ມື້ນີ້ສາມາດເວົ້າໄດ້ວ່າ, VISA ເປັນສູນກາງຂອງເຄືອຂ່າຍຜູ້ຄ້າຫຼາຍກວ່າ 70 ລ້ານແຫ່ງ ແລະ ໄດ້ຮ່ວມມືກັບພາກສ່ວນທຸລະກິດທະນາຄານ ແລະ ອື່ນໆ ຫຼາຍສິບພັນຫົວໜ່ວຍ. ໂດຍມີຍອດລາຍການທຸລະກຳຫຼາຍກວ່າ 3.6 ຕື້ລາຍການ. ເປັນມູນຄ່າ 11,147 ຕື້ໂດລາຕໍ່ປີ.
ເພື່ອສະທ້ອນເຖິງຈຸດຢືນຂອງແບຣນ, Visa ໄດ້ປັບປຸງເອກະລັກຍີ່ຫໍ້ຂອງຕົນໃໝ່. ອອກແບບໂດຍ Mucho, ບໍລິສັດອອກແບບຊັ້ນນໍາຂອງໂລກ. ໂດຍການປັບສີຂອງ Visa ໃຫ້ມີສີສັນສົດຊື່ນ. ເຂົ້າກັບຍຸກດິຈິຕອນ, ແລະການປັບຕົວອັກສອນ
ເພື່ອສ້າງປະສົບການດິຈິຕອນທີ່ດີທີ່ສຸດ ລວມທັງໂລໂກ້ໃໝ່ ທີ່ສະແດງເຖິງຈຸດປະສົງຂອງອົງກອນ.
ມັນບໍ່ແມ່ນພຽງແຕ່ຮູບພາບພາຍນອກຂອງຍີ່ຫໍ້, ຍ້ອນວ່າ Visa ຍັງມີຈຸດປະສົງເພື່ອສະແດງໃຫ້ເຫັນການປ່ຽນແປງໃນຕົວຕົນ. ເພື່ອໃຫ້ເປັນຮູບປະທຳໂດຍຜ່ານຍຸດທະສາດໃໝ່ທາງທຸລະກິດ.
ເລີ່ມຕົ້ນ ໂດຍສຸມໃສ່ການຂະຫຍາຍການເຂົ້າເຖິງຜູ້ບໍລິໂພກ. ແທນທີ່ຈະຈ່າຍດ້ວຍເງິນສົດ ຫຼືເຊັກ ຫັນປ່ຽນມາເປັນການຈ່າຍເງິນດິຈິຕອນ. ໃຫ້ໄດ້ມູນຄ່າ 17,172 ຕື້ໂດລາ.

ຂໍ້ມູນ ພາບ: ລົງທຶນແມນ