ເປັນໄປໄດ້ ຫຼື ບໍ່ໄດ້ຂຶ້ນຢູ່ກັບທັດສະນະແນວຄິດຂອງທ່ານເອງ Possibility Mindset

ຄວາມເປັນໄປໄດ້ (Possibility) ເປັນຄຳເວົ້າທີ່ມັກໄດ້ຍິນເລື້ອຍໆ ເຊິ່ງໝາຍເຖິງ ໂອກາດ ຫຼື ຄວາມອາດສາມາດທີ່ຈະເປັນໃນສິ່ງໃດໜຶ່ງ ເຊັ່ນວ່າ: ອາດປະສົບຜົນສຳເລັດ ຫຼື ອາດຈະບໍ່ສຳເລັດຜົນ, ອາດຈະມີຜົນກະທົບ ທາງດ້ານລົບ ຫຼື ດ້ານບວກ ແຕ່ຖ້າໃຫ້ເວົ້າເປັນຕົວເລກ ສິ່ງທີ່ຊ່ວຍເຮັດໃຫ້ທ່ານຜູ້ອ່ານພໍຄິດພາບອອກກໍຄົງເປັນ ຄຳເວົ້າທີ່ວ່າ “ມີໂອກາດ 50-50%”. ໃນໄລຍະທີ່ຜ່ານມາ ຜູ້ຂຽນກໍໄດ້ມີໂອກາດອ່ານປື້ມເຫຼັ້ມໜຶ່ງ ທີ່ໄດ້ກ່າວ ເຖິງຄຳວ່າ “Possibilist” ທີ່ມີຄວາມໝາຍວ່າ “ບຸກຄົນທີ່ເຊື່ອໃນຄວາມເປັນໄປໄດ້” ເຊິ່ງເປັນຜູ້ທີ່ບໍ່ຄາດຫວັງ ໂດຍບໍ່ມີເຫດຜົນ ແລະ ບໍ່ຢ້ານ ໂດຍບໍ່ມີເຫດຜົນເຊັ່ນກັນ, ບຸກຄົນດັ່ງກ່າວມີຂະບວນການໃຊ້ຄວາມຄິດ ແລະ ຕັດສິນໃຈ ບົນພື້ນຖານຂອງເຫດຜົນທີ່ມີຄວາມເປັນໄປໄດ້ ເຊິ່ງເປັນທັດສະນະຄະຕິທີ່ໜ້າສົນໃຈ ຈົນຢາກເອົາມາ ບອກເລົ່າໃຫ້ທ່ານຜູ້ອ່ານຟັງກ່ຽວແນວຄິດຄວາມເປັນໄປໄດ້ (Possibility Mindset) ວ່າມີອິດທິພົນແນວໃດຕໍ່ ການປະສົບຜົນສຳເລັດ.

