ໄດ້ນຳໄປປະຍຸກໃຊ້ໃນກິດຈະການຂອງຕົນ ເພື່ອໃຫ້ການບໍລິຫານເງິນສົດເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ດັ່ງນີ້: (1) ການເລັ່ງເງິນສົດຮັບເຂົ້າ: ຜູ້ປະກອບການ ວນກ ...

Read More »

ການບໍລິຫານສະພາບຄ່ອງທາງການເງິນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງດ້ານການເງິນ ຖືວ່າເປັນສິ່ງທີ່ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈໃນການວິເຄາະສະພາບຄ່ອງທາງການເງິນ ເພື່ອໃຊ້ໃນການກຳນົດຍຸດທະສາດ ແລະ ການວາງແຜນດ້ານການເງິນ, ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການຂາດສະພາບຄ່ອງທາງການເງິນທີ່ອາດຈະນຳໄປສູ່ບັນຫາທີ່ບໍ່ມີທີ່ສິ້ນສຸດໃນອະນາຄົດໄດ້. ບົດຄວາມນີ້ຈະນຳສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສຳຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດສາມາດເດີນແມ່ນແລ່ນສະດວກໄດ້ໃນແຕ່ລະສະພາບການທີ່ມີການຜັນປ່ຽນໄປຕະຫຼອດເວລາ. ສະພາບຄ່ອງທາງການເງິນ ໝາຍເຖິງຄວາມຄ່ອງຕົວ ຫຼື ຄວາມສາມາດໃນການປ່ຽນສິນຄ້າ ຫຼື ຊັບສິນເປັນເງິນສົດໄດ້; ໃນນັ້ນ, ເງິນສົດ ແມ່ນຖືວ່າເປັນຊັບສິນທີ່ມີສະພາບຄ່ອງສູງ ເພາະເງິນຖືວ່າເປັນຊັບສິນທີ່ຍອມຮັບໂດຍທົ່ວໄປ ສາມາດໃຊ້ໃນການແລກປ່ຽນໄດ້ງ່າຍ, ວ່ອງໄວ ແລະ ມີຕົ້ນທຶນຕໍ່າ. ດ້ວຍເຫດນັ້ນ, ສະພາບຄ່ອງທາງການເງິນສູງ ໝາຍຄວາມວ່າຊັບສິນທີ່ວິສາຫະກິດມີສາມາດປ່ຽນເປັນເງິນໄດ້ໄວ. ຕົວຢ່າງ, ການຂາຍສິນຄ້າທີ່ມີໃນສາງເພື່ອເກັບເງິນສົດ, ການຊື້ຮຸ້ນເພື່ອລົງທຶນແລ້ວຂາຍອອກເພື່ອເກັບເງິນສົດ. ການທີ່ຈະມີສະພາບຄ່ອງທາງການເງິນສູງ ຫຼື ຕໍ່າ ນັ້ນຂຶ້ນກັບໄລຍະເວລາໃນການປ່ຽນຊັບສິນເປັນເງິນສົດ ເຊິ່ງຂຶ້ນກັບຄວາມຕ້ອງການຂອງຊັບສິນເຫຼົ່ານັ້ນທີ່ຫຼາຍ ຫຼື ໜ້ອຍໃນແຕ່ລະໄລຍະ ໂດຍທົ່ວໄປແລ້ວມັກຖືກເອີ້ນວ່າ ອຸປະສົງ (Demand) ແລະ ອຸປະທານ (Supply) ກໍຄືຄວາມສໍາພັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍໃນຕະຫຼາດ. ເມື່ອສິນຄ້າມີຄວາມຕ້ອງການສູງ ນອກຈາກສາມາດຂາຍໄດ້ໃນລາຄາທີ່ສູງແລ້ວຍັງມີຜູ້ທີ່ສົນໃຈຊື້ຫຼາຍຄົນ ກໍຈະມີສະພາບຄ່ອງສູງ ແລະ ເຮັດໃຫ້ສະພາບຄ່ອງທາງການເງິນສູງໄປຕາມກັນ; ກົງກັນຂ້າມ ເມື່ອຜະລິດຕະພັນທີ່ບໍ່ເປັນທີ່ນິຍົມໃນຕະຫຼາດ ກໍອາດຈະເຮັດໃຫ້ສະພາບຄ່ອງຂອງຊັບສິນນັ້ນຕໍ່າລົງໄດ້ ...

Read More »