Take it Easy Cafe ເປີດໂຕຢ່າງອົບອຸ່ນ ທີ່ຕຶກ World Trade Center

Take it Easy ເປັນຮ້ານຮ່ວມໂຕຂອງ ນັກວົງດົນຕີ Two Tones style Rock&Roll ມີຫຸ່ນສ່ວນນຳກັນ 4 ທ່ານມາຈາກ 3 ປະເທດຄື: ລາວ, ຈີນ ແລະ ອາເມລິກາ ໂດຍມີ ທ່ານ ຈວນໆເກົ້າ, ທ່ານ ທອມມີ້ ລິ້ມ, ທ່ານ ຄິມ ທະວີສັກ ແລະ ທ່ານນາງ ສຸພັກສອນ ທີລະກຸນ. ງານເປີດໂຕຮ້ານ Take it Easy  Cafe  ໄດ້ມີບັນຍາອົບອຸ່ນ ແລະ ເປັນກັນເອງ ຂອງບັນດາຄອບຄົວ, ໝູ່ເພື່ອນ ທີ່ມາຮ່ວມຍິນດີໃນການເປີດຮ້ານໃໝ່ຄັ້ງນີ້. ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງ, ວັນທີ 4 ກໍລະກົດ 2019, ຢູ່ທີ່ສູນການຄ້າ World Trade Center ຊັ້ນ 4.

Take it Easy Cafe  ເລີ່ມມາຈາກ ວົງດົນຕີ Two Tones style Rock&Roll ແລະ ວົງທີ່ເປັນແຮງບັນດານໃຈແມ່ນ The Eagles and  70’s Rock&Roll, ປັດຈຸບັນ, ທັງ 4 ທ່ານແມ່ນໄດ້ເຮັດໃນສິ່ງທີ່ຮັກ ກໍຄືການສະແດງດົນຕີສົດ ຢູ່ທີ່ ຮ້ານຂອງຕົນເອງ. ເພື່ອໃຫ້ທຸກທ່ານ ທີ່ຫຼົງໄຫຼ ແລະ ມັກຮັກໃນການດື່ມກາເຟ ແລະ ມັກກິນ Burger  Style  ອາເມລິກາ ໄດ້ມາຊຶມຊັບ ໃນສຽງດົນຕີ Rock&Roll ພ້ອມກັບມີອາຫານ ແລະ ເຄື່ອງດື່ມພາຍໃນຮ້ານພ້ອມເສີບ, ຍັງບໍ່ພໍເທົ່ານັ້ນ ທຸກທ່ານທີ່ມາໃນຮ້ານ ຍັງສາມາດສະແດງດົນຕີຮ່ວມນຳກັນໄດ້.  ຮ້ານ Take it Easy Cafe ເປີດໃຫ້ບໍລິການຕັ້ງແຕ່ເວລາ  9 ໂມງເຊົ້າ ຮອດ 6 ໂມງແລງ ຂອງທຸກໆມື້.

ທ່ານຈະໄດ້ດື່ມກາເຟ ທີ່ມີລົດຊາດເປັນເອກະລັກສະເພາະຂອງຮ້ານ ພ້ອມມີອາຫານລົດຊາດ  Style  ອາເມລິກາ ຊັ້ນດີ ໄວ້ຄອຍບໍລິການທ່ານ ຍັງບໍ່ພໍເທົ່ານັ້ນ ທຸກທ່ານຍັງຈະໄດ້ມ່ວນຊື່ນກັບ ດົນຕີສົດໆ ແນວ Rock&Roll, ເຊິ່ງ Take it Easy Cafe ນີ້ ຈະເປັນຈຸດສູນລວມພົບປະສ້າງສັນໝູ່ເພື່ອນ, ພະນັກງານ ເໝາະສຳລັບທຸກກຸ່ມທຸກໄວ.

ທາງຮ້ານບໍ່ໄດ້ເນັ້ນແຕ່ເລື່ອງກາເຟເທົ່ານັ້ນ ແຕ່ຍັງມີເຄື່ອງດື່ມອື່ນໆອີກພ້ອມເສີບ ສ່ວນອາຫານຫຼັກໆຂອງຮ້ານແມ່ນ ເບີ້ເກີ້ (Burger).

ຮ້ານ Take it Easy Cafe ເປັນຮ້ານຄາເຟ່ ນ້ອງໃຫມ່ ກໍຂໍເຊີນຊວນທຸກທ່ານທີ່ຢູ່ໃນນະຄອນຫຼວງທີ່ເປັນຄໍກາເຟ, ມັກໃນສຽງດົນຕີ ແລະ Cheese burger ແທ້ໆ Style  ອາເມລິກາ ທີ່ມີຊ໋ອດສູດພິເສດຂອງທາງຮ້ານ ພິເສດໄປກວ່ານັ້ນຍັງມີເມນູ OMG ເບີ້ເກີ້  ທີ່ຢາກໃຫ້ທຸກທ່ານໄດ້ລອງ.

ສາມາດເບິ່ງລາຍລະອຽດຕ່າງຂອງຮ້ານໄດ້ທີ່: https://www.facebook.com/Take-it-Easy-Cafe-Grill-1235563423267500/

Vision and Description of our Take it Easy Cafe: ” First, we are a Rock Band, called the Two Tone. we Love the Eagles and 70’s Rock&Roll.  Now we take this same love for music and performing to bring our Take it Easy  Cafe to the awesome people of Vientiane and beyond.

we believe that the meaning of life is to discover our gift and the purpose of lift is to share our gift. Come to discover, share and enjoy with us. Take it Easy Cafe located on the 4th Floor of the World Trade Center, Block B. where great coffee meets great food, at the intersection of music and creativity. Take it Easy Cafe is a modern community-center where all type of people meet, socialize, listen to great live music and share.

Comments