ບຸກຄົນທີິ່ປະສົບຜົນສຳເລັດບໍ່ວ່າໃນສາຍງານ ຫຼື ທຸລະກິດໃດໜຶ່ງ ເຊັ່ນ: ນັກເທນນິສຊື່ດັງ ເຊເລນ້າ ວິວລ້ຽມ (Serena Williams), ນັກຮ້ອງລະດັບໂລກ ບີຢອນເຊ່ (Beyonce), ນັກທຸລະກິດ ແລະ ນັກລົງທຶນຊື່ດັງ ຣິຊາດ ບຣານຊັນ (Richard Branson) ລ້ວນແລ້ວແຕ່ມີສິ່ງໜຶ່ງທີ່ຄືກັນ ນັ້ນກໍຄື ແນວຄິດຄວາມທີ່ເປັນໄປໄດ້ ເຊິ່ງພວກເຂົາສາມາດຈິນຕະນາການເຖິງຄວາມສຳເລັດຂອງຕົນໃນອະນາຄົດ ແລະ ທ່ານກໍສາມາດເຮັດໄດ້ເຊັ່ນກັນ ພຽງແຕ່ທ່ານຈຳເປັນຕ້ອງມີຄວາມຕັ້ງໃຈ ແລະ ຄວາມເອົາໃຈໃສ່. ຄົນສ່ວນໃຫຍ່ມັກຈະເຂົ້າໃຈຜິດວ່າ ທັດສະນະແນວຄິດຄວາມເປັນໄປໄດ້ແມ່ນອັນດຽວກັນກັບ ທັດສະນະແນວຄິດບວກ (Positive Thinking) ເຊິ່ງໃນເປັນຄວາມຈິງແມ່ນຄົນລະອັນ ແລະ ມີຄວາມແຕກຕ່າງກັນ ເພາະທັດສະນະແນວຄິດບວກ ໝາຍເຖິງ ການຄິດຫາດ້ານດີໃນສະຖານະການທີ່ເຄັ່ງຕຶງ ຫຼື ໂຫດຮ້າຍທີ່ເກີດຂຶ້ນໃນຂະນະນັ້ນ ເພື່ອເປັນການເຮັດໃຫ້ທ່ານຮູ້ສຶກດີຂຶ້ນ ແຕ່ມັນບໍ່ໄດ້ຊ່ວຍໃນການແກ້ໄຂບັນຫາໂດຍກົງ. ແຕ່ທັດສະນະແນວຄິດຄວາມເປັນໄປໄດ້ ແມ່ນກ່ຽວຂ້ອງ ກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ໂດຍການກະທຳໃດໜຶ່ງທີ່ປ່ຽນຈາກສິ່ງທີ່ທ່ານຄິດວ່າບໍ່ສາມາດເຮັດໄດ້ ໃຫ້ກາຍເປັນສິ່ງທີ່ທ່ານສາມາດເຮັດໄດ້, ປ່ຽນຈາກສິ່ງທີ່ເປັນໄປບໍ່ໄດ້ ໃຫ້ເປັນໄປໄດ້ ແລະ ເກີດຂຶ້ນແທ້ໃນອະນາຄົດນັ້ນເອງ.

ການມີິແນວຄິດຄວາມເປັນໄປໄດ້ ຄືການບໍ່ຫຼີກໜີຈາກບັນຫາ ຫຼື ຄວາມບໍ່ສຳເລັດຜົນ ໂດຍການເບິ່ງຄວາມບໍ່ສຳເລັດຜົນໃນແງ່ມຸມທີ່ຖຶືກຕ້ອງ ກໍຄື ການເຂົ້າໃຈວ່າ ຄວາມບໍ່ສຳເລັດຜົນ ເປັນການຮຽນຮູ້ສິ່ງຜິດພາດ ແລະ ເປັນບົດຮຽນທີ່ນຳເຮົາໄປສູ່ທາງທີ່ຖືກຕ້ອງ ແລະ ວິທີການທີ່ດີກວ່າ ເຊິ່ງມັນຈະຊ່ວຍໃຫ້ຄວາມຢ້ານໃນການບໍ່ປະສົບຜົນສຳເລັດຫຼຸດລົງ. ຄົນສ່ວນໃຫຍ່ມັກປະສົບບັນຫາ ໃນການບໍ່ກ້າມີຄວາມຝັນທີ່ຈະເຮັດ ຫຼື ເປັນໃນສິ່ງໃດໜຶ່ງ ບໍ່ກ້າຝັນໄກ ຫຼື ຄິດການໃຫຍ່ ຫຼື ຝັນໄກແຕ່ໄປບໍ່ເຖິງ ຍ້ອນຄວາມຄິດທີ່ວ່າມັນເປັນໄປບໍ່ໄດ້ ມັນຕ້ອງບໍ່ປະສົບຜົນສຳເລັດ ແລະ ຢ້ານກ່ອນທີ່ຈະລົງມືເຮັດຕົວຈິງຊ້ຳ ທັງທີ່ສິ່ງທີ່ຢາກເຮັດນັ້ນອາດປະສົບຜົນສຳເລັດກໍໄດ້.

