ປະທານ FED ອາເມລິກາ ພິຈາລະນາປັບແຜນການຫລຸດມາດຕະການຜ່ອນຜັນທາງການເງິນ ໃຫ້ໄວຂຶ້ນ

ປະທານ FED ອາເມລິກາ ພິຈາລະນາປັບແຜນການຫລຸດມາດຕະການຜ່ອນຜັນທາງການເງິນ ໃຫ້ໄວຂຶ້ນ ເພື່ອຄວບຄຸມບັນຫາເງິນເຟີ້

ປະທານ FED ອາເມລິກາ ຊີ້ການພິຈາລະນາປັບແຜນການຫລຸດມາດຕະການຜ່ອນຜັນທາງການເງິນໄວຂຶ້ນ ເພື່ອຄວບຄຸມບັນຫາເງິນເຟີ້ທ່ານ Powell ກ່າວວ່າ FED ຈະປຶກສາຫາລືກ່ຽວກັບການເລັ່ງການຊື້ພັນທະບັດໃນກອງປະຊຸມຂອງເດືອນທັນວານີ້.ປະທານ FED ກ່າວໃນວັນອັງຄານທີ່ຜ່ານມາ ວ່າທະນາຄານກາງສາມາດເລັ່ງການຖອນຄວາມພະຍາຍາມຂອງຕົນໃນການຊຸກຍູ້ເສດຖະກິດ, ໃນຂະນະທີ່ຕອ້ງໄດ້ຕໍ່ສູ້ກັບຄວາມກົດດັນຂອງອັດຕາເງິນເຟີ້ທີ່ເພີ່ມຂື້ນ.ໃນການປະກົດຕົວ ກ່ອນກອງປະຊຸມຂອງຄະນະກໍາມະການຂັ້ນສູງ, ປະທານ FED ກ່າວວ່າ: ທ່ານຄິດວ່າ ການຫຼຸດຜ່ອນໄລຍະເວລາໃຫ້ສັ້ນລົງຂອງການຊື້ພັນທະບັດປະຈໍາເດືອນ ຈະສາມາດເພິ່ມຍອດໄດ້ໄວ ແລະ ເພິ່ມຈຳນວນເງິນໄດ້ຫຼາຍກວ່າ 15 ຕື້ໂດລາ ຕໍ່ເດືອນ ຕາມທີ່ໄດ້ປະກາດໃນຕົ້ນເດືອນພະຈິກ. ຕາມນະໂຍບາຍເກົ່າແມ່ນກໍານົດມາດຕະການຜ່ອນຜັນຮອດເດືອນມິຖຸນາ 2022 ແຕ່ອີງຕາມສະພາບເງິນເຟີ້ສູງຂຶ້ນ, ພາໃຫ້ປະທານ FED ອາເມລິກາ ໄດ້ສົ່ງສັນຍານຊີ້ບອກ ວ່າຈະປັບການສິ້ນສຸດນະໂຍບາຍຜ່ອນຜັນໃຫ້ໄວຂຶ້ນຫລາຍເດືອນ.ທ່ານ Powell ກ່າວ​ຕື່ມວ່າ ທ່ານ​ຄາດ​ວ່າ​ບັນຫາ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ສົນທະນາ​ໃນ​ກອງ​ປະຊຸມຂອງ​ເດືອນ​ທັນວານີ້.ຂໍ້ມູນ CNBC

May be an image of 1 person and text
ປະທານ FED ອາເມລິກາ ພິຈາລະນາປັບແຜນການຫລຸດມາດຕະການຜ່ອນຜັນທາງການເງິນ ໃຫ້ໄວຂຶ້ນ

Comments