ການຊື້ປີລົດໄຟ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ

ອີກບໍ່ດົນ ການຊື້ປີລົດໄຟຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ນາຍໜ້າຂາຍປີ້ ອາດຈະໝົດໄປ, ລາຄາໂດຍສານອາດຈະຖືກລົງກວ່າເກົ່າປະຈຸບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ ກໍມີມາດຕະການຫລາຍດ້ານເປັນຕົ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ຕໍ່ການຊື້ປີ້ລົດໄຟ: ໂດຍກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ, ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້.ພ້ອມທັງເພີ່ມຖ້ຽວ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1,000 ກວ່າຄົນ ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ.

ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ:1. ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ 2. ທັງລາຄາປີ້ກໍຖືກລົງກວ່າເກົ່າ, 3. ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ 4. ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ 5. ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ 6. ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ.

ຂໍ້ມູນ Lao National Radio

Comments