ດັ່ງນັ້ນ ແນວຄິດນີ້ຈຶ່ງມີຄວາມຈຳເປັນຕໍ່ທຸກຄົນທີ່ຄິດຈະລິເລີ່ມເຮັດສິ່ງໃດໜຶ່ງ ໂດຍການຝຶກຕົນເອງ ໃຫ້ເປັນຜູ້ທີ່ແນມຫາໂອກາດໃນສິ່ງທີ່ທ່ານຄິດວ່າຍາກ ແນມຫາຄວາມເປັນໄປໄດ້ໃນທຸກອຸປະສັກ ຫຼາຍກວ່າທີ່ຈະແນມຫາຂໍ້ຈຳກັດ ຫຼື ເຫດຜົນວ່າຍ້ອນຫຍັງຈຶ່ງເຮັດບໍ່ໄດ້ ອັນເປັນສິ່ງຖ່ວງດຶງ ແລະ ຕອກຢ້ໍາໃຫ້ທ່ານຄິດວ່າ ແນວໃດກໍເປັນໄປບໍ່ໄດ້. ບຸກຄົນທີ່ເຊື່ອໃນຄວາມເປັນໄປໄດ້ ມັກຈະພິຈາລະນາເບິ່ງບັນຫາ ແລະ ວິເຄາະອຸປະສັກ ເພື່ອຫາວີທີແກ້ໄຂ ຫຼື ວິທີທີ່ຈະເຮັດໃຫ້ຄວາມຝັນຂອງຕົນເອງເປັນໄປໄດ້ ແນ່ນອນວ່າພວກເຂົາເຫຼົ່ານັ້ນກຽມທາງອອກ ແລະ ວິທີການຕ່າງໆໄວ້ຫຼາຍກວ່າໜຶ່ງທາງ ເນື່ອງຈາກພວກເຂົາເຫັນຄວາມເປັນໄປໄດ້ ແລະ ໂອກາດໃນທຸກວິທີທີ່ພວກເຂົາຄິດອອກ ແລະ ການທີ່ບໍ່ຍອມແພ້ງ່າຍໆນັ້ນເອງ. ພວກເຂົາຖືເອົາຄວາມບໍ່ສຳເລັດຜົນເປັນຕົວຕັດສິນວ່າ ວິທີໃດໃຊ້ໄດ້ ແລະ ວິທີໃດໃຊ້ບໍ່ໄດ້ ວິທີໃດດີກວ່າ ແລະ ວິທີໃດບໍ່ສຳເລັດຜົນໜ້ອຍທີ່ສຸດ. ໃນຂະນະດຽວກັນກໍຈິນຕະນາການວ່າພວກເຂົາຕ້ອງປະສົບຜົນສຳເລັດ ຢ່າງແນ່ນອນ ບໍ່ດ້ວຍວິທີໃດກໍດ້ວຍວີທີໜຶ່ງ. ການທີ່ຈະພິສູດໄດ້ວ່າ ມັນຈະປະສົບຜົນສຳເລັດ ຫຼື ບໍ່ນັ້ນ ກໍຄືຈຳເປັນຕ້ອງທຳການທົດລອງເຮັດຕົວຈິງ ໃນທຸກວິທີການ ເພື່ອພິສູດ ແລະ ຄົ້ນຫາວິທີການ ຫຼື ທາງເລືອກທີ່ດີທີ່ສຸດ ເຊິ່ງອາດພົບວ່າມີທາງເລືອກ ຫຼື ວິທີການທີ່ດີຫຼາຍກວ່າໜຶ່ງທາງກໍເປັນໄດ້.

