ຄິບ ຂ່າວ

ໂຮງໝໍແຂວງຫຼວງນ້ຳທາໄດ້ຮັບອຸປະກອນເຄື່ອງມືຜ່າຕັດຕາ

ອົງການໃຈບຸນກຸສົນ (DIC) ນໍາເອົາອຸປະກອນຜ່າຕັດແກ່ນຕາຂຸ້ນ,ແວ່ນຕາຂະຫຍາຍ,ໂຄມໄຟຜ່າຕັດ,ເຄື່ອງຫ້າມເລືອດ ແລະ ອື່ນໆ…ລວມມູນຄ່າ 31.252 ໂດລາສະຫະລັດ. ຄຣິບຂ່າວ ໂຮງໝໍແຂວງຫຼວງນ້ຳທາໄດ້ຮັບອຸປະກອນເຄື່ອງມືຜ່າຕັດຕາລວມມູນຄ່າ 267,235 ,000 ກີບ Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 20, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ

Read More »

ຖ່າຍທອດສົດ ປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII  ທີ່ໄດ້ດໍາເນີນມາແຕ່ວັນທີ 20 ພະຈິກ 2018 ໄດ້ປິດລົງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ທັນວາ 2018  ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງວໍລະຈິດ, ເລຂາທິກາານໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະລັດຖະມົນຕີຈາກແຕ່ລະກະຊວງ. 21-12-2018 Posted by ໂທລະພາບເເຫ່ງຊາດລາວ ທຊລ 1 on Thursday, December 20, 2018 ຂອບໃຈໂທລະພາບແຫ່ງຊາດ

Read More »

ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນ

ແຈ໊ກ ໝ່າ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ໂທນີ ໝ່າ ຜູ້ບໍລິຫານເທນເຊັນ ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີ ຄວາມພະຍາຍາມບໍ່ຢຸດຢັ້ງ ມີແນວຄິດສ້າງສັນທີ່ຍິ່ງໃຫຍ່ ສົ່ງເສີມການເຕີບໂຕຂອງເສດຖະກິດ ໃນໄລຍະ 40 ປີທີ່ຜ່ານມາ. ໃຫ້ກຽດມອບໂດຍການນໍາສູງສຸດຂອງປະເທດຈີນ ໃນງານໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງການຄົບຮອບ 40 ປີແຫ່ງການປະຕິຮູບປະເທດ ແລະ ເປີດປະຕູສູ່ໂລກພາຍນອກ 18 ທັນວາ 1978-2018 ນະຄອນຫຼວງປັກກິງ ສປຈີນ. LIVE: President Xi Jinping delivers a speech at a conference celebrating the 40th anniversary of China's reform and opening up. Posted by China Xinhua News on Monday, December 17, ...

Read More »

ເມືອງຊໍາໃຕ້ ເປີດປີທ່ອງທ່ຽວຕິດພັນກັບການອະນຸຮັກວັດທະນະທໍາ ແລະ ສົ່ງເສີມການຜະລິດ

ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ   ຮອງເຈົ້າເມືອງໆຊຳໃຕ້ ກ່າວໃນໂອກາດພິທີເປີດປີທ່ອງທ່ຽວລາວຕິດພັນກັບການອະນຸຮັກ-ຮັກສາວັດທະນະທຳ ແລະ ສົ່ງເສີມຜະລິດຕະພັນ ຫັດຖະກຳ-ກະສິກໍາ ປະຈຳປີ 2018 ວ່າ:  ເມືອງຊຳໃຕ້ເປັນເມືອງພູດອຍ  ມີຄວາມອຸດົມສົມບູນໄປດ້ວຍແຫຼ່ງອາລິຍະທຳທາງປະຫວັດສາດ ແລະ ທໍາມະຊາດເຊັ່ນ:  ມີວັດວາອາຮາມທີ່ເກົ່າແກ່,  ມີຫ້ວຍນໍ້າລຳເຊ ຫຼາຍສາຍທີ່ສາມາດ ສ້າງເປັນເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ  ແລະ ກາງ, ມີພູຜາປ່າໄມ້ອັນຂຽວງາມຕະຫຼອດລະດູ.  ການຈັດງານເປີດປີທ່ອງທ່ຽວລາວ ໃນປີ 2018 ນີ້ສຸດທີ່ມີຄວາມສໍາຄັນນອກຈາກຈະເປັນການເປີດກວ້າງໃຫ້ແຂກພາຍໃນ ແລະ ພາຍນອກ ໄດ້ຮັບຮູ້ເຖິງແຫຼ່ງທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດ, ທຳມະຊາດພາຍໃນເມືອງແລ້ວ, ຍັງເປັນການສົ່ງເສີມອະນຸຮັກ-ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າໃຫ້ຄົງຢູ່ ແລະ ຄຽງຄູ່ກັນນີ້ ຍັງໄດ້ມີການສົ່ງເສີມບັນດາຜະລິດຕະພັນ ຫັດຖະກຳ ແລະ ກະສິກໍາ ເປັນສິນຄ້າ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ທັງຕິດພັນກັບການທ່ອງທ່ຽວ, ເປັນການສ້າງລາຍຮັບໃຫ້ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ, ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເມືອງຊຳໃຕ້ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ພິເສດເມືອງຊຳໃຕ້  ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງທີ່ງົດງາມ ແລະ ໜ້າທ່ຽວຊົມເປັນຕົ້ນແມ່ນ:  ຖໍ້າພະຍານາກ ຜາໜ່າງວິລະຊົນ ບ້ານເມືອງເກິນ,  ນໍ້າຕົກຕາດຜາຫວ່າງ  ບ້ານປາວເໜືອ, ນໍ້າຕົກຕາດແກ້ງວັງໄນ,  ທ່ຽວຊົມປ່າໄມ້ໃຫຍ່ໂລ່ງເລງ,  ຂີ່ເຮຶອເລາະຊົມທຳມະຊາດ ນໍ້າຊຳຕອນໃຕ້,  ມ້າມະນີກາບຖໍ້າຜາຮໍ,  ພະທາດເຈດີວັດສີມຸງຄຸນ ບ້ານເກົ່າວຽນໃຕ້, ທ່ຽວຊົມຜະລິດຕະພັນຜ້າໄໝມ້ອນ ແລະ ອື່ນໆ. ນໍ້າຕົກຕາດ ຜາຫວ່າງ ທີ່ບ້ານປາວເໜືອ ເມືອງຊຳໃຕ້ ແຂວງຫົວພັນ. ພິທີເປີດງານດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ຢ່າງຄຶກຄື້ນມ່ວນຊື່ນ ໂດຍມີ ທ່ານ ເພີດ ມາປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ...

Read More »

ແຂວງບໍ່ແກ້ວ ເປັນເຈົ້າພາບຈັດກອງປະຊຸມ ໄອຊີທີ

ວັນທີ 11-12 ທັນວາ 2018 ຢູ່ທີ່ພະແນກໂທລະຄົມ ມະນາຄົມ ແລະ ການສື່ສານ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ວຽກງານ “ໄອທີຊີ”  ແຂວງພາກເໜືອ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ເພັງສອນ ແກ້ວວິໄລ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ທ່ານ ບຸນທອງ ແສງສີກອງ ກໍາມະການພັກແຂວງ ຫົວໜ້າພະແນກໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍ່ແກ້ວ. ກອງປະຊຸມໄດ້ປຶກສາ 3 ຫົວຂໍ້ໃຫຍ່ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ ເຂົ້າສູ່ລະບົບ ມີປະສິດທິພາບສູງ ແລະ ເປັນເອກະພາບ ໃນແຕ່ລະແຂວງ (ລາຍລະອຽດຕິດຕາມຄຣິບຂ່າວ) ສໍາເລັດກອງປະຊຸມ ຖອດຖອນບົດຮຽນ ວຽກງານ ໄອຊີທີ 4 ແຂວງພາກເໜືອ. 13,12,2018(ຂ່າວ:ຄອນສິນ ສະຕິ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, December 12, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ເຊໂປນ ພ້ອມເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ

ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງໆເຊໂປນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ ຂະບວນການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ຈະຈັດຂຶ້ນໃນວັນທີ 17-22 ທັນວາ 2018 ທາງເມືອງແມ່ນມີຄວາມພ້ອມແລ້ວ 100%. ທ່ານຍັງໃຫ້ຮູ້ຕື່ມວ່າ:ເມືອງເຊໂປນ ເປັນເມືອງຊົນນະບົດ ເປັນເມືອງທີ່ມີປະຫວັດສາດໃນການຮ່ວມຕໍ່ສູ້ກູ້ຊາດ ແລະ ໄດ້ຮັບນາມມະຍົດ ເປັນເມືອງວິລະຊົນແຫ່ງຊາດ. ປະກອບມີ 88 ບ້ານ, ມີ 5 ຈຸດສຸມ, ມີ 9.892 ຄອບຄົວ, ມີພົນລະເມືອງ 56.800 ກວ່າຄົນ ມີ 4 ເຜົ່າ: ເຜົ່າລາວ, ຜູ້ໄທ, ເຊິ່ງເຜົ່າຕຣີ ແລະ ມັງກອງ ກວມ 69%. ສິ່ງໂດດເດັ່ນເປັນເອກະລັກທາງດ້ານວັດທະນະທໍາ, ດ້ານວັດຖຸ ຂອງເມືອງ ແມ່ນ: ຄ້ອງບ້າງ ແລະ ບົດຟ້ອນລໍາຕະໂອຍ ຂອງເຜົ່າຕຣີ-ມັງກອງ. ນອກນີ້ຍັງມີ ຫໍພິພິທະພັນ ບັ້ນຮົບລາມເຊິນ 719 , ຜາເນາະ, ນໍ້າຕົກຕາດສະໂຄ່ຍ ...

Read More »

ພິທີມອບໃບຢັ້ງຢືນ ໃຫ້ສອງຮາກຖານເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ 2

ທ່ານ ສົມສັກ ມະຫາພົນ ຮອງເລຂາຊາວໜຸ່ມ ແຂວງບໍ່ແກ້ວ ໄດ້ມອບໃບຢັ້ງຢືນໃຫ້ຮາກຖານຊາວໜຸ່ມ ປປ ລາວ ສາຂາ ລັດວິສາຫະກິດ ໄຟຟ້າລາວ ແລະ ພະແນກຄຸ້ມຄອງລະບົບສົ່ງໄຟຟ້າ ແຂວງ ບໍ່ແກ້ວ ເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ 2.  ພິທີໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2018 ຜ່ານມານີ້ (ລາຍລະອຽດຕິດຕາມຄຣິບຂ່າວ) ປະກາດຮັບຮອງ ຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ສາຂາລັດວິສາຫະກິດໄຟຟ້າລາວ ແລະ ພະແນກຄຸ່ມຄອງລະບົບສົ່ງໄຟຟ້າ ແຂວງບໍ່ແກ້ວ ເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ II # ພາບ ຂ່າວ: ຄໍາເພັງ ສີສະຫວ່າງ ວັນທີ 11/12/2018 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, December 10, 2018 ຂອບໃຈຂໍ້ມູນຈາກ: ສະຖານີໂທລະພາບ ແຂວງບໍ່ແກ້ວ.

Read More »

ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ. (ລາຍລະອຽດຕິດຕາມຊົມຄຣິບຂ່າວ)…. ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018 ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Read More »

ໂຮງໝໍແຂວງຫຼວງນໍ້າທາ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ລົງນາມຮ່ວມມື

ໃນວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ແຂວງຫຼວງນໍ້າທາ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ ໂຮງໝໍແຂວງຫຼວງນໍ້າທາ ສປປ ລາວ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ສປ ຈີນ ລົງນາມໂດຍທ່ານນາງ ດຣ ສອນແກ້ວ ໝັ້ນປະດິດ ຮອງອໍານວຍການໂຮງໝໍແຂວງຫຼວງນໍ້າທາ ແລະ ທ່ານ ກວາງ ເຈິນ ຮອງອໍານວຍການ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ໂດຍຊ້ອງໜ້າພະນັກງານກ່ຽວຂ້ອງສອງຝ່າຍ. ພ້ອມກັນນີ້ທາງຝ່າຍຈີນຍັງຈະໃຫ້ການຮ່ວມມືໃນການຊ່ວຍເຫຼືອຍົກລະດັບທາງດ້ານສຸກເສີນການແພດໃຫ້ກັບ ໂຮງໝໍໃນ 5 ແຂວງພາກເໜືອ ບົນພື້ນຖານການຮ່ວມມືແບບຍືນຍົງ. ກອງປະຊຸມລົງນາມບົດບັນທຶກການຮ່ວມມືລະຫວ່າງໂຮງໝໍ ກິງ ແຂວງສິບສອງພັນນາ ສປ ຈີນ ກັບໂຮງໝໍແຂວງຫລວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 6, 2018

Read More »

ເມືອງຈຳປາສັກ ກະກຽມບູລະນະ ວັດບ້ານເມືອງກາງ

ເມືອງຈຳປາສັກ ກະກຽມບູລະນະ ວັດບ້ານເມືອງກາງ (ພຸດທະວັນນະຣາມ) ເຊິ່ງເປັນວັດເກົ່າແກ່ທີ່ສຸດ ໃນເມືອງຈຳປາສັກທີ່ສ້າງຂຶ້ນໃນສະຕະວັດທີ່ 19 (ຄສ 2042) ໃນວັນທີ 1 ທັນວາ 2018 ທີ່ຜ່ານມາ ອໍານາດການປົກຄອງເມືອງ ຈໍາປາສັກ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ລະດົມທຶນ ບູລະນະ ວັດບ້ານເມືອງກາງ (ພຸດທະວັນນະຣາມ) ຝ່າຍສົງນໍາໂດຍພຣະອາຈານ ມະຫາສຸວັນ ທະລາດ ປະທານ ອພສ ແຂວງຈໍາປາສັກ ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ ເມືອງຈຳປາສັກກະກຽມບູລະນະວັດບ້ານເມືອງກາງເຊິ່ງເປັນວັດທີ່ເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ເມືອງຈຳປາສັກກະກຽມບູລະນະວັດບ້ານເມືອງກາງເຊິ່ງເປັນວັດທີ່ເກົ່າແກ່ທີ່ສຸດໃນເມືອງຈຳປາສັກ Posted by ສະຖານິໂທລະພາບແຂວງຈຳປາສັກ on Wednesday, December 5, 2018 ຂອບໃຈສະຖານີໂທລະພາບແຂວງຈໍາປາສັກ

Read More »