Change In Mindset

ແນວຄິດ “ເອົາໃຈເຂົາມາໃສ່ໃຈເຮົາ” Outward Mindset ທັກສະທີ່ຕ້ອງມີໃນຍຸກນີ້

ທ່ານເຄີຍຕົກຢູ່ໃນສະຖານະການທີ່ທ່ານບໍ່ສາມາດສື່ສານກັບບາງຄົນໄດ້ຫຼືບໍ່ ຄົນທີ່ທ່ານຮູ້ສຶກອຶດອັດເມື່ອຕ້ອງໄດ້ ເວົ້ານໍາ ເຮັດໃຫ້ທ່ານໃຈຮ້າຍ ເກີດຄວາມຕຶງຄຽດ ເມື່ອຕ້ອງຜິດຖຽງ ຫຼື ຜິດໃຈກັນ, ຊຶ່ງເຮົາສາມາດພົບສະຖາ ນະການນີ້ໄດ້ເກືອບທຸກມື້ ບໍ່ວ່າຈະຢູ່ບ້ານ ຫຼື ບ່ອນເຮັດວຽກ. ທ່ານກໍາລັງຍ້າຍວຽກຍ້ອນມີບັນຫາເລື່ອງຄົນ ຫຼື ກໍາລັງມີບັນຫາກັບຄົນໃນຄອບຄົວຍ້ອນການສື່ສານທີ່ບໍ່ລົງຕົວ ຫຼື ບໍ່ເຂົ້າໃຈເຊິ່ງກັນແລະກັນຫຼືບໍ່?. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກນໍາເອົາແນວຄວາມຄິດທີ່ໜ້າສົນໃຈຈາກປຶ້ມ The Outward Mindset ມາແບ່ງປັນເພື່ອໃຫ້ທ່ານຜູ້ອ່ານສາມາດນໍາມາປັບໃຊ້ໃຫ້ຮັບມືກັບສະຖານະການເຫຼົ່ານີ້ໄດ້ດີຂຶ້ນ ດ້ວຍການໃຊ້ມຸມມອງໃໝ່ໃນການເບິ່ງບັນຫາທີ່ຮູ້ກັນດີໃນນາມ Outward Mindset ຫຼື ການແນມເຫັນ ແລະ ໃຫ້ຄວາມສໍາຄັນກັບຄົນອື່ນ. ສະຖາບັນ Arbinger ໄດ້ໃຫ້ນິຍາມ Mindset ໄວ້ວ່າ ແມ່ນແນວຄວາມຄິດທີ່ເປັນຕົວຂັບເຄື່ອນໃຫ້ເກີດພຶດຕິກໍາ (Behavior) ແລະ ພຶດຕິກໍາກໍນໍາມາສູ່ໝາກຜົນ (Result). Mindset ຖືກແບ່ງອອກເປັນ Inward Mindset ແລະ Outward Mindset, ຊຶ່ງ Inward Mindset ໝາຍເຖິງແນວຄິດມຸມມອງການເບິ່ງໂລກທີ່ເນັ້ນໃສ່ເປົ້າໝາຍ ແລະ ໝາກຜົນຂອງຕົນເອງເປັນສໍາຄັນ ເຮັດໃຫ້ບໍ່ເຫັນຄຸນຄ່າ ແລະ ຄວາມສາມາດຂອງຄົນອື່ນ ເຮັດໃຫ້ເຮົາປະຕິບັດຕໍ່ຄົນອື່ນ ຄືດັ່ງພວກເຂົາເປັນ “ວັດຖຸສິ່ງຂອງ” ...

Read More »