ການຈະລົງມືເຮັດທຸລະກິດໃດໜຶ່ງ ຈຳເປັນຕ້ອງມີການວາງແຜນ ແລະ ປະເມີນຄວາມເປັນໄປໄດ້ ໂດຍ ທົ່ວໄປມັກນຳໃຊ້ວິທີການ SWOT Analysis ທີ່ໃຊ້ປະເມີນເບິ່ງຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ ໂດຍລວມຂອງຕົວທຸລະກິດ ເຊິ່ງຈຸດນີ້ເອງທີ່ອາດເຮັດໃຫ້ຫຼາຍຄົນຮູ້ສຶກທໍ້ຖອຍ ແລະ ຄິດວ່າທຸລະກິດທີ່ຈະເຮັດນັ້ນ ເປັນໄປບໍ່ໄດ້ ເມື່ອຜົນປະເມີນຊີ້ໃຫ້ເຫັນວ່າ ມີຈຸດອ່ອນຫຼາຍກວ່າຈຸດແຂງ ແລະ ມີອຸປະສັກຫຼາຍກວ່າໂອກາດ. ກ່ອນອື່ນທ່ານຕ້ອງມີຄວາມເຂົ້າໃຈວ່າ ການປະເມີນດັ່ງກ່າວເປັນວິທີການຫາສິ່ງທີ່ທ່ານຄວນສືບຕໍ່ປະຕິບັດ ແລະ ພັດທະນາ ພ້ອມກັບຊອກຫາສິ່ງທີ່ເປັນຕົ້ນຕໍຂອງບັນຫາໃນການເຕີບໂຕຂອງທຸລະກິດ ເພື່ອກຳຈັດ ແລະ ແກ້ໄຂ ບັນຫາເຫຼົ່ານັ້ນ ບໍ່ແມ່ນວິທີການທີ່ເຮັດຂຶ້ນເພື່ອຊ້ຳເຕີມຕົນເອງ. ເມື່ອຮູ້ເຖິງບັນຫາທີ່ແທ້ຈິງແລ້ວ ທ່ານສາມາດວິເຄາະວ່າ ບັນຫານີ້ຕ້ອງການສິ່ງໄດ້ມາແກ້ໄຂ ຊ່ອງວ່າງນີ້ຄວນເອົາສິ່ງໃດມາອັດໄວ້ ເຊິ່ງທຸກວິທີການທີ່ທ່ານຄິດ ອອກ ຫຼື ທຸກຄຳເຫັນຈາກການລະດົມສະໝອງລ້ວນແລ້ວແຕ່ມີຄວາມເປັນໄປໄດ້ ໂດຍເປັນການຄິດແບບມີແຜນສຳຮອງ ຕົວຢ່າງ: ຫາກເຮັດວິທີ (ກ) ບໍ່ສຳເລັດ ກໍໃຫ້ລອງເຮັດວິທີ (ຂ) ຫຼື (ຄ) ຫຼື ອາດປະສົມກັນລະຫວ່າງສອງວິທີ ໂດຍຄັດເລືອກເອົາສິ່ງທີ່ສາມາດເຮັດໄດ້ແທ້ຜ່ານການທົດລອງ ລົງມືເຮັດ ມາດັດປັບເຂົ້າກັນເປັນອີກໜຶ່ງວິທີໃໝ່ ເພື່ອປ່ຽນຈາກຄຳວ່າ ຈຸດອ່ອນ ແລະ ອຸປະສັກ ໃຫ້ເປັນຈຸດແຂງ ແລະ ໂອກາດໃນການປະເມີນໃນອະນາຄົດ ຫຼື ຄັ້ງຕໍ່ໄປ. ຫຼັງຈາກນັ້ນ ທ່ານກໍຈະເຫັນເປັນຮູບປະທຳວ່າ ສິ່ງທີ່ເຮັດບໍ່ໄດ້ໃນເມື່ອກ່ອນ ກາຍເປັນສິ່ງທີ່ເຮັດໄດ້ໃນຕອນນີ້ໄດ້ແນວໃດ. ແນ່ນອນວ່າຫາກທ່ານບໍ່ມີແນວຄວາມຄິດເປັນໄປໄດ້ ເອົາແຕ່ຊອກຫາເຫດຜົນເພື່ອຍອມແພ້ ແລະ ຍົກທຸງຂາວໃຫ້ກັບຂໍ້ຈຳກັດທີ່ຕົນເອງພົບພໍ້ ຈາກທີ່ທ່ານມີໂອກາດເປັນໄປໄດ້ທີ່ຈະສຳເລັດ 50% ກໍຈະເຫຼືອແຕ່ 0% ທັນທີ.

