ປີຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຈາກ ໄພພິບັດທໍາມະຊາດ 65 ຄັ້ງ ແລະ ເສຍຊີວິດ 19 ຄົນ

ໃນປີ 2021 ຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເປັນຕົ້ນ ໄພນໍ້າຖ້ວມ, ແຫ້ງແລ້ງ, ລົມພະຍຸພັດ, ດິນເຈື່ອນ, ສັດຕູພືດທໍາລາຍ ແລະ ອື່ນໆ ຈໍານວນ 65 ຄັ້ງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 15 ແຂວງ, 94 ເມືອງ, 786 ບ້ານ, ມີຜູ້ໄດ້ຮັບຜົນກະທົບທັງໝົດ 70,200 ຄົນ, ຍິງ 34,645 ຄົນ, ບາດເຈັບ 17 ຄົນ, ເສຍຊີວິດ 19 ຄົນ.

ເພື່ອກໍານົດແຜນກຽມພ້ອມຮັບມື ໄພພິບັດ ປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2022 ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ແລະ ຜ່ານລະບົບທາງໄກກັບບັນດາແຂວງທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ທັງເປັນປະທານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໄດ້ພ້ອມກັນຄົ້ນຄວ້າແລກປ່ຽນຄໍາຄິດ, ຄໍາເຫັນ, ຮ່ວມກັນປຶກສາຫາລື, ຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍ ໃນວຽກງານດັ່ງກ່າວ ເພື່ອເປັນເອກະພາບຈັດຕັັ້ງປະຕິບັດ ໃນປີ 2022 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ຂໍ້ມູນ-ພາບ: ກະຊວງ ຮສສ ແລະ ຂປລ.

Comments