ເປັນໄປໄດ້ ຫຼື ບໍ່ໄດ້ຂຶ້ນຢູ່ກັບທັດສະນະແນວຄິດຂອງທ່ານເອງ Possibility Mindset

ຄວາມເປັນໄປໄດ້ (Possibility) ເປັນຄຳເວົ້າທີ່ມັກໄດ້ຍິນເລື້ອຍໆ ເຊິ່ງໝາຍເຖິງ ໂອກາດ ຫຼື ຄວາມອາດສາມາດທີ່ຈະເປັນໃນສິ່ງໃດໜຶ່ງ ເຊັ່ນວ່າ: ອາດປະສົບຜົນສຳເລັດ ຫຼື ອາດຈະບໍ່ສຳເລັດຜົນ, ອາດຈະມີຜົນກະທົບ ທາງດ້ານລົບ ຫຼື ດ້ານບວກ ແຕ່ຖ້າໃຫ້ເວົ້າເປັນຕົວເລກ ສິ່ງທີ່ຊ່ວຍເຮັດໃຫ້ທ່ານຜູ້ອ່ານພໍຄິດພາບອອກກໍຄົງເປັນ ຄຳເວົ້າທີ່ວ່າ “ມີໂອກາດ 50-50%”. ໃນໄລຍະທີ່ຜ່ານມາ ຜູ້ຂຽນກໍໄດ້ມີໂອກາດອ່ານປື້ມເຫຼັ້ມໜຶ່ງ ທີ່ໄດ້ກ່າວ ເຖິງຄຳວ່າ “Possibilist” ທີ່ມີຄວາມໝາຍວ່າ “ບຸກຄົນທີ່ເຊື່ອໃນຄວາມເປັນໄປໄດ້” ເຊິ່ງເປັນຜູ້ທີ່ບໍ່ຄາດຫວັງ ໂດຍບໍ່ມີເຫດຜົນ ແລະ ບໍ່ຢ້ານ ໂດຍບໍ່ມີເຫດຜົນເຊັ່ນກັນ, ບຸກຄົນດັ່ງກ່າວມີຂະບວນການໃຊ້ຄວາມຄິດ ແລະ ຕັດສິນໃຈ ບົນພື້ນຖານຂອງເຫດຜົນທີ່ມີຄວາມເປັນໄປໄດ້ ເຊິ່ງເປັນທັດສະນະຄະຕິທີ່ໜ້າສົນໃຈ ຈົນຢາກເອົາມາ ບອກເລົ່າໃຫ້ທ່ານຜູ້ອ່ານຟັງກ່ຽວແນວຄິດຄວາມເປັນໄປໄດ້ (Possibility Mindset) ວ່າມີອິດທິພົນແນວໃດຕໍ່ ການປະສົບຜົນສຳເລັດ. ບຸກຄົນທີິ່ປະສົບຜົນສຳເລັດບໍ່ວ່າໃນສາຍງານ ຫຼື ທຸລະກິດໃດໜຶ່ງ ເຊັ່ນ: ນັກເທນນິສຊື່ດັງ ເຊເລນ້າ ວິວລ້ຽມ (Serena Williams), ນັກຮ້ອງລະດັບໂລກ ບີຢອນເຊ່ (Beyonce), ນັກທຸລະກິດ ແລະ ນັກລົງທຶນຊື່ດັງ ຣິຊາດ ບຣານຊັນ ...

Read More »

ຄວາມສະຫຼາດທາງອາລົມ

ຈາກບົດຄວາມທີ່ຜ່ານມາ ທ່ານຜູ້ອ່ານອາດເຫັນໄດ້ວ່າ ທັດສະນະແນວຄິດແບບກ້າວໜ້າ ຫຼື Growth mindset ຈະຊ່ວຍໃຫ້ທ່ານເຂົ້າໃກ້ຄວາມສຳເລັດຫຼາຍຂຶ້ນ ເຊິ່ງກໍເປັນທີ່ຮູ້ກັນດີແລ້ວວ່າ ຄວາມສະຫຼາດທາງປັນຍາ Intelligence Quotient (IQ) ເປັນປັດໄຈສໍາຄັນໃນການເສີມສ້າງທັດສະນະແນວຄິດແບບກ້າວໜ້າ, ແຕ່ທ່ານຮູ້ຫຼືບໍ່ວ່າ ຍັງມີອີກໜຶ່ງປັດໄຈທີ່ສໍາຄັນບໍ່ໜ້ອຍໄປກວ່າກັນ ນັ້ນກໍຄື ຄວາມສະຫຼາດທາງອາລົມ Emotional Intelligence ຫຼື Emotional Quotient (EQ) ນັ້ນເອງ ເພາະພຶດຕິກຳຂອງຄົນເຮົາແມ່ນຜົນສະທ້ອນຂອງອາລົມ ເຖິງທ່ານຈະມີຄວາມສະຫຼາດທາງປັນຍາ ແຕ່ຖ້າບໍ່ສາມາດຄວບຄຸມ ແລະ ຈັດການອາລົມຂອງຕົນເອງໄດ້ ຄວາມຮູ້ຄວາມສາມາດຂອງທ່ານກໍອາດບໍ່ຖືກນຳໃຊ້ເພື່ອສ້າງສັນຜົນງານໄດ້ຢ່າງເຕັມເມັດເຕັມໜ່ວຍ. ທ່ານອາດສົງໄສວ່າ ຄວາມສະຫຼາດທາງອາລົມແມ່ນຫຍັງ? ແລະ ກ່ຽວຂ້ອງແນວໃດກັບທັດສະນະແນວຄິດແບບກ້າວ ໜ້າ? ເຮົາມາຊອກຫາຄວາມໝາຍຄວາມສຳຄັນໄປນຳກັນ ດັ່ງນີ້: ຄວາມສະຫຼາດທາງອາລົມ ໝາຍເຖິງ ຄວາມສາມາດໃນການຢັ່ງຮູ້ ຄວບຄຸມ ແລະ ຈັດການອາລົມຂອງຕົນເອງ ໃນຂະນະດຽວກັນ ກໍສາມາດຮັບຮູ້ ຄວບຄຸມ ແລະ ຊັກຈູງອາລົມຂອງຄົນອ້ອມຂ້າງໄດ້. EQ ແມ່ນທັກສະໜຶ່ງທີ່ສຳຄັນຂອງບຸກຄົນທີ່ປະສົບຜົນສຳເລັດ ເພາະ EQ ຊ່ວຍໃນການສ້າງສາຍສຳພັນກັບຄົນຫຼາກຫຼາຍໃນສັງຄົມ, ຫາກທ່ານເຂົ້າໃຈ ຮູ້ຈັກໃຊ້ ແລະ ຈັດການອາລົມຂອງຕົນໃຫ້ເປັນໄປໃນທາງບວກແລ້ວ ຈະຊ່ວຍໃຫ້ທ່ານຫຼຸດ ຜ່ອນຄວາມກົດດັນໃນການເຮັດວຽກຮ່ວມກັບຄົນອື່ນ, ສາມາດສື່ສານກັບເພື່ອນຮ່ວມງານ ...

