ສປ ຈີນ ຍິນດີສືບຕໍ່ຮ່ວມມືກັບ ສປປ ລາວ ທັງດ້ານການຄ້າ-ການລົງທຶນ ແລະ ການເມືອງ

ວັນທີ 30 ພະຈິກ 2022 ນີ້, ທີ່ຫໍສະພາປະຊາຊົນ ນະຄອນຫລວງປັກກິ່ງ, ສະຫາຍທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ໃນໂອກາດການເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປ ຈີນ.


ການຮ່ວມມືທາງດ້ານການຄ້າ-ການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດໃນ ສປປ ລາວ ແລະ ສືບຕໍ່ເປັນຄູ່ຄ້າໃຫຍ່ ອັນດັບ 2 ຂອງ ສປປ ລາວ ເຊິ່ງມູນຄ່າການຄ້າສອງຝ່າຍສືບຕໍ່ມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວມາໂດຍຕະຫລອດ ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີຜົນສໍາເລັດ..
ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສອງລັດຖະບານສອງຝ່າຍສືບຕໍ່ຮ່ວມມືກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາທິດທາງ, ກົນໄກການຮ່ວມມື.


ທ່ານ ຫລີ ເຄີ້ສຽງ ກ່າວວ່າ: ຝ່າຍຈີນ ຍິນດີຈະສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວພັນໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ການຄ້າ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ຈັດຕັ້ງປະຕິບັດການເຊື່ອມໂຍງລະຫວ່າງຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດການພັດທະນາຂອງລາວ.

ທີ່ມາ: ຂປລ#TargetMagazine

Comments