ເມື່ອເວົ້າເຖິງຂໍ້ຈຳກັດທີ່ເປັນຕົວຂັດຂວາງແນວຄິດເປັນໄປໄດ້ໃນຕົວບຸກຄົນແລ້ວ ສ່ວນໃຫຍ່ ກໍແມ່ນ 2 ຂໍ້ຈຳກັດຫຼັກ ກໍຄື ເວລາ ແລະ ເງິນ. ຫຼາຍຄົນມັກມີຄຳເວົ້າຕິດປາກວ່າ ຄິດຈະເຮັດຢູ່ ແຕ່ບໍ່ມີເວລາ ເຊິ່ງໃນຄວາມເປັນຈິງແລ້ວ ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ. ການຈະມີເວລາເຮັດສິ່ງໃດໜຶ່ງ ຈຶ່ງໝາຍເຖິງ ການຈັດສັນເວລາ ແລະ ຈັດລຳດັບຄວາມສຳຄັນຂອງສິ່ງທີ່ທ່ານຈະເຮັດ ຫາກທ່ານອ້າງວ່າ ຂໍ້ຈຳກັດຂອງທ່ານ ຄື ການບໍ່ມີເວລາເຮັດໃຫ້ເລື່ອງດັ່ງກ່າວເປັນໄປບໍ່ໄດ້ ເພາະມັນໝາຍຄວາມວ່າທ່ານບໍ່ໄດ້ໃຫ້ຄວາມສຳຄັນກັບສິ່ງນັ້ນຫຼາຍພຽງພໍທີ່ຈະເອົາເລື່ອງດັ່ງກ່າວ ເຂົ້າມາໃນຕາຕາລາງເວລາຂອງທ່ານ ເພາະໂດຍທົ່ວໄປແລ້ວ ຄົນເຮົາຈະຫາໂອກາດ ແລະ ເວລາໃຫ້ສິ່ງທີ່ຢາກເຮັດແທ້ໆສະເໝີ. ໃນບາງຄັ້ງທ່ານອາດຕົກຢູ່ໃນສະຖານະການທີ່ຕ້ອງເລືອກເຮັດຢ່າງໃດຢ່າງໜຶ່ງ ແຕ່ທ່ານສາມາດມອບໝາຍວຽກທີ່ທ່ານເຮັດສຳເລັດແລ້ວ ໃຫ້ຜູ້ອື່ນເຮັດແທນໂດຍມີທ່ານຜູ້ຊີ້ນຳກໍໄດ້ ເພື່ອທ່ານຈະໄດ້ເອົາເວລາຈາກວຽກໂຕນີ້ ໄປເລີ່ມເຮັດສິ່ງໃໝ່ທີ່ທ່ານຢາກເຮັດ ແຕ່ບໍ່ຄວນເອົາສະຖານະການດັ່ງກ່າວມາເປັນຂໍ້ຈຳກັດ ແລ້ວບໍ່ເຮັດຫຍັງເລີຍ. ສ່ວນການບໍ່ມີເງິນນັ້ນກໍຖືວ່າເປັນບັນຫາໃຫຍ່ ແຕ່ກໍບໍ່ໄດ້ແປວ່າບໍ່ມີທາງແກ້ໄຂ ກ່ອນອື່ນໝົດ ທ່ານຕ້ອງຮູ້ວ່າທຸລະກິດທີ່ທ່ານຈະເຮັດນັ້ນຕ້ອງໃຊ້ງົບປະມານເທົ່າໃດແທ້ ຫຼັງຈາກນັ້ນກໍຕ້ອງພິຈາລະນາວ່າ ສາມາດຫາເງິນທຶນໄດ້ຈາກໃສແດ່ ເຊັ່ນ: ແບ່ງຈາກເງິນສະສົມເພື່ອການລົງທຶນ, ແບ່ງຈາກເງິນເດືອນ, ຫາລາຍໄດ້ເພີ່ມ, ການຮ່ວມທຶນກັບຜູ້ທີ່ທ່ານໄວ້ໃຈ, ການສະເໜີໂຄງການໃຫ້ຜູ້ທີ່ມີເງິນທຶນທີ່ສົນໃຈ ແລະ ທ່ານປະກອບທຶນເປັນແຮງງານ, ການກູ້ຢືມກັບທະນາຄານ ເປັນຕົ້ນ.

