ສວນຊາ 400 ປີ ບ້ານກໍແມນ ຊາດີທີ່ສຸດໃນລາວ ທັງສ້າງລາຍຮັບໃຫ້ກັບປະຊາຊົນໄດ້ເປັນຢ່າງດີ.

ບ້ານກໍແມນ ເປັນບ້ານທີ່ຂຶ້ນກັບເມືອງຜົ້ງສາລີ ແຂວງຜົ້ງສາລີ ຈາກບ້ານໄປຫາເທດສະບານແຂວງມີຄວາມຍາວ 15 ກິໂລແມັດ, ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ. ຕາມການບອກເລົ່າຂອງຜູ້ອາວຸໂສໃນສະໄໝກ່ອນ ບອກວ່າບ້ານກໍແມນ ມີຊື່ວ່າ (ບ້ານລຸງຈິງ) ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນໄດ້ 7 ຊົ່ວຄົນແລ້ວ ແລະ ໄດ້ປຽບທຽບອາຍຸຂອງຕົ້ນຊາທີ່ປູກພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກວ່າປີແລ້ວ.

ສະນັ້ນ, ຊາວບ້ານຈຶ່ງເອີ້ນກັນວ່າ: ຕົ້ນຊາ 400 ປີ ຈົນມາເຖິງທຸກວັນນີ້ ເຊິ່ງເປັນຕົ້ນຊາທີ່ມີອາຍຸຍືນຍາວຈົນມາເຖິງທຸກມື້ນີ້. ປັດຈຸບັນ, ເນື້ອທີ່ປູກຕົ້ນຊາ 400 ປີ ມີທັງໝົດ 32 ກວ່າເຮັກຕາ ລວມມີ 48.373 ຕົ້ນ.
ການປູກຊາ, ຂາຍຊາ ເປັນອາຊີບຕົ້ນຕໍທີ່ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານໄດ້ເປັນຢ່າງດີ.

May be an image of 1 person, outdoors and text

ຂໍ້ມູນ: ປະຊາຊົນ

Comments