Read More »

Intermittent Fasting ແລະ ປະສິດທິພາບ

ຫາກທ່ານເປັນຄົນໜຶ່ງທີ່ສົນໃຈເລື່ອງການຄວບຄຸມນໍ້າໜັກ ອາດເຄີຍໄດ້ຍິນຄໍາວ່າ Intermittent Fasting (IF) ຫຼື ການອົດອາຫານເປັນຊ່ວງເວລາ, ໂດຍບົດຄົ້ນຄວ້າຈາກຫຼາຍໆສະຖາບັນລະບຸວ່າ ການອົດອາຫານເປັນຊ່ວງເວລາ ສາມາດຊ່ວຍໃຫ້ນໍ້າໜັກຂອງກດກດກຄົນເຮົາຫຼຸດລົງໄດ້ຢ່າງເຫັນຜົນຊັດເຈນ ພ້ອມທັງເຮັດໃຫ້ຮ່າງກາຍມີອາຍຸການ ໃຊ້ງານຍືນຍາວຂຶ້ນ ຫຼຸດຜ່ອນຄວາມສ່ຽງຂອງພະຍາດຕຸ້ຍ ເບົາຫວານ ຫົວໃຈ ມະເຮັງ ໆລໆ. ອີກດ້ານໜຶ່ງທີ່ຫຼາຍຄົນອາດບໍ່ທັນຮູ້ ການອົດອາຫານເປັນຊ່ວງເວລານີ້ ຍັງສາມາດຊ່ວຍເສີມສ້າງປະສິດທິພາບໃນການເຮັດວຽກໃຫ້ຄົນເຮົາໄດ້ນໍາອີກ. ໃນບົດຄວາມນີ້ ຜູ້ຂຽນຈະຂໍນໍາສະເໜີປະໂຫຍດຂອງການອົດອາຫານເປັນຊ່ວງເວລາໃນອີກແງ່ມຸມໜຶ່ງ ກໍຄື ດ້ານການເພີ່ມປະສິດທິພາບໃຫ້ຄົນເຮົາ ເພື່ອໃຫ້ທ່ານຜູ້ອ່ານສາມາດລອງນໍາໄປປັບໃຊ້ໃຫ້ເຂົ້າກັບຊີວິດປະຈໍາວັນໄດ້. Intermittent Fasting (IF) ຫາກແປຕາມຕົວແລ້ວ Intermittent ແມ່ນ ແບບບໍ່ຕໍ່ເນື່ອງ ຫຼື ເປັນຊ່ວງໃດໜຶ່ງ ແລະ Fasting ແມ່ນການຈໍາກັດ ຫຼື ອົດອາຫານ ຊຶ່ງເມື່ອນໍາມາແປລວມກັນແລ້ວໄດ້ຄວາມໝາຍວ່າ ການອົດອາຫານເປັນເວລາ ໂດຍເປັນຮູບແບບການກິນອາຫານທີ່ແບ່ງຊ່ວງເວລາກິນ ແລະ ຊ່ວງເວລາອົດຢ່າງຊັດເຈນ. ສິ່ງທີ່ໜ້າສົນໃຈຄື IF ບໍ່ໄດ້ເນັ້ນໃສ່ການຈໍາກັດປະເພດ ແລະ ປະລິມານອາຫານທີ່ກິນເຂົ້າໄປ ເວົ້າໄດ້ວ່າກິນຫຍັງກໍໄດ້ປົກກະຕິຕາມໃຈ ແຕ່ຈະເນັ້ນໃສ່ແຕ່ຊ່ວງເວລາໃນການກິນ ຫຼື ກິນເມື່ອໃດເທົ່ານັ້ນ, ຊຶ່ງຕ່າງຈາກການຄວບຄຸມແຄລໍຣີ້ (Calory restriction) ທີ່ເນັ້ນໃສ່ປະລິມານ ແລະ ສັດສ່ວນອາຫານທີ່ກິນເຂົ້າໄປ ເພື່ອໃຫ້ໄດ້ສານອາຫານທີ່ຄົບຖ້ວນ ...