      ສະຫຼຸບແລ້ວ ແນວຄິດຄວາມເປັນໄປໄດ້ແມ່ນມີຄວາມສຳຄັນຫຼາຍໃນການດຳເນີນທຸລະກິດ ເຊິ່ງຜູ້ດຳ ເນີນທຸລະກິດ ຕ້ອງມີຄວາມເຊື່ອໝັ້ນທີ່ຈະກ້າວຂ້າມອຸປະສັກ ແນມຫາໂອກາດ ແລະ ຊ່ອງທາງຈາກບັນຫາ ແລະ ຂໍ້ຈຳກັດ ກ້າທີ່ຈະທົດລອງ ເຖິງແມ່ນວ່າໂອກາດທີ່ເປັນໄປໄດ້ອາດມີພຽງ 50% ຫຼື ຕ່ຳກວ່ານັ້ນ ດ້ວຍຄວາມຫວັງ ທີ່ຈະພິກວິກິດໃຫ້ເປັນໂອກາດ ຫຼື ອາດເອີ້ນໄດ້ວ່າເປັນການສ່ຽງດວງທີ່ຈະສົບຜົນສຳເລັດກໍໄດ້. ການຊື້ຫວຍເລກ ສອງຕົວທີ່ຜູ້ຊື້ມີໂອກາດຖືກພຽງ 1% ຜູ້ຊື້ກໍຍັງຊື້ດ້ວຍຄວາມເຊື່ອໝັ້ນ ແລະ ມີຄວາມຫວັງວ່າ ຕ້ອງມີງວດໃດໜຶ່ງ ທີ່ຕົນຈະຕ້ອງຖືກຫວຍ ແລະ ໄດ້ລາງວັນທີໜຶ່ງຢ່າງແນ່ນອນ ແລ້ວເປັນຫຍັງເຮົາຈຶ່ງຈະບໍ່ລອງສູ້ເພື່ອໄຂວ່ຄວ້າຫາ ໂອກາດຄວາມສຳເລັດໃຫ້ແກ່ຕົນເອງ.

to be possible or not

depends on your possibility mindset

Possibility is a term commonly spoken of when refer to opportunities or capability to do something. For example, possibility for success, or possibility of yielding negative or positive impacts. If we give possibility a number, it would be something like a “50-50 percent chance.” Previously, the writer had an opportunity to read a book which talks about “Possibilist” meaning “a person who believes in possibility.” This kind of person do not expect and afraid of something irrationally i.e. he/she will always base their thinking and decision-making on reasons and possibility. This perspective is so interesting that the writer would like to share with all of you so that we will all see how a possibility mindset can lead us to success.

