ຖືໄດ້ວ່າ ສສ. ຫວຽດນາມ ມີແຜນຍຸດທະສາດທີ່ໂດດເດັ່ນຫຼາຍ ໂດຍສະເພາະ ແຜນການຍົກລະດັບ ພາບລັກຂອງປະເທດຕໍ່ສັງຄົມໂລກ. ໂດຍການຍົກລະດັບຄຸນນະພາບການຜະລິດສິນຄ້າ ກໍ່ຄື ຍານພະຫານະຂອງບໍລິສັດ VINFAST ທີ່ມີເປົ້າໝາຍຜະລິດລົດທີ່ດີ, ດີທັງການອອກແບບ ແລະ ດີທັງຄຸນນະພາບຂອງການຜະລິດ. ເພາະທີ່ຜ່ານມາສັງຄົມໂລກ ຄິດແຕ່ວ່າສິນຄ້າ ທີ່ມາຈາກຫວຽດນາມແມ່ນລາຄາບໍ່ແພງ ແລະ ຄຸນນະພາບພໍໃຊ້ເທົ່ານັ້ນ. ໂດຍເປົ້າໝາຍຂອງຫວຽດນາມມີດັ່ງນີ້: 1. ໃນປີ 2022 ນີ້ ບໍລິສັດຜະລິດລົດຍົນທີ່ໃຊ້ພະລັງານໄຟຟ້າ VINFAST ຈະເປີດຕົວລົດ SUV ພ້ອມກັນ 5 ລຸ້ນ2. ໃນປີ 2024 ມີແຜນເປີດໂຮງງານການຜະລິດ ໃຫ້ໄດ້ 250,000 ຄັນຕໍ່ປີ 3. ພ້ອມເລັ່ງມືສ້າງໂຮງງານຜະລິດຢູ່ ປະເທດ ເຢຍລະມັນ 4. ປະຈຸບັນ ຄົນຫວຽດນາມະເອງແມ່ນໄດ້ ສັ່ງລົດແລ້ວ 25,000 ຄັນ.ຂໍ້ມູນ TNN
