ກຽມສ້າງທາງດ່ວນ..! ຫຼວງພະບາງ-ອຸດົມໄຊ ຫຼຸດຜອ່ນເວລາເດີນທາງລົງເຫຼືອພຽງ 1:30 ຊົ່ວໂມງ….

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືວຽກງານ ຮ່ວມກັນເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ຂອງແລວທາງດ່ວນ ຊ່ວງທີ III ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາ ເມືອງ ໄຊ ແຂວງອຸດົມໄຊ ຂຶ້ນໃນວັນທີ 6 ພະຈິກຜ່ານມາທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະຂົນສົ່ງແຂວງ,ໂດຍການເປັນປະທານ ຂອງທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ມີທ່ານ ບຣົງ ວ່າງ ຫວ່າງເຈຍຊ່າ ຫົວຫນ້າພະແນກ ຍທຂ, ມີຫົວຫນ້າພະແນກ ການທີ່ກ່ຽວຂ້ອງ,ຜູ້ຕາງຫນ້າຈາກເມືອງ, ບ້ານພ້ອມດ້ວຍວິຊາການ ເຂົ້າຮ່ວມ.

ທາງດ່ວນ ນະຄອນຫຼວງ-ວັງວຽງ ຜ່ານ 3 ເມືອງ ຂອງແຂວງ ວຽງ ຈັນ ແລະ ນະຄອນຫຼວງ
ພາບປະກອບເທົ່ານັ້ນ

ທ່ານ ສຸກັນບຸນຍົງ ຮອງເຈົ້າແຂວງໆ ຫຼວງພະບາງກ່າວວ່າ: ຊ່ວງທາງດ່ວນທີ III ຈາກການສໍາຫຼວດສຶກສາກໍານົດແລວທາງແຕ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາເມືອງໄຊ ແຂວງອຸດົມ ໄຊ ໄດ້ມີການປຽບທຽບເປັນ 3 ແລວທາງຄືແລວ K, A ແລະ B.

ເມື່ອພິຈາລະນາແລ້ວບໍລິສັດຮັບເຫມົາກໍ່ສ້າງໄດ້ສະເຫນີໃຫ້ເລືອກແລວທາງ K ເຊິ່ງເປັນແລວທາງສົ່ງຜົນດີຕໍ່ການປົກປັກຮັກສາສິ່ງແວດລ້ອມ, ມີຜົນປະໂຫຍດຕໍ່ການພັດທະນາຕົວເມືອງນະຄອນຫຼວງພະບາງ ແລະ ເມືອງງາ, ສະດວກຕໍ່ປະຊາຊົນໃນຂອບເຂດຕົວເມືອງຂຶ້ນ-ລົງ, ມີຜົນດີຕໍ່ການປົກປັກຮັກສາແຫຼ່ງນໍ້າຂອງແມ່ນໍ້າຂອງ ແລະ ພັດທະນາການ ຂົນສົ່ງຫຼາຍຮູບແບບເຊື່ອມຕໍ່ທາງບົກ ແລະທາງລົດໄຟ, ທັງຂະຫນາດ ໂຄງການນ້ອຍ, ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນການກໍ່ສ້າງຫນ້ອຍລວມເຖິງໄລຍະເວລາໃນການກໍ່ສ້າງສັ້ນລົງ.

Germany - Students | Britannica Kids | Homework Help

ສ່ວນແລວທາງດ່ວນນີ້ຈະຜ່ານເມືອງງາ, ນາກົກເຂົ້າຫາເມືອງໄຊ ແຂວງອຸດົມໄຊ ມີໄລຍະທາງທັງຫມົດ 113,9 ກິໂລແມັດ, ເນື້ອທີ່ນໍາ ໃຊ້ທັງຫມົດປະມານ 1.055 ເຮັກຕາ, ສະເພາະຊ່ວງຜ່ານແຂວງຫຼວງ ພະບາງມີ 29,8 ກິໂລແມັດ, ຜ່ານແຂວງອຸດົມໄຊໄລຍະທາງ 84,1 ກິໂລແມັດ.

ທາງດ່ວນ ວຽງຈັນ-ວັງວຽງ ຈະເປັນໂສມໜ້າໃໝ່ຂອງລະບົບຂົນສົ່ງໃນລາວ. - ຂ່າວທັນໃຈ  KHAOTHANJAI - ຂ່າວທຸກທີທຸກເວລາ
ພາບປະກອບເທົ່ານັ້ນ

ຈະໄດ້ສ້າງຂົວທັງຫມົດ 96 ແຫ່ງ, ຄວາມຍາວ 19.496 ແມັດ, ອຸມົງ 8 ແຫ່ງ, ຍາວ 14.940 ແມັດ, ຈຸດຂື້ນລົງ 5 ແຫ່ງ, ດ້ານ ມາດຕະຖານເຕັກນິກຂອງອຸມົງແມ່ນໄດ້ສົມທຽບກັບມາດຕະຖານ ເຕັກນິກການອອກແບບຂອງໂຄງການກໍ່ສ້າງທາງດ່ວນຊ່ວງທີ I ແຕ່ ນະຄອນຫຼວງວຽງຈັນຫາວັງວຽງປະກອບມີ 4 ຊ່ອງຈະລາຈອນ(2. ຊ່ອງໄປ 2 ຊ່ອງກັບ) ຫນ້າທາງກວ້າງ 23 ແມັດ, ຊຶ່ງປະກອບມີຊ່ອງຈະລາຈອນ, ດອນກາງ ແລະ ບ່າທາງ, ອຸມົງຄວາມກວ້າງສຸດທິ 10,25 ແມັດ, ສູງສຸດທີ່ 5 ແມັດ, ອາຍຸການນໍາໃຊ້ອອກແບບສໍາລັບອຸມົງ 100 ປີ.

China Ce Certificated Highway Guardrail Manufacturer, Highway Guard Rail  from China on TopChinaSupplier.com
ພາບປະກອບເທົ່ານັ້ນ

ລວມມູນຄ່າການກໍ່ສ້າງແລວ K ທັງຫມົດ 19,9 ຕື້ຢວນ ຫຼື ປະມານ 2,88 ຕື້ໂດລາສະຫະລັດ ແລະ ສໍາລັບແລວ A ແລະ B ແມ່ນມີມູນຄ່າ ສູງກວ່າແລວ K . ເມື່ອທາງດ່ວນນີ້ສ້າງສໍາເລັດແລ້ວຈະໃຊ້ເວລາໃນການເດີນທາງ ຈາກນະຄອນຫຼວງພະບາງຫາເມືອງໄຊ ແຂວງອຸດົມໄຊ ພຽງແຕ່ 1ຊົ່ວໂມງ 30 ນາທີ. ຈາກທີ່ໃຊ້ເວລາ 6 ຊົ່ວໂມງເດີນທາງປົກກະຕິ ແລະ ຈາກແຂວງຫຼວງພະບາງຫານະຄອນຫຼວງວຽງຈັນທາງດ່ວນ 256 ກິໂລແມັດ ຈະໃຊ້ເວລາພຽງ 3 ຊົ່ວໂມງຈາກໃຊ້ເວລາເດີນທາງປົກກະຕິ 11 ຊົ່ວໂມງ.

ແຫຼ່ງຂໍ້ມູນ: lao youth radio

Comments