Read More »

ມາເບິ່ງ…!! ແນວຄິດການພັດທະນາຂອງ ສປ ຈີນ ມີຄຸນນະພາບສູງຂຶ້ນສູ່ລະດັບໃໝ່…

ປະເທດໃດໜຶ່ງຄັດເລືອກແນວຄິດການພັດທະນາແບບໃດ, ກໍຈະມີສະພາບການພັດທະນາແບບນັ້ນ. ກ່ອນໜ້ານີ້ 5 ປີ, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ສະເໜີແນວຄິດການພັດທະນາຄື: ການພັດທະນາດ້ວຍການປະດິດສ້າງໃໝ່, ປະສານສົມທົບກັນ, ສີຂຽວ, ເປີດປະຕູສູ່ພາຍນອກແລະແບ່ງປັນກັນ, ເຊິ່ງເປັນການໃຫ້ທິດຊີ້ນຳທາງທິດສະດີ ແລະ ການເຄື່ອນໄຫວແກ່ການພັດທະນາດ້ວຍຄຸນນະພາບສູງ. ໃນໄລຍະ 5 ປີຜ່ານມາ, ການລົງທຶນດ້ານການຄົ້ນຄວ້າເພື່ອການພັດທະນາຂອງຈີນໄດ້ເພີ່ມຂຶ້ນຈາກ 2,06% ຂອງ GDP ຂອງຈີນເປັນ 2,23%, ທຶນຄົ້ນຄວ້າພື້ນຖານເພີ່ມຂຶ້ນເກືອບໜຶ່ງເທົ່າ, ດັດຊະນີປະດິດສ້າງໃໝ່ລະດັບໂລກໄດ້ຫຍັບຂຶ້ນຈາກອັນດັບທີ 29 ເປັນອັນດັບທີ 14. ໃນໄລຍະ 5 ປີຜ່ານມາ, ຊາວກະສິກອນຫຼາຍກວ່າ 100 ລ້ານຄົນໄດ້ກາຍເປັນຊາວເມືອງໃໝ່; ຮອດທ້າຍປີ 2019, ລະດັບການຫັນເປັນຕົວເມືອງຂອງປະຊາກອນຈີນໄດ້ຖືກຍົກສູງຂຶ້ນເປັນ 60,6%, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015 ເພີ່ມຂຶ້ນ 4,5%; ເງື່ອນໄຂການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ, ການພັດທະນາແບບປະສານສົມທົບລະຫວ່າງຕົວເມືອງແລະຊົນນະບົດກັນໄດ້ເກີດມີສະພາບການໃໝ່. ໃນໄລຍະ 5 ປີຜ່ານມາ, ການພັດທະນາແບບສີຂຽວຂອງຈີນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ປີ 2019, ການສິ້ນເປືອງໃຊ້ພະລັງງານຕໍ່ຫົວໜ່ວຍ GDP ທຽບໃສ່ປີ 2015 ໄດ້ຫຼຸດລົງ ...

