ຫວຽດນາມປະກາດ ເປີດປະເທດ ຢ່າງເຕັມຮູບແບບ ເລີ່ມ! 15 ມີນາ 2022 ນີ້

ສາຍທ່ອງທ່ຽວພ້ອມຫຼືຍັງ ຫວຽດນາມປະກາດ ເປີດປະເທດຢ່າງເຕັມຮູບແບບ ເລີ່ມ! 15 ມີນານີ້ລັດຖະບານຫວຽດນາມປະກາດ ເປີດປະເທດຕ້ອນຮັບນັກທ່ອງທ່ຽວຢ່າງເຕັມຮູບແບບ ເລີ່ມ! 15 ມີນານີ້ ໂດຍໄວກ່ວາກໍານົດເກົ່າ 3 ເດືອນ ເນື່ອງຈາກຕ້ອງການຟື້ນຟູເສດຖະກິດ ແລະ ການທ່ອງທ່ຽວ ສໍາລັບໃຜທີ່ບໍ່ໄດ້ໄປທ່ຽວດົນແລ້ວ ຫວຽດນາມກໍເປັນອີດທາງເລືອກທີ່ໜ້າສົນໃຈ ແລະ ກໍບໍ່ໄກຈາກບ້ານເຮົາຫຼາຍ!! ຈອງປີ້ ແລະ ຂຽນໃບລາພັກເລີຍດີບໍ່…. ເພື່ອຄວາມປອດໄພ ນັກທ່ອງທ່ຽວທຸກຄົນທີ່ເດີນທາງເຂົ້າໄປຕ້ອງມີຜົນກວດພະຍາດວ່າບໍ່ພົບເຊື້ອ ທັງກ່ອນ ແລະ ຫຼັງການເດີນທາງ ແລະ ຕ້ອງກັກໂຕໜຶ່ງວັນເພື່ອຖ້າຜົນກວດໂລກເມື່ອເດີນທາງມາຮອດ.

ຂໍ້ມູນ Kuanjai Magazine

Comments