ຂ່າວສານຫວຽດນາມລາຍງານວ່າ: ລາຄານຳ້ມັນໃນອາຊີໄດ້ເພີ່ມຂຶ້ນຫຼາຍກວ່າ 1% ໃນວັນທີ 31 ມັງກອນຖືເປັນລະດັບສູງສຸດໃນຮອບ 7 ປີທີ່ຜ່ານມາ ຈາກຄວາມວິຕົກກັງວົນດ້ານການສະໜອງທ່າມກາງຄວາມເຄັ່ງຕຶງດ້ານການເມືອງທີ່ເພີ່ມຂຶ້ນຢູ່ເອີຣົບຕາເວັນອອກ ແລະ ຕາເວັນອອກກາງ.

ໃນຕະຫຼາດໂຕກຽວ, ລາຄານໍ້າມັນດິບເບຣນ (Brent) ເພີ່ມຂຶ້ນ 1.28 ໂດລາ (1.4%) ເປັນ 91.31 ໂດລາ/ບາເຣລ ຫຼັງຈາກເພີ່ມຂຶ້ນ 69 ເຊັນ ໃນວັນສຸກ (28 ມັງກອນ).

ລາຄານໍ້າມັນດິບຂອງອາເມຣິກາ (WTI) ຍັງເພີ່ມຂຶ້ນ 1.14 ໂດລາ (1.3%) ເປັນ 87.96 ໂດລາ/ບາເຣລ, ເພີ່ມຂຶ້ນ 21 ເຊັນ ໃນວັນສຸກ (28 ມັງກອນ).

ຂໍ້ມູນ ປະຊາຊົນ

