ຜູ້ໂດຍສານຂຶ້ນ ລົດໄຟລາວ-ຈີນ ຫຼາຍກວ່າ 1 ລ້ານເທື່ອຄົນແລ້ວ.

ຸຖືໄດ້ວ່າ ລົດໄຟລາວ-ຈີນ ໄດ້ສ້າງປະກົດການໃໝ່ໃຫ້ແກ່ປະເທດເຮົາ ໃຫ້ປະຊາຊົນລາວໄດ້ຕື່ນເຕັ້ນກັບທາງເລືອກຂອງການເດີນທາງໃນຮູບແບບໃໝ່ທີ່ສະດວກໄວທັນໃຈຍິ່ງຂຶ້ນ ແລະ ການຂົນສົ່ງສິນຄ້າກໍ່ວ່ອງໄວທັນການ ກາຍເປັນຂະແໜງການໃໝ່ທີ່ຈະສ້າງລາຍຮັບສູ່ປະເທດເຮົາ.
ຕາມຂໍ້ມູນລາຍງານຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງເປີດເຜີຍວ່າ: ນັບມາຮອດວັນທີ 30 ມັງກອນນີ້, ການຂົນສົ່ງຜູ້ໂດຍສານ ແລະສິນຄ້າຂອງທາງລົດໄຟລາວ-ຈີນໄດ້ມີຄວາມຄືບໜ້າ ສຳຄັນ, ໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ ແລະສິນຄ້າຂ້າມຊາດຫຼາຍກວ່າ 1 ແສນໂຕນ.
ທາງລົດໄຟລາວ-ຈີນ ຕອນຢູ່ໃນປະເທດຈີນໄດ້ມີລົດໄຟໄປກັບສະເລ່ຍ 28.5 ຂະບວນຕໍ່ມື້, ເພີ່ມຂຶ້ນ 9 ຂະບວນເມື່ອທ່ຽບໃສ່ໄລຍະກ່ອນການຂົນສົ່ງຜູ້ໂດຍສານໄລຍະ ບຸນກຸດຈີນ, ສະເລ່ຍແລ້ວໄດ້ເພີ່ມບ່ອນນັ່ງ ແລະຕຽງນອນ 3 ໝື່ນ 9 ພັນບ່ອນຕໍ່ມື້, ເພີ່ມຂຶ້ນ 40%; ສ່ວນທາງ ລົດໄຟລາວ-ຈີນ ຕອນຢູ່ໃນປະເທດລາວກໍໄດ້ເພີ່ມຂະບວນລົດໄຟໄປກັບ 1 ຫຼື 2 ຂະບວນຕໍ່ມື້ ໂດຍອີງຕາມສະພາບຄວາມຕ້ອງການດ້ານຂົນສົ່ງຜູ້ໂດຍສານ.
ທ່ານຊູເຈຍເຟີງ ຫົວໜ້າພະແນກການຕະຫລາດຂອງສະຖານີລົດໄຟຄຸນມິງຕາເວັນອອກຂອງ ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງກ່າວວ່າ: ປະເພດສິນຄ້າທີ່ຂົນສົ່ງດ້ວຍທາງ ລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນການຂົນສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນຊະນິດຕ່າງໆ ເຊັ່ນ: ເຂົ້າສານ, ເບຍ ແລະອື່ນໆ.


ຂໍ້ມູນ ເສດຖະກິດການຄ້າ ,​ ຮູບພາບ ເຈາະເລຶ່ອງລາວ

Comments