Cover Report

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ມີປະສົບການ ວຽກງານປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນອາຊຽນ

ສະບັບເດືອນ ກຸມພາ ນີ້ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ໂດມິນິກ ວິວລ່ຽມສ໌, ຜູ້ອຳນວຍການໃຫຍ່ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ທ່ານມີປະສົບການ ການເຮັດວຽກປະກັນໄພມາກວ່າ 20 ປີ ຢູ່ຫຼາຍປະເທດໃນຂົງເຂດອາຊຽນກ່ອນທີ່ຈະມາດຳລົງຕຳແໜ່ງຜູ້ອຳນວຍການທີ່ ເອພີເອ. ໃນໂອກາດນີ້, ທ່ານ ໂດມິນິກ ຖືໂອກາດນຳສະເໜີ ວິໄສທັດ ແລະ ພາລະກິດໃນການພັດທະນາທຸລະກິດຂອງເອພີເອ ປະກັນໄພ ເພື່ອກ້າວສູ່ການເປັນຜູ້ນຳດ້ານການໃຫ້ບໍລິການປະກັນໄພໃນ ສປປ ລາວ. ປະຫວັດຄວາມເປັນມາຂອງບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ. ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າບໍລິສັດ ເອພີເອ ປະກັນໄພ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016, ບໍລິສັດດັ່ງກ່າວເປັນພາກສ່ວນໜຶ່ງຂອງກຸ່ມບໍລິສັດ ພົງສະຫວັນ ແລະ ເປັນບໍລິສັດ ປະກັນໄພຄົບວົງຈອນທີ່ເປັນຂອງເອກະຊົນຄົນລາວ 100% ຢູ່ ສປປ ລາວ. ບໍລິສັດປະກັນໄພຄົບວົງຈອນໄດ້ຮັບອະນຸຍາດໃຫ້ຂາຍການປະກັນໄພທົ່ວໄປ (ລົດ, ຊັບສິນ, ການເດີນທາງ ແລະ ອື່ນໆ) ແລະການປະກັນຊີວິດ, ນັບແຕ່ ບໍລິສັດ ...

Read More »

BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນລາວ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFLຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ BRED ຖືກສ້າງຕັ້ງຂຶ້ນໃນປີ ...

Read More »

  ການເຕີບໃຫຍ່ຂະຫຍາຍຕົວຂອງການບິນໄທ ໃນຕະຫຼາດໃນ ສປປ ລາວ

ໃນສະບັບເດືອນທັນວານີ້ ທາງວາລະສານ ໄດ້ຮັບກຽດການໃຫ້ສໍາພາດ ແລະ ຂຶ້ນປົກຂອງທ່ານນາງ ພາຣິນີ ຈັນທະຣະຄຸບ ຜູ້ຈັດການປະຈໍາ ສປປ ລາວ ເຊິ່ງທ່ານຈະແນະນໍາໃຫ້ຊາບເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການບິນໄທ ໂດຍສະເພາະແມ່ນແຜນການຕະຫຼາດໃນສປປ ລາວ. ທ່ານໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດ ການບິນໄທ ຈໍາກັດ (ມະຫາຊົນ) ປີນີ້ແມ່ນຄົບຮອບ 58 ປີ , ເລີ່ມເຂົ້າມາດໍາເນີນທຸລະກິດ ໃນປະເທດລາວ ປີນີ້ແມ່ນຈະຄົບຮອບ 25 ປີ, ທີ່ຜ່ານມາ ທາງບໍລິສັດກໍໄດ້ດໍາເນີນການຂະຫຍາຍທຸລະກິດມາໂດຍຕະຫຼອດ ຈົນເຖິງປີ 2016 ທາງບໍລິສັດໄດ້ປ່ຽນເຮືອບິນໂບອິງ 737 – 400 ໄປນໍາໃຊ້ເຮືອບິນແອບັສ (A 330) ຂະໜາດ 300 ບ່ອນນັ່ງ ຊັ້ນທຸລະກິດປະມານ 36-42 ບ່ອນນັ່ງ. ເຊິ່ງເປັນເຮືອບິນມີຂະໜາດໃຫ່ຍທີ່ສຸດໃຊ້ໃນ ສປປ ລາວ.      *ແຜນການບິນໃນ ສປປ ລາວ? ຕັ້ງແຕ່ 17 ທັນວາ 2018 ສາຍການບິນໄທສະມາຍ ໂດຍການບິນໄທ ຈະເພິ່ມຖ້ຽວບິນອີກ 1 ຖ້ຽວບິນຕອນເຊົ້າ ...

Read More »

ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ ຕໍ່ອຸປະສັກ.

ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ, ຜ່ານຜ່າອຸປະສັກນາໆປະການໃນຊີວິດການງານເຄີຍລອງຜິດລອງຖືກມາຫຼາຍຢ່າງກວ່າຈະມີວັນນີ້ ແລະ ຮຽນຮູ້ປະສົບການໃໝ່ໆຢູ່ຕະຫຼອດເວລາເພື່ອພັດທະນາຕົນເອງ ເຖິງຈະມີຫຼາຍທຸລະກິດທີ່ຮັດຕົວແຕ່ຄອບຄົວຄືສິ່ງສໍາຄັນທີ່ສຸດ ດັ່ງນັ້ນຈຶ່ງຈັດແບ່ງເວລາໃຫ້ກັບຄອບຄົວຢ່າງໜ້ອຍເດືອນລະຄັ້ງ ຫຼື ຂຶ້ນແຜນໄວ້ລ່ວງໜ້າ 3 ເດືອນຈະຕ້ອງຫາເວລາເພື່ອໃຫ້ຢູ່ພ້ອມໜ້າພ້ອມຕາເພື່ອໂອ້ລົມສັ່ງສອນລູກໆຫຼານໆປຶກສາຫາລືແກ້ໄຂບັນຫາຊ່ວຍກັນ ແລະ ຮ່ວມກິດຈະກໍາຄອບຄົວຢ່າງອົບອຸ່ນມີຄວາມສຸກ. ດັ່ງນັ້ນໃນວາລະສານສະບັບນີ້ພວກເຮົາໄດ້ຮັບກຽດການໃຫ້ສາພາດຂຶ້ນປົກຈາກທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ຄະນະກໍາມະການສູນກາງແນວລາວສ້າງຊາດ, ສະມາຊິກເຄືອຂ່າຍຂອງນັກທຸລະກິດແມ່ຍິງອາຊຽນ, ຄະນະກໍາມະການແມ່ຍິງອາຊຽນຂອງສະພາການຄ້າ, ຮອງປະທານບໍລິສັດ ເຄແອນຊີ ກຣຸບ, ພັນລະຍາທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເຄແອນຊີ ກຣຸບ, ອະດີດປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ 4 ສະໄໝ, ອະດີດອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ. ປະຫວັດຫຍໍ້ໂດຍສັງເຂບ. ໃນສະໄໝເດັກນ້ອຍເຂົ້າຮຽນທີ່ປະຖົມບໍ່ໂອ ເມືອງຫາດຊາຍຟອງ, ຫຼັງຈາກນັ້ນມາຮຽນຢູ່ ໂຮງຮຽນ “ລີເຊ” ວຽງຈັນໃນປີ 1975 ໄປສຶກສາຕໍ່ທີ່ປະເທດຝຣັ່ງເສດໃນສາຂາບັນຊີເລຂານຸການ ພາຍຫຼັງຮຽນຈົບປີ 1977 ໄດ້ເດີນທາງກັບຄືນປະເທດຮ່ວມກັບຂະບວນການນັກສຶກສາກ້າວໜ້າຊຸດທໍາອິດ ຊຶ່ງພາຍຫຼັງປະເທດຊາດເຮົາທໍາການປົດປ່ອຍແລ້ວເພິ່ນມີຄວາມຕ້ອງການປັນຍາຊົນລາວຜູ້ກ້າວໜ້າຢູ່ຕ່າງປະເທດກັບຄືນເພື່ອມາພັດທະນາປະເທດຊາດ. ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນໃນກະຊວງອຸດສາຫະກໍາການຄ້າ ແລະ ພໍດີໃນເວລານັ້ນທາງບໍລິສັດເບຍລາວເພິ່ນມີຄວາມຕ້ອງການພະນັກງານບັນຊີການເງິນເປັນແມ່ຍິງ ດັ່ງນັ້ນທາງກົມອຸດສາຫະກໍາກໍໄດ້ສົ່ງໄປປະຈໍາຢູ່ເບຍລາວແຕ່ປີ 1977 ຈົນຮອດປີ 1985 ...

Read More »

ຈາກົວ-ແລນໂຣເວີ ນະວັດຕະກໍາ ລົດຫຼູຫຼາ ຄຸນນະພາບສູງ.