Read More »

“ໜຶ່ງແລວໜຶ່ງເສັ້ນທາງ” ດີຫຼືບໍ່? ມີແຕ່ປະເທດທີ່ເຂົ້າຮ່ວມຈຶ່ງມີສິດປະກອບຄຳຄິດເຫັນທີ່ສຸດ…

ໃຜໆກໍຮູ້ດີແລ້ວວ່າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນສາທາລະນະທົ່ວໂລກທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ນັບມາຮອດເດືອນພຶດສະພາປີນີ້, ໃນທົ່ວໂລກມີ 138 ປະເທດແລະ 30 ອົງການຈັດຕັ້ງສາກົນໄດ້ເຊັນເອກກະສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ 200 ສະບັບ. ນີ້ແມ່ນປະຊາຄົມໂລກໃຫ້ການສະໜັບສະໜູນແລະມີຄວາມໝັ້ນໃຈຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການກະທຳຕົວຈິງ.ຂໍຍົກກເອົາປະເທດລາວເປັນຕົວຢ່າງ. ປະເທດລາວແມ່ນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນອາຊີຕາເວັນອອກສຽງໃຕ້, ການທີ່ “ປະເທດລາວກຳນົດຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ” ແມ່ນຍຸດທະສາດການພັດທະນາຂອງລັດຖະບານສປປລາວ, ທັງແມ່ນຄວາມໃຝ່ຝັນອັນແຮງກ້າໃນການພັດທະນາຂອງປະຊາຊົນລາວ. ສະນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດລາວ, ຈີນ-ລາວໄດ້ຮ່ວມກັນຊຸກຍູ້ການຮ່ວມມືກັນສ້າງພື້ນຖານໂຄງລ່າງ, ໃນນັ້ນເສັ້ນທາງລົດໄຟຈີນ-ລາວແລະທາງດ່ວນວຽງຈັນ-ວັງວຽງຕ່າງກໍຈະກໍ່ສ້າງໃຫ້ສຳເລັດ ແລະ ເປີດແລ່ນລົດໄດ້ໃນທ້າຍປີໜ້າແລະທ້າຍປີນີ້, ເຊິ່ງທາງສອງເສັ້ນນີ້ຈະຊ່ວຍໃຫ້ປະເທດລາວສາມາດເຊື່ອມໂຍງເຂົ້າກັບຕາໜ່າງເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນດ້ວຍທ່ວງທ່າອັນໃໝ່ອ່ຽມ. ເມື່ອບໍ່ດົນມານີ້, ຜູ້ນຳຂອງປະເທດລາວຍັງໄດ້ເວົ້າຕໍ່ຜູ້ນຳຈີນວ່າ: ເສັ້ນທາງສອງເສັ້ນດັ່ງກ່າວມີຄວາມໝາຍສຳຄັນທາງດ້ານຍຸດທະສາດສຳລັບສປປລາວ ເພື່ອຫັນປ່ຽນສະພາບທີ່ເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຫຼາຍປະເທດອ້ອມຂ້າງ. ນອກຈາກນັ້ນ, ປະຊາຊົນທ້ອງຖິ່ນກໍໄດ້ພາກັນເຂົ້າຮ່ວມເຮັດວຽກນຳໂຄງການແລະມີລາຍຮັບຫຼາຍສົມຄວນ. ແຕ່ວ່າ, ເມື່ອຜະລິດຕະພັນສາທາລະນະດັ່ງກ່າວໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກທົ່ວໂລກ, ນັກການເມືອງອາເມຣິກາທີ່ຍຶດຖືແນວຄິດສົງຄາມເຢັນພັດໄດ້ເສກສັນປັ້ນແຕ່ງຄວາມຫຼອກລວງອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ”. ປະເທດທີ່ເຂົ້າຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຕົກຢູ່ໃນສະພາບ: “ກັບດັກໜີ້ສິນ” ແທ້ຫຼືບໍ່? ຄວາມຈິງຈະເປັນຫຼັກຖານທີ່ດີທີ່ສຸດ. ເລີ່ມແຕ່ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເມື່ອປີ 2013 ເປັນຕົ້ນມາ, ຕົວເລກສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນໜີ້ສິນຂອງປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງນັ້ນ, ໜີ້ສິນກ່ຽວກັບໂຄງການຮ່ວມມືກັບຈີນແມ່ນໜ້ອຍທີ່ສຸດ, ນັບມາຮອດປັດຈຸບັນບໍ່ມີປະເທດໃດໄດ້ຕົກເຂົ້າສູ່ສະພາບອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ” ຍ້ອນການຮ່ວມມືກັບຈີນ. ສຳລັບຫຼາຍປະເທດໃນໂລກແລ້ວ, “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມໝາຍແນວໃດ? ພຶດຕິກຳຕົວຈິງໃນ ...

Read More »