ເຊັນບັນທຶກຄວາມເຂົ້າໃຈຮ່ວມມືຫັນເປັນດີຈີຕອນ ແລະທັນສະໄໝ ໃນຂະແໜງຄຸ້ມຄອງສໍາມະໂນຄົວ


ວັນທີ 27 ພຶດສະພາ 2022 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຫັນເປັນດີຈີຕອນ ແລະ ທັນສະໄໝ ຂະແໜງຄຸ້ມຄອງສໍາມະໂນຄົວ ໃນຍຸກປະຕິວັດອຸດສາຫະກໍາ 4.0 ຢູ່ ສປປ ລາວ.


ທ່ານ ພັນເອກ ລຳໄພ ຍົດປະໄພ ຮອງຫົວໜ້າຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ໂຄງການຮ່ວມມືດັ່ງກ່າວແມ່ນຈະສຸມໃສ່ສຶກສາຄວາມເປັນໄປໄດ້ ເພື່ອຈະນໍາໄປພັດທະນາບັນດາໂຄງການຮ່ວມມືໃນແຕ່ລະກິດຈະກໍາ ເຊິ່ງລວມມີ ການຮ່ວມມືໃນການຊ່ວຍເຫລືອຈັດຕັ້ງຜັນຂະຫຍາຍລະບົບຄຸ້ມຄອງສໍາມະໂນຄົວ ໃນໄລຍະທີ 1 ແລະ 2 ຈົນກວ່າລະບົບສົມບູນ ນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້, ຮ່ວມມືໃນການສະໜອງສາຍເຊົ່າ DPLC ຮັບໃຊ້ລະບົບຄຸ້ມຄອງສໍາມະໂນຄົວ, ຮ່ວມມືໃນການສ້າງລະບົບສູນ Data Center, ຊ່ວຍເຫລືອໃນການຝຶກອົບຮົມໃຫ້ພະນັກງານ ຮັບຜິດຊອບຂົງເຂດວຽກງານ ໄອທີຊີ ແລະ ຮ່ວມມືຊ່ວຍເຫລືອບັນດາໜ້າວຽກອື່ນທີ່ກ່ຽວຂ້ອງ.


ຂໍ້ມູນ: ຂປລ

Comments