ວາລະສານສະບັບເດືອນ ຕຸລາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂອງທ່ານ ALISTAIR SCOTT ຜູ້ອຳນວຍການຝ່າຍຂາຍປະຈຳພາກພຶ້ນ Jaguar Land Rover ເອເຊຍປາຊີຟິກຜູ້ນຳເຂົ້າ ເຊິ່ງທ່ານຈະຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຈໍາໜ່າຍລົດ JAGUAR LANDROVER ໃນ ສປປ ລາວ ພາຍຫຼັງທີ່ບໍລິສັດແມ່ໃນປະເທດອັງກິດໄດ້ເຂົ້າ ມາເປີດຕົວຢ່າງເປັນທາງການແຕ່ຊຸມປີ 2011 ເພື່ອນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງມາດຕະຖານເອີຣົບມາໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. ພິເສດລົດແຕ່ລະລຸ້ນທີ່ນໍາເຂົ້າມາໃນ ສປປ ລາວ ແມ່ນຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດຕະຖານຂອງນໍ້າມັນເຊື້ອໄຟລາວ. JAGUAR LAND ROVER ເລີ່ມເຂົ້າມາຈໍາໜ່າຍໃນປະເທດລາວຄັ້ງທໍາອິດເມື່ອປີໃດ? Land Rover ລາວ ດໍາເນີນທຸລະກິດດ້ານການຂາຍລົດ Land Rover ມາຕັ້ງແຕ່ປີ 2011 ແລະ ເລີ່ມຂາຍລົດ Jaguarໃນປີ 2015. ໃນປີ 2016, Land Rover ລາວ ໄດ້ເປີດຫ້ອງ ວາງສະແດງທີ່ທັນສະໄໝຂຶ້ນໃນນະຄອນຫຼວງວຽງຈັນເພື່ອວາງສະແດງລົດທັງສອງຍີ່ຫໍ້ພາຍໃນສະຖານທີ່ດຽວກັນ. ບັນດາລົດທີ່ທ່ານຂາຍໃນ ລາວ ມີຫຍັງແຕກຕ່າງກັບລົດປະເພດດຽວກັນທີ່ຂາຍໃນຕະຫຼາດອື່ນ ຫຼື ບໍ່? ແມ່ນແລ້ວ: ເຖິງແມ່ນວ່າພວກເຮົາຈະພະຍາຍາມແບ່ງປັນລັກສະນະ, ຕົວເລືອກ ແລະ ຈຸດພິເສດທັງໝົດໄປທົ່ວທຸກຕະຫຼາດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນການຜະລິດແລ້ວກໍຕາມ, ແຕ່ພວກເຮົາກໍຍັງຈໍາເປັນຕ້ອງໄດ້ສ້າງຈຸດພິເສດທີ່ແຕກຕ່າງໃຫ້ແກ່ຕະຫຼາດລາວ ໂດຍອີງຕາມສິດ ແລະ ...

Read More »

ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ

ໃນສະບັບເດືອນກັນຍາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂຶ້ນປົກຂອງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ປະທານສະພາປະຊາຊົນແຂວງ ທ່ານຈະໄດ້ສະເໜີໃຫ້ຮູ້ກ່ຽວກັບທ່າແຮງໃນການພັດທະນາ – ສິ່ງພົ້ນເດັ່ນຂອງແຂວງ, ລວມທັງວິໄສທັດໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ພາຍຫຼັງທີ່ທ່ານຂຶ້ນຮັບໜ້າທີ່ໃໝ່ ແລະ ການກະກຽມຄວາມພ້ອມໃນການເປັນເຈົ້າພາບງານແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ໃນທ້າຍປີນີ້. -ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່? -ແຂວງຊຽງຂວາງ ຕັ້ງຢູ່ພາກເໜືອຂອງປະເທດ ມີເນື້ອທີ່ 15.000 ກວ່າຕາລາງກິໂລແມັດ, ເປັນເຂດພູດອຍ 90% ທ່າແຮງການພັດທະນາຂອງແຂວງຊຽງຂວາງ ມີ 3 ອັນໃຫຍ່ຄື: 1: ການລ້ຽງສັດໃຫຍ່ເປັນສິນຄ້າ ເຊິ່ງເປັນມູນເຊື້ອຂອງປະຊາຊົນຊາວແຂວງຊຽງຂວາງ ອີງຕາມຂໍ້ມູນທີ່ເກັບກໍາໄດ້ຈາກພະນັກງານປະຕິວັດອະວຸໂສ ໃຫ້ຮູ້ວ່າ: ກ່ອນສົງຄາມແຂວງຊຽງຂວາງມີງົວ,ຄວາຍ ຫຼາຍກວ່າ 300.000ກວ່າໂຕ ພາຍຫຼັງສົງຄາມທໍາລາຍຢຸດຕິມາຮອດປີ 1975 ທົ່ວແຂວງຍັງເຫຼືອ ງົວ,ຄວາຍ ພຽງແຕ່ 1.500 ກວ່າໂຕ ແລະ ມາຮອດປັດຈຸບັນນີ້ທົ່ວແຂວງມີ ງົວ,ຄວາຍ 212.000 ກວ່າໂຕ ໃນນັ້ນມີຄວາຍ 56.000 ກວ່າໂຕ ງົວພື້ນເມືອງ 150.400 ກວ່າໂຕ ງົວພັນຊີ້ນ 600 ກວ່າໂຕ ງົວພັນນົມ ...

Read More »