ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ຄື: ໝວດ A ແມ່ນບັນດາມາດຕະການທີ່ ສປປ ລາວ ສາມາດປະຕິບັດໄດ້ທັນທີ, ໝວດ B ແມ່ນບັນດາມາດຕະການທີ່ ສປປ ລາວ ຕ້ອງການເວລາໃນການຈັດຕັ້ງປະຕິບັດ, ໝວດ C ແມ່ນບັນດາມາດຕະການທີ່ ສປປ ລາວ ຕ້ອງການຄວາມຊ່ວຍເຫຼືອໃນການຈັດຕັ້ງປະຕິບັດ.

ສໍາລັບ ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດຈໍານວນ 18 ມາດຕະການ ຫຼື ບັນລຸໄດ້ 50% ຊຶ່ງມາດຕະການສ່ວນໃຫຍ່ແມ່ນນອນໃນໝວດ A ແລະ B. ວຽກງານພົ້ນເດັ່ນກວ່າໝູ່ ແມ່ນການສ້າງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າແຫ່ງຊາດ ຢູ່ຂັ້ນສູນກາງ ໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະ ແລະ ຂັ້ນແຂວງ ໂດຍແມ່ນທ່ານ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ.

ຜ່ານມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຜູ້ປະຈໍາການຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ສືບຕໍ່ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະເອກະສານ ໃນການອອກອະນຸຍາດນໍາເຂົ້າ ແລະສົ່ງອອກສິນຄ້າ ໃຫ້ໄດ້ຢ່າງໜ້ອຍ 50% ຕາມເນື້ອໃນຈິດໃຈຂອງສອງຄໍາສັ່ງ. ພົ້ນເດັ່ນກວ່າໝູ່ແມ່ນການຍົກເລີກການອອກໃບອະນຸຍາດຫຼື ຢັ້ງຢືນການນໍາເຂົ້າສິນຄ້າ ທີ່ຄຸ້ມຄອງໂດຍຂະແໜງອຸດສາຫະກໍາ ແລະ ການຄ້າ ຄື: ໃບອະນຸຍາດນໍາເຂົ້າຊິ້ນສ່ວນ ຍານພາຫະນະ ຂອງກົມການນໍາເຂົ້າ ແລະ ສົ່ງອອກ (ປີ 2017) ໃບຢັ້ງຢືນນໍາເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ (ປີ 2020) ແລະ ໃບອະນຸຍາດນໍາເຂົ້າລົດແທຣັກເຕີ (ປີ 2020).ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດ ຫຼື ຢັ້ງຢືນການນໍາເຂົ້າສິນຄ້າເຫຼົ່ານີ້ຈະເຮັດໃຫ້ຕົວຊີ້ວັດທີ 8 “ການຄ້າລະຫວ່າງປະເທດ” ຂອງ ສປປ ລາວ ຢູ່ໃນອັນດັບທີ່ດີຂຶ້ນໃນປີ 2021 ຈາກອັນດັບທີ 78 ໃນປີ 2020.