Successful people in different career or business path, such as the world famous tennis player, Serena Williams; global singing icon, Beyonce; as well as the well-known investor, Richard Branson, all have one thing in common which is a possibility mindset. They would always picture their future success in mind. You can do the same thing only if you have to pay close attention to it. Most people tend to misunderstand that possibility mindset and positive thinking are identical. In fact, they are totally different. Whereas positive thinking will focus on being positive in a stressful or intense circumstance just to make yourself feel better, but not to tackle the problem you are dealing with directly, possibility mindset is closely related to things that might happen in the future by transforming an idea many people believe to be impossible into a possible and tangible outcome in the future.

Possibility mindset teaches us not to avoid problems or failure, but to look at failure with the right viewpoint. Failure is an opportunity to learn from mistakes so that we can use such experience to do better next time. This will help reducing our fear for failure. Most people struggle with not having enough courage to follow their dream or think big because they believe that it is impossible to achieve. They fail even before they start doing it without realizing the possibility for success.

Thus, this mindset is highly necessary for everybody who wants to start doing something. Once you encounter with something that seems difficult to achieve, please try to look for the possibility for achievement in it rather than obstacles or reasons that will obstruct you from not carrying on. Those who believe in possibility are more likely to scrutinize problems in order to look for ways to overcome such obstacles or ways to reach their dream. Obviously, they would come up with several ways to succeed without giving up easily because they see the possibility in it. They regard failure as an indicator of which method works, which is better, and which is the least effective. At the same time, they will always picture success in their head in order to keep reminding that they can do it one way or another. To know for sure whether you can succeed or not is to begin doing something by using whatever method you can find to prove that it is possible. If you try hard enough, you will find several ways in address issues you may encounter along the way.

To do business, you need a plan and the possibility assessment. Usually, SWOT analysis is used for the overall evaluation of strengths, weaknesses, opportunities and threats. At this point, people seem to give up easily in case when they find out that there are more weaknesses and threats than strengths and opportunities. However, you have to understand that SWOT analysis is to help you find out ways to continue and develop your business, while discovering main issues that would obstruct your business growth. This kind of assessment is not to discourage you from continuing. Once you realize the real problems, you can now analyze them in order to find out solutions or things to fill any gap you discover. Every solution or brainstorm idea you can come up with are all possible and can serve as your back up plans. For instance, if you try a choice (a) and it does not work, you can continue with an option (b) or (c) in combination. To know which method is possible is to experiment it through practice, learn from it and adjust it well until it enables you to turn weaknesses and obstacles into strengths and opportunities in your future assessment. After that, you will start to see how to make things from what were believed to be impossible in the past possible in the present. Certainly, if you still think that it is impossible and keep finding yourself reasons to raise a white flag to any issue you encounter, the possibility for success will immediately drop from 50% to 0%.

There are two major restrictions that obstruct us from having a possibility mindset, namely time and money. It is common to hear people say that they decide not to do something due to the lack of time. Actually, we all have the same 24 hours a day. Having time to do something means that you have to give it time and priority. If you claim that you have no time for it, it just means that you do not really care about it that much that you should add it to your schedule. In general, people will always find time for things they like. Sometimes, you may be able to choose to do only one thing. You might ask other people to help you dealing with other things so that you will have more time to engage in something you are interested without making excuse about time again. In terms of money, while it is a big issue, there are solutions for it. At first, you have to at least know how much you actually need to start this business. Then you can begin to think about where you can acquire such budget, namely from your own savings, salary or extra income. You can also establish your business through joint venture, fund supported by external investors, available labor forces, loan from banks and so on.

In summary, possibility mindset is truly crucial in doing business. Entrepreneurs must believe in their own capability to overcome obstacles, while discovering opportunities from problems and restrictions encountered. They should have the courage to try out despite an only 50% or lower chance for success. Sometimes, we have to take risks in order to succeed. Even though we know that there is only a 1% chance of winning lottery prizes, we buy it anyway. Then, why do we not try to fight for our own success?

Comments