ການຈັດເກັບລາຍຮັບປີ 2022 ຂອງກົມພາສີ ເພີ່ມຂຶ້ນ 2.626 ຕື້ກີບ ທຽບປີກ່ອນ.

ກົມພາສີ ກະຊວງການເງິນ, ໄດ້ຈັດກອງປະຊຸມສະຫຼຸບວຽກງານພາສີ ປະຈໍາປີ 2022 ແລະ ທິດທາງແຜນການ, ມາດຕະການ ປີ 2023,ໃນວັນທີ 22-23 ທັນວາ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ໂດຍເຂົ້າຮ່ວມໂອ້ລົມທິດຊີ້ນໍາຂອງ ລັດຖະມົນຕີກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຕາມການລາຍງານຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານປີ 2022 ຂອງຂະແໜງພາສີແມ່ນເປັນປີທີ່ພົບຄວາມຫຍຸ້ງຍາກເປັນຕົ້ນ: ບັນຫາໄພເງິນເຟີ້, ບັນຫາລາຄາສິນຄ້າສູງ, ບັນຫາຄົນຫວ່າງງານ, ໄພທໍາມະຊາດ ແລະ ບັນຫາອຶ່ນໆໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການເປັນຕົ້ນ: ການລົງທຶນ, ການນໍາເຂົ້າ,ການສົ່ງອອກ ແລະ ການຜ່ານແດນ.

ບັນຫາການລັກລອບສິນຄ້າໜີພາສີທັງພາຍໃນດ່ານ ແລະ ນອກດ່ານຍັງມີແຜ່ຫຼາຍ ເຊິ່ງຕາມແຜນການປີກົມພາສີໄດ້ຮັບຕົວເລກຈັດເກັບລາຍຮັບທັງໝົດ 9.141 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດແຕ່ຕົ້ນປີຮອດວັນທີ 20 ທັນວາ 2022 ປະຕິບັດໄດ້ 9.270 ຕື້ກີບເທົ່າກັບ 101,41% ຂອງແຜນການປີ, ຄາດຄະເນໝົດປີຈະສູ້ຊົນໄດ້ 9.325 ຕື້ກີບເທົ່າກັບ 102,33% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 39,54% ຫຼື ເທົ່າກັບ 2.626 ຕື້ກີບ.

ສຳລັບທິດທາງແຜນການ ແລະ ມາດຕະການປີ 2023 ດ້ານລາຍຮັບກົມພາສີໄດ້ຮັບແຜນລາຍຮັບປີ 2023 ຈໍານວນ 10.476 ຕື້ກີບເພີ່ມຂຶ້ນຈາກແຜນລາຍຮັບປີຜ່ານມາ 2022 ຈໍານວນ 14,60% ຫຼື ເທົ່າກັບ 1.335 ຕື້ກີບ,ພ້ອມທັງຫັນເປັນທັນສະໄໝເປັນຕົ້ນ: ປັບປຸງລະບົບ ASYCUDA, ລະບົບ NSWA+ ໄປຄຽງຄູ່ກັບດ້ານວຽກງານວິຊາສະເພາະ, ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ຕາມລະດັບຄາດໝາຍ, ສືບຕໍ່ປັບປຸງບັນດາໜ້າວຽກຕ່າງໆເປັນຕົ້ນ: ດ້ານກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ, ດ້ານນິຕິກໍາ, ການຫັນພາສີເປັນທັນສະໄໝ ແລະ ອື່ນໆ.

ທີ່ມາ: ກະຊວງການເງິນ

#TargetMagazine

Comments