ຄິບ ຂ່າວ

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນ I

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019, ພິທີຈັດຂຶ້ນໃນວັນທີ 14 ມັງກອນ 2019  ຜ່ານມານີ້,  ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 594 ຄົນ ຍິງ 254 ຄົນ ປະກອບມີ 4 ໝວດພາສາ ແລະ 12 ເຜົ່າ. ລາຍລະອຽດຕິດຕາມໄດ້ຈາກຄຣິບຂ່າວລຸ່ມນີ້ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019#ຂ່າວແຂວງອຸດົມໄຊ Posted by ຂ່າວປະຈຳວັນ Daily News Oudomxay on Monday, January 14, 2019 ຂອບໃຈຂໍ້ມູນຈາກ: ຂ່າວປະຈໍາວັນ ອຸດົມໄຊ.

Read More »

ເມືອງ ເຊໂປນ ສອບເສັງນັກຮຽນເກັ່ງຂັ້ນເມືອງ ສົກປີ 2018-2019

ໃນວັນທີ 10 ມັງກອນ 2019 ສຶກສາເມືອງ ເຊ​ໂປນ ​ໄດ້ຈັດການສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ ​ຊັ້ນ​ປໍ5, ມໍ4 ແລະ ​ມໍ7 ທົ່ວ​ເມືອງ​ສົກ​ປີ 2018-2019 ສໍາລັບນັກຮຽນຜູ້ທີ່ມີຄະແນນດີເດັ່ນຈະໄດ້ເປັນຕົວແທນຂອງເມືອງເຂົ້າຮ່ວມແຂ່ງຂັນລະດັບແຂວງ ໃນທ້າຍເດືອນກຸມພາ 2019 ນີ້ ໂດຍທາງເມືອງວາງຄາດໝາຍວ່າການສອບເສັງຂັ້ນເມືອງຈະໃຫ້ໄດ້ 100% ແລະ ຂັ້ນແຂວງຈະໃຫ້ໄດ້ 80%. (ລາຍລະອຽດຕິດຕາມຄຣິບດ້ານລຸ່ມ) ຂ່າວ​ເຊ​ໂປນ10-01-19 ເຊ​ໂປນ​ສອບ​ເສັງ​ນັກ​ຮຽ​ນ​ເກັ່ງ​ຂັ້ນ​ເມືອງ​ຊັ້ນ​ປໍ5,ມໍ4ແລະ​ມໍ7ທົ່ວ​ເມືອງ​ົກ​ປີ2018-2019 Posted by ໂທລະພາບເຊໂປນ on Wednesday, January 9, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບເຊໂປນ.

Read More »

ກອງປະຊຸມການຮ່ວມມືວຽກງານຍຸຕິທໍາ 5 ແຂວງພາກເໜືອກັບແຂວງຢຸນໜານ

ກອງປະຊຸມການຮ່ວມມືວຽກງານຍຸຕິທໍາ ລະຫວ່າງ ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ,ຜົ້ງສາລີ,ອຸດົມໄຊ,ຫຼວງນໍ້າທາ ແລະ ແຂວງຫຼວງພະບາງ ສປປ ລາວ ຮ່ວມມືກັບອົງການໄອຍະການປະຊາຊົນແຂວງຢຸນໜານ ສປ ຈີນ ຄັ້ງທີ 9 ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2019 ທີ່ແຂວງບໍ່ແກ້ວ (ລາຍລະອຽດຕິດຕາມຄຣິບດ້ານລຸ່ມ) ການຮ່ວມມືວຽກງານຍຸຕິທຳລະຫວ່າງ ອົງການໄອຍະການປະຊາຊົນ 5 ແຂວງພາກເໜືອ ສປປ ລາວ ກັບ ອົງການໄອຍະການປະຊາຊົນແຂວງຢຸນນານ ສປ ຈີນ9/1/2019ຂ່າວ: ສາຍສະໝອນ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, January 9, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ທ່ານ ດຣ ພັນຄໍາ ວິພາວັນ ຢ້ຽມຢາມພົບປະການນໍາແຂວງໄຊສົມບູນ

ໃນວັນທີ 8 ມັງກອນ 2019 ທີ່ຜ່ານມາ ທ່ານ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງພົບປະຢ້ຽມຢາມການນໍາແຂວງ ໄຊສົມບູນ ລາຍລະອຽດຕິດຕາມຊົມຄຣິບດ້ານລຸ່ມ: ຂ່າວ ປກສ ແຂວງໄຊສົມບູນ ທ່ານ ດຣ ພັນຄຳ ວິພາວັນ ຮອງປະທ່ານປະເທດ ແຫ່ງ ສປປ ລາວ ລົງພົບປະ ຢ້ຽມຢາມ ການນຳ ແຂວງໄຊສົມບູນ Posted by ຂ່າວ ປກສ ແຂວງໄຊສົມບູນ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ຂ່າວ ປກສ ແຂວງ ໄຊສົມບູນ.

Read More »

ງານບຸນຊົນເຜົ່າ ແຂວງບໍ່ແກ້ວ ຈະຈັດຂຶ້ນທີ່ເດີ່ນກິລາແຂວງ

ທ່ານ ສຸທິດ ມິດສໍາພັນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ບໍ່ແກ້ວ,ກອງເລຂາຄະນະຮັບຜິດຊອບຈັດງານບຸນປະເພນີຊົນເຜົ່າ ໄດ້ເຊີນຊວນບັນດາທ່ານນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານ ບຸນຊົນເຜົ່າ ໃນວັນທີ 12-13 ມັງກອນ 2019 ທີ່ເດີ່ນກິລາແຂວງ. ລາຍລະອຽດສາມາດຕິດຕາມໃນຄຣິບດ້ານລຸ່ມ: ເຊີນຊວນຊາວແຂວງບໍ່ແກ້ວ ທ່ຽວງານບຸນຊົນເຜົ່າ ໃນວັນທີ 12-13 ມັງກອນ 2019 ທີ່ເດີ່ນກິລາແຂວງ ບ້ານປ່າອ້ອຍ ວັນທີ 8/1/2019 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ

Read More »

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດ

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດໃນວັນທີ 3 ມັງກອນ 2019 ພາຍຫຼັງທີ່ຂຶ້ນສູ່ອະວະກາດ ໃນວັນທີ 8 ທັນວາ 2018. ຖືເປັນຜົນສໍາເລັດທາງອະວະກາດຂອງ ສປ ຈີນ ຍິ່ງໃຫຍ່ທີ່ສຸດຂອງໂລກ.   China's Chang'e-4 probe soft-lands on moon's far side A historic first landing! China's Chang'e-4 probe touches down on far side of moon xhne.ws/zPoty Posted by China Xinhua News on Wednesday, January 2, 2019  

Read More »

ເມືອງຫ້ວຍຊາຍ ປະກາດບ້ານສາມັກຄີປອງດອງ

 ພິທີປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງເປັນບ້ານທີ 4 ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ສິງທອງ ວິໄລສຸກ ກໍາມະການພັກແຂວງ,ຮອງປະທານແນວລາວສ້າງຊາດແຂວງບໍ່ແກ້ວ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງ,ຄະນະພັກຮາກຖານ,ອໍານາດການປົກຄອງບ້ານ ເຂົ້າຮ່ວມ. (ຄຣິບຂ່າວ) ປະກາດບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງ ພາບ ຂ່າວ: ບຸນຈັນ ນັກຂ່າວເມືອງຫ້ວຍຊາຍ27/12/2018 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, December 26, 2018   ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ທ່ານ ລຽນ ທິແກ້ວ ລົງຊຸກຍູ້ພື້ນຖານການຜະລິດເປັນສິນຄ້າ ທີ່ເມືອງປາກຊ່ອງ

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ຢ້ຽມຢາມພື້ນຖານການຜະລິດເປັນສິນຄ້າ ທີ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ແລະ ຢ້ຽມຊົມໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າຫ້ວຍເຫ ເພື່ອສະໜອງນໍ້າໃຫ້ເນື້ອທີ່ການຜະລິດປະມານ 2.500 ເຮັກຕາ ໃນ 10 ບ້ານ ຈໍານວນ 1.200 ຄອບຄົວ. (ຄຣິບຂ່າວ) ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລົງຢ້ຽມຢາມພື້ນຖານການຜະລິດ ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລົງຢ້ຽມຢາມພື້ນຖານການຜະລິດເປັນສິນຄ້າທີ່ເມືອງປາກຊ່ອງ Posted by ສະຖານິໂທລະພາບແຂວງຈຳປາສັກ on Tuesday, December 25, 2018   ຂອບໃຈຂໍ້ມູນຈາກ: ໂທລະພາບຈໍາປາສັກ.

Read More »

ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການເຮັດອະນາໄມ ອ້ອມຂ້າງຫໍຫຼັກເມືອງ.

ໃນວັນທີ 25 ທັນວາ 2018 ພະນັກງານພະແນກ ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການອອກແຮງງານລວມ ອະນາໄມອ້ອມຂ້າງຫໍຫຼັກເມືອງ. ເພື່ອກະກຽມໃຫ້ແກ່ການຈັດງານສະເຫຼີມສະຫຼອງຫໍຫຼັກເມືອງຄົບຮອບ 5 ປີ.ທີ່ຈະຈັດຂຶ້ນໃນທ້າຍປີນີ້ (ຄຣິບຂ່າວ) ພະນັກງານພະແນກ ຖວທ ແຂວງບໍ່ແກ້ວ,ສ້າງຂະບວນການອອກແຮງງານລວມ ອານາໄມອ້ອມຂ້າງຫໍຫຼັກເມືອງ. 25.12.2018(ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໝອນ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, December 25, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ທ່ານເຈົ້າແຂວງຈຳປາສັກ ຕ້ອນຮັບຄະນະຜູ້ແທນ ພັກຄອມມູນິດ ສະຫະພັນຣັດເຊຍ

ໃນວັນທີ 18 ທັນວາ 2018 ຜ່ານມາ ທ່ານ ບຸນຖອງ ດີວິໄຊ ເລຂາພັກແຂວງ,ເຈົ້າແຂວງໆ ຈໍາປາສັກໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູ້ແທນພັກຄອມມູນິດ ສະຫະພັນຣັດເຊຍນໍາໂດຍທ່ານ ປຣາບເຟນົບ ອັນດີວິສ ກໍາມະການສູນກາງພັກ ເລຂາອົງຄະນະພັກ ຄອມມູນິດ ສະຫະພັນຣັດເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ. ຄຣິບຂ່າວ ທ່ານເຈົ້າແຂວງຈຳປາສັກຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນພັກຄັອມມູນິດຣັດເຊຍ ທ່ານເຈົ້າແຂວງຈຳປາສັກຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນພັກຄັອມມູນິດສະຫະພັນຣັດເຊຍທີ່ເຂົ້າມາຢ້ຽມຢາມ Posted by ສະຖານິໂທລະພາບແຂວງຈຳປາສັກ on Sunday, December 23, 2018 ຂອບໃຈຂໍ້ມູນຈາກ:ໂທລະພາບແຂວງຈໍາປາສັກ

Read More »