ທ່ານ ດາວວົງ ພອນແກ້ວ, ຮອງລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ເປີດເຜີຍຕໍ່ສື່ບໍ່ດົນມານີ້ວ່າ: ການລົງທຶນຂອງ ສປ ຈີນ ຢູ່ໃນຂົງເຂດການພັດທະນາດ້ານພະລັງງານຢູ່ ສປປ ລາວ ນັ້ນ,ຮອດທ້າຍປີ 2020 ໂຄງການເຂື່ອນໄຟຟ້າທີ່ບໍລິສັດຈີນ ລົງທຶນມີ 11 ໂຄງການລວມມີເຂື່ອນ 16 ແຫ່ງ ມີກຳລັງແຮງຕິດຕັ້ງ 2.256 ເມກາວັດ ໃນນັ້ນແຫ່ງມີກຳລັງແຮງຕິດຕັ້ງ 44% ຂອງການສະໜອງໄຟຟ້າພາຍໃນປະເທດ.

ໃນໄລຍະທີ່ຜ່ານມາ, ນັກລົງທຶນຈາກ ສປ ຈີນ ໄດ້ເຂົ້າມາມີບົດບາດສຳຄັນໃນການຮ່ວມມືພັດທະນາວຽກງານພະລັງງານໄຟຟ້າທັງໃນຖານະເປັນຜູ້ສະໜອງທຶນ, ຜູ້ຮັບເໝົາ, ຜູ້ສະໜອງອຸປະກອນການຜະລິດໄຟຟ້າ, ຜູ້ດຳເນີນການສຶກສາອອກແບບ ແລະຄູ່ຮ່ວມທຸລະກິດ.

ສ່ວນການລົງທຶນຂອງຜູ້ລົງທຶນຈາກ ສປ ຈີນ ຢູ່ໃນຂົງເຂດການພັດທະນາວຽກງານທໍລະນີສາດ-ແຮ່ທາດນັ້ນກໍຍັງແມ່ນການລົງທຶນທີ່ຢູ່ໃນອັນດັບຕົ້ນໆຂອງບັນດາປະ ເທດທີ່ມາລົງທຶນຢູ່ລາວຄືກັນກັບການລົງທຶນຢູ່ໃນຂົງເຂດການພັດທະນາວຽກງານພະລັງສານໄຟຟ້າ.ມາຮອດປະຈຸບັນນີ້, ມີນັກລົງທຶນຈາກ ສປ ຈີນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ສປປ ລາວ ລົງ ທຶນເຂົ້າໃນການພັດທະນາດ້ານທໍລະນີສາດ-ບໍ່ແຮ່ຈຳນວນ 52 ບໍລິ ສັດ, ມີ 79 ກິດຈະການໃນນີ້: ຊອກຄົ້ນມີ 11 ກິດຈະການ, ສຳຫຼວດມີ 40 ກິດຈະການ ແລະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກເບື້ອງຕົ້ນມີ 28 ກິດຈະການຄຽງຄູ່ກັນນີ້, ລັດຖະບານ ສປປ ລາວໄດ້ອະນຸມັດໃຫ້ຜູ້ລົງທຶນຈາກ ສປ ຈີນ ດຳເນີນການຂຸດຄົ້ນ ແລະປຸງແຕ່ງແຮ່ທາດມີຈຳນວນ 35 ບໍລິສັດ, ລວມມີ 67 ກິດຈະການ.ສຳລັບການຮ່ວມມືໃນຕໍ່ໜ້າທ່ານຮອງລັດຖະມົນຕີໄດ້ສະເໜີວ່າ: ສປ ຈີນ ແມ່ນປະເທດທີ່ມີພື້ນຖານທີ່ເຂັ້ມແຂງທາງດ້ານເສດຖະກິດ,ມີທຶນຮອນ,ມີນັກເຕັກນິກ, ວິຊາການທີ່ຫຼວງຫຼາຍມີບົດຮຽນໃນການພັດທະນາ, ການດຳເນີນທຸລະກິດດ້ານຕ່າງໆທີ່ດີ ແລະມີປະສົບການໃນການພັດທະນາການລົງທຶນໃນຫຼາຍດ້ານ.

ດັ່ງນັ້ນ, ໃນຕໍ່ໜ້ານີ້, ສປປ ລາວ ພະຍາຍາມສຸດຂີດໃນການຍູ້ແຮງການພັດທະນາການພົວພັນ, ຮ່ວມມືກັບ ສປ ຈີນ ເພື່ອສ້າງເງື່ອນໄຂສະພາບແວດລ້ອມທີ່ເອື້ອອຳ ນວຍໃຫ້ແກ່ການພັດທະນາ ແລະສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງຕ່າງຝ່າຍມີຜົນປະໂຫຍດ, ຍົກສູງຄຸນນະພາບຊີວິດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້